ບັນຫາທີ່ພາໃຫ້ມີໜີ້ເສຍ ມາຢູ່ໃນລະດັບ 3.25 ເປີເຊັນ ຕົ້ນຕໍກໍແມ່ນ ສິນເຊື່ອເພື່ອການປະຕິບັດໂຄງການພື້ນຖານໂຄງລ່າງ ຂອງລັດຖະບານ.
ໃນຕະຫຼອດປີ 2017 ນີ້ໄດ້ມີການຄາດຄະເນວ່າ ນັກທ່ອງທ່ຽວຕ່າງຊາດ ຈະເດີນທາງເຂົ້າມາໃນ ລາວ ຫຼຸດລົງເຖິງ 12 ເປີເຊັນ ທຽບໃສ່ປີ 2016.
ກະຊວງສາທາລະນະສຸກຂອງ ລາວ ໃຫ້ຄວາມສຳຄັນເປັນພິເສດທີ່ຈະເພີ່ມປະສິດທິພາບ ຂອງການໃຫ້ບໍລິການປິ່ນປົວ ແລະ ຮັກສາສຸຂະພາບແກ່ຜູ້ຕິດເຊື້ອ HIV-AIDS ໃຫ້ທົ່ວເຖິງ.
ທ່ານອະລຸນໄຊ ສູນນະລາດ ຮອງເລຂາທິການສູນກາງຊາວໜຸ່ມປະຕິວັດລາວ ໃຫ້ການຍອມຮັບວ່າ ປາກົດການ ຫຍໍ້ທໍ້ທາງສັງຄົມໃນລາວ ທີ່ເປັນບັນຫາໄພສັງຄົມ ທີ່ມີລະດັບຄວາມຮຸນແຮງ ຫຼາຍຂຶ້ນນັບມື້.
ການລົງທຶນໃນດ້ານພື້ນຖານໂຄງລ່າງ ແລະໂຄງການກໍ່ສ້າງເຂື່ອນໄຟຟ້າ ຂອງບໍລິສັດຈີນນັ້ນ ເປັນການຊຸກຍູ້ໃຫ້ ເປົ້າໝາຍ ການພັດທະນາຂອງ ລັດຖະບານລາວ ສາມາດເກີດຂຶ້ນໄດ້ ຢ່າງເປັນຮູບປະທຳ.
ການສ້າງໂຮງງານໄຟຟ້ານີ້ ໄດ້ຍົກຍ້າຍປະຊາຊົນຈໍານວນ 5 ບ້ານ 450 ຄອບຄົວ ໄປຢູ່ທີ່ຈັດສັນໃໝ່ ແລະ ກໍໄດ້ຟື້ນຟູອາຊີບໃຫ້ເຂົາເຈົ້າ ໃຫ້ມີວຽກເຮັດງານທໍາ.
ລັດຖະບານ ລາວ ໄດ້ວາງຄາດໝາຍໄວ້ວ່າ ຈະດຶງດູດເອົາຊາວຕ່າງຊາດ ເຂົ້າມາທ່ອງທ່ຽວໃນ ລາວ ໃຫ້ໄດ້ຫຼາຍກວ່າ 5 ລ້ານຄົນ.
ທາງລົດໄຟໄລຍະທີ 1 ຈາກ ບາງກອກ ໄປ ໂຄຣາດ ນັ້ນ ມີກຳນົດການກໍ່ສ້າງໃຫ້ແລ້ວສຳເລັດ ພາຍໃນ 36 ເດືອນ ນັບຈາກການລົງນາມໃນສັນຍາຮ່ວມມື.
ພັນລະຍາຂອງທ່ານສົມບັດ ສົມພອນ ຢືນຢັນວ່າ ຍັງບໍ່ໄດ້ຮັບຄຳຕອບ ຈາກທາງການລາວ ກ່ຽວກັບສາເຫດ ທີ່ມີການລັກພາໂຕ ທ່ານສົມບັດ ທັງບໍ່ມີຄວາມຄືບໜ້າ ໃນການຕາມຫາ ໃນຕະຫຼອດ 5 ປີ ຜ່ານມານີ້.
ນາຍົກລັດຖະມົນຕີລາວ ອະນຸມັດແຜນການໃຫ້ເປີດຮັບພະນັກງານໃໝ່ ຂອງລັດຖະບານ ປະຈຳປີ 2018 ໄດ້ບໍ່ເກີນ 3,000 ຄົນ ເທົ່ານັ້ນ ໂດຍໃຫ້ເພັ່ງເລັງໃສ່ຕຳແໜ່ງຄູ ແລະແພດໝໍ ຢູ່ໃນຊົນນະບົດ.
ເຈົ້າແຂວງ ແຂວງອັດຕະປືຄົນໃໝ່ ຈະດຳເນີນຄະດີເພື່ອລົງໂທດຕາມກົດໝາຍ ພວກພະນັກງານລັດທຸກ ຄົນ ທີ່ລັກລອບຂົນສົ່ງໄມ້ທ່ອນຈາກແຂວງອັດຕະປື ໄປຍັງຊາຍແດນຫວຽດນາມ.
ລົດກົນຈັກ ໂຄມັດຊຶ ລຸ້ນ PC-130 ສາມາດທີ່ຈະເກັບກູ້ ແລະ ທຳລາຍລະເບີດໄດ້ໃນທັນທີໂດຍບໍ່ຕ້ອງມີການຕໍ່ສາຍຂະນວນເຂົ້າກັບລະເບີດທີ່ຈະທຳລາຍແຕ່ຢ່າງໃດ.
ໂຫລດຕື່ມອີກ