ທ່ານ ທອງລຸນ ສີສຸລິດ ກ່າວວ່າ "ສອງຝ່າຍສະແດງຄວາມຊົມເຊີຍ ຕໍ່ ຄະນະກຳມະການຮ່ວມຊາຍແດນ ຂອງສອງ ປະເທດ ທີ່ໄດ້ມີຄວາມພະຍາຍາມ ຊອກຫາວິທີການ ໃນການແກ້ໄຂບັນຫາຊາຍແດນທີ່ຄົງຄ້າງຮ່ວມກັນ"
ເຂື່ອນໄຟຟ້າ ທີ່ໄດ້ປ່ອຍນ້ຳ ໃນຊ່ວງເດືອນກໍລະກົດ ຫາກັນຍາຜ່ານມາ ມີເຂື່ອນນ້ຳງື່ມ 1, 2 ແລະ 5, ເຂື່ອນນ້ຳໄຜ່, ເຂື່ອນນ້ຳຊອງ, ເຂື່ອນນ້ຳລີກ ແລະ ເຂື່ອນນ້ຳເທີນ 2.
ການທ່ອງທ່ຽວຢູ່ໃນແຂວງຫຼວງພະບາງ ຖືກກະທົບຈາກປັນຫາກ່ຽວກັບການດຳເນີນທຸລະກິດ ທີ່ຂັດຕໍ່ລະບຽບກົດໝາຍ ແລະອາດຊະຍາກຳໃນຮູບແບບຕ່າງໆ ທີ່ກະທົບຕໍ່ສັງຄົມ ວັດທະນາທຳທີ່ດີງາມ.
ການປ່ອຍນ້ຳ ອອກຈາກເຂື່ອນແລ້ວ ກໍເຮັດໃຫ້ເກີດໄພນ້ຳຖ້ວມ ແລະປະຊາຊົນ ໄດ້ຮັບຜົນເສຍຫາຍ ຢ່າງກວ້າງຂວາງນັ້ນ ຈະຕ້ອງຖືເປັນ ຄວາມຮັບຜິດຊອບໂດຍກົງ ຈາກພາກສ່ວນທີ່ລົງທຶນ.
ທາງການ ລາວ ໄດ້ຮຽກຮ້ອງຂໍການຊ່ວຍເຫຼືອ ໃນກອງປະຊຸມໂຕະມົນລະດັບສູງລະຫວ່າງ ລັດຖະບານ ລາວ ກັບອົງການສາກົນ ແລະ ນານາຊາດທີ່ຈັດຂຶ້ນເມື່ອວັນທີ 5 ທັນວາ 2018 ທີ່ນະຄອນຫຼວງວຽງຈັນ.
ທ. ສຸລິນທອນ ເລື່ອງຄຳສິງ ນັກເສດຖະສາດ ຂອງ ADB ກ່າວວ່າ “ອັນນີ້ ມັນຜູກພັນກັນໝົດ ແລ້ວເຮົາຈະເຫັນ ວ່າ ເລີ່ມມີການເໜັງຕີງ ເຖິງວ່າ ກະຊວງການຄ້າ ຈະໃສ່ໃຈຫຼືຄຸ້ມຄອງ ກະເຫັນວ່າ ມີການເໜັງຕີງຂຶ້ນມາພໍສົມຄວນ”
ໜີ້ສິນຂອງລັດຖະບານລາວ ຍັງມີທ່າອ່ຽງ ເພີ້ມສູງຂຶ້ນອີກ ໃນປີ 2019 ຊຶ່ງເຮັດໃຫ້ ລັດຖະບານລາວ ຕ້ອງກູ້ຢືມເງິນ ມາດຸ່ນດ່ຽງງົບປະມານລາຍຈ່າຍ ດ້ວຍການອອກພັນທະບັດ ລັດຖະບານລາວ ໃນຕ່າງປະເທດ.
ປຶ້ມຄູ່ມື ແລະ ວິດີໂອນີ້ ຈະເປັນຄູ່ມືທີ່ມີປະໂຫຍດ ໃຫ້ແກ່ບັນດາຜູ້ປະກອບການ ທົ່ວ ສປປ ລາວ ແລະການຝຶກ ອົບຮົມ ຫຼື ການສໍາມະນາໃນອະນາຄົດ.
ໂຄງການກໍ່ສ້າງຂົວຂ້າມແມ່ນ້ຳຂອງແຫ່ງທີ 5 ແລະ 6 ລະຫວ່າງລາວ-ໄທ ຈະເລີ້ມລົງມື ໃນກາງປີ 2019 ໂດຍລັດຖະບານລາວ ໄດ້ກູ້ຢືມເງິນຈາກໄທ ໃນມູນຄ່າລວມ 3,148 ລ້ານບາດ.
ພັນລະຍາ ຂອງທ່ານສົມບັດ ສົມພອນ ຮຽກຮ້ອງໃຫ້ພາກປະຊາສັງຄົມ ໃນອາຊຽນ ຢ່າຍອມໃຫ້ມີການລັກພາໂຕ ຫຼືການຫາຍສາບສູນຄືກັບສາມີຂອງທ່ານນາງ ເກີດຂຶ້ນໄດ້ອີກໃນທຸກປະເທດໃນອາຊຽນ.
ທ່ານ ບໍ່ແສງຄຳ ຍອມຮັບວ່າພາກສ່ວນທີ່ໄດ້ຮັບຜົນປະໂຫຍດຈາກນັກທ່ອງທ່ຽວຊາວ ຈີນ ທີ່ເດີນທາງເຂົ້າມາໃນ ລາວ ໃນໄລຍະທີ່ຜ່ານມາກໍຄືບັນດານັກທຸລະກິດ ຈີນ.
ການຝຶກອົບຮົມຄັ້ງນີ້ ຈະໃຫ້ຜູ້ເຂົ້າຮ່ວມຈະໄດ້ລົງມືເຮັດ ແລະລົງເລິກເຮັດຕົວຈິງຢ່າງຫລວງຫລາຍ ເພື່ອພັດທະນາ ທັກສະການເລົ່າເລື່ອງໂດຍຜ່ານຫລາຍໆດ້ານ ແບບສ້າງໂຄງສ້າງ ແລະສິນລະປະຂອງເລື້ອງ.
ໂຫລດຕື່ມອີກ
No live streaming currently available