ການລົບລ້າງຄວາມຍາກຈົນ ຂອງປະເທດລາວ ໃຫ້ໄດ້ໃນປີ 2020 ນັ້ນ ບໍ່ໄດ້ໝາຍຄວາມວ່າ ຈະບໍ່ມີຄົນລາວ ທີ່ຍາກຈົນ ຫລົງເຫລືອຢູ່ເລີຍ ແຕ່ຢ່າງໃດ.
ທ່ານ ຈະເລີນ ຢືນຢັນດ້ວຍວ່າ ລັດຖະບານ ລາວ ຍັງໄດ້ແນໃສ່ໃຫ້ການສົ່ງເສີມການຜະລິດກະສິກຳສີຂຽວ ດ້ວຍ ການຈັດຕັ້ງປະຕິບັດໃນທຸກວິທີທາງເພື່ອຈະລົບລ້າງການປູກພືດທີ່ສົ່ງຜົນກະທົບຕໍ່ສິ່ງແວດລ້ອມທຳມະຊາດ.
ລັດຖະບານ ລາວ ໄດ້ມອບໝາຍໃຫ້ແຂວງສະຫວັນນະເຂດ ເປັນແຂວງໜຶ່ງທີ່ຈະຕ້ອງເພີ່ມຜົນຜະລິດເຂົ້າ ເພື່ອຕອບສະໜອງການບໍລິໂພກພາຍໃນປະເທດໃຫ້ພຽງພໍ.
ລະບົບຈັດເກັບລາຍຮັບສ່ວຍສາອາກອນ ແບບປະຕູດຽວ ຈະເພີ່ມປະສິດທິພາບ ໃນການຈັດເກັບລາຍຮັບຈາກ ອາກອນນຳເຂົ້າ ແລະສົ່ງອອກສິນຄ້າ ໃຫ້ໄດ້ຫລາຍຂຶ້ນ ແລະໄດ້ມາດຕະຖານສາກົນ.
ໂດຍທົ່ວໄປແລ້ວ ເອກະສານທີ່ຝ່າຍລາວສະໜອງໃຫ້ແມ່ນມີຂໍ້ບົກຜ່ອງຫລາຍ ໂດຍສະເພາະແມ່ນຜົນກະທົບຂ້າມຊາຍແດນຂອງໂຄງການເຂື່ອນດັ່ງກ່າວຕໍ່ປະເທດທີ່ຢູ່ເຂດລຸ່ມແມ່ນໍ້າຂອງ.
ໃນຕະຫລອດປີ 2016 ຊາວນາລາວໃນເຂດ 10 ແຂວງ ກໍສາມາດຜະລິດເຂົ້າໄດ້ 3.4 ລ້ານໂຕນ ໂດຍມີເນື້ອທີ່ປູກເຂົ້າ ລວມກັນກວ້າງກວ່າ 786,000 ເຮັກຕາ.
ການພັດທະນາ ເມືອງມໍລະດົກໂລກ ຫລວງພະບາງ ໃນໄລຍະຕໍ່ໄປ ກໍຄື ການພັດທະນາ ໃຫ້ເປັນເມືອງແຫ່ງວັດທະນະທໍາ ອັນດີງາມແຫ່ງຊາດ ແລະເມືອງພັດທະນາຂະໜາດໃຫຍ່.
ທ້າວ ໄຊຊະນະ ແລະ ພັກພວກ ໄດ້ສົມຄົບລັກລອບຂົນສົ່ງ ຢາບ້າດ້ວຍລົດ ເຂົ້າມາໃນປະເທດໄທ.
ມີຫົວໜ່ວຍທຸລະກິດເອກະຊົນ ລາວ ຈຳນວນທັງໝົດ 119 ຫົວໜ່ວຍໃນທົ່ວປະເທດທີ່ໄດ້ຮັບອະນຸຍາດໃຫ້ນຳໃຊ້ ກາໝາຍໜຶ່ງເມືອງ-ໜຶ່ງຜະລິດຕະພັນ.
ລາວ ກະກຽມຄວາມພ້ອມ ສຳລັບຮອງຮັບປີການທ່ອງທ່ຽວລາວ ໃນປີ 2018 ໂດຍຈະເນັ້ນໜັກ ການທ່ອງທ່ຽວ ແບບອະນຸລັກທຳມະຊາດ ແລະວັດທະນະທຳອັນດີງາມ.
ກອງປະຊຸມປ່ອນບັດຄັດເລືອກຄະນະພັກ ຊຸດທີ 4 ໄດ້ເລືອກຕັ້ງເອົາຄະນະພັກຊຸດໃໝ່ ຈຳນວນ 7 ຄົນ.
ລາວຈະປະຕິບັດວຽກງານ ໃນ 5 ດ້ານ ເພື່ອຫລຸດຈໍານວນ ຜູ້ໄດ້ຮັບເຄາະຮ້າຍຈາກ UXO ລົງໃຫ້ຕໍ່າກວ່າ 40 ຄົນໃນປີ 2020.
ໂຫລດຕື່ມອີກ