ຖ້າຫາກມີຄວາມສົນໃຈຈາກຜູ້ຊື້ລາຍຍ່ອຍ ທີ່ເປັນສັນຊາດອື່ນ ພວກເຮົາກໍມີນະໂຍບາຍອອກບັດສໍາມະໂນຄົວໃຫ້ ຖ້າວ່າມາຊື້ອາພາດເມັນ ຫລືວ່າ ມາດໍາເນີນກິດຈະການຢູ່ທີ່ນີ້ ເອີ້ນວ່າເປັນພົນລະເມືອງຢູ່ໃນເຂດນີ້.
ງົບປະມານໃນການກໍ່ສ້າງອາຄານ ແລະ ຕິດຕັ້ງອຸປະກອນຕ່າງໆ ລວມເຖິງສິ່ງອຳນວຍຄວາມສະດວກ ຢ່າງຄົບຊຸດ ຄິດເປັນມູນຄ່າລວມ ເຖິງ 10 ລ້ານໂດລາ.
ການລະເມີດສັນຍາສຳປະທານໄດ້ກໍ່ໃຫ້ເກີດການເສຍຫາຍຢ່າງຫຼວງຫຼາຍທັງດ້ານລາຍຮັບ ແລະ ຊັບພະຍາກອນທຳມະຊາດ.
ການທີ່ມີອຳນາດ ຢ່າງຈຳກັດ ໄດ້ສົ່ງຜົນກະທົບ ຕໍ່ລະດັບປະສິດທິພາບ ໃນການຮຽກ ແລະການຈັດເກັບ ລາຍຮັບຄືນ ຈາກບັນດາພະນັກງານ ທີ່ຜິດວິໄນການເງິນ.
ມຸ້ງເຄືອບຢາເຫລົ່ານີ້ ມີລາຍງານວ່າ ຈະຖືກນຳໄປແຈກຢາຍ ໃຫ້ແກ່ປະຊາຊົນ ໃນເຂດຕ່າງໆ ຮວມທັງ ແຂວງບໍລິຄຳໄຊ ຄຳມ່ວນ ອຸດົມໄຊ ຜົ້ງສາລີ ສາລະວັນ ໄຊຍະບູລີ ແລະສະຫວັນນະເຂດ.
ສານພິດຈາກສວນປູກກ້ວຍ ຂອງນັກທຸລະກິດຈີນ ໃນແຂວງບໍ່ແກ້ວ ສົ່ງຜົນກະທົບ ຕໍ່ສິ່ງແວດລ້ອມທຳມະຊາດ ໂດຍເຮັດໃຫ້ປາ ໃນເຂດວັງສະຫງວນນ້ຳງາວ ຕາຍຢ່າງຫຼວງຫຼາຍ.
ການປະມູນຂາຍລົດ ປະຈໍາຕໍາແໜ່ງ ໃນຈໍານວນ 14 ຄັນ ຂອງບັນດາການນໍາຂັ້ນສູງນັ້ນ ລົດປະຈໍາຕໍາແໜ່ງ ຂອງນາຍົກລັດຖະມົນຕີ ໄດ້ລາຄາສູງທີ່ສຸດ.
ການຜະລິດ ໃນປີ 2016 ໄດ້ເພີ້ມຂຶ້ນ ໃນອັດຕາສະເລ່ຍ 6 ຫາ 12 ເປີເຊັນ ທຽບໃສ່ປີ 2015 ໂດຍສາມາດ ຜະລິດແຮ່ທອງແດງໄດ້ ໃນປະລິມານລວມ 89,187 ໂຕນ.
ປັດຈຸບັນເຂດພັດທະນາເສດຖະກິດ ຈຳນວນ 13 ເຂດ ສາມາດສ້າງວຽກເຮັດງານທຳ ໄດ້ປະມານ 22,000 ກວ່າຕຳແໜ່ງວຽກງານ.
ມີຄຳສັ່ງໃຫ້ໜ່ວຍສະເພາະກິດ ສືບຕໍ່ການກວດກາ ການລັກລອບຕັດ ແລະຄ້າໄມ້ຜິດກົດໝາຍຕໍ່ໄປ ໂດຍຈະຕ້ອງ ລົງໂທດຜູ້ກະທຳຜິດ ທັງພະນັກງານລັດ ແລະຜູ້ປະກອບການນຳດ້ວຍ.
ທາງການລາວ ຕົກລົງພັດທະນາ ແລະເຊື່ອມຕໍ່ ລາຍການທ່ອງທ່ຽວ ຮ່ວມກັບຫວຽດນາມ ມຽນມາ ແລະກຳປູເຈຍ ໂດຍແນໃສ່ ການດຶງດູດເອົາ ນັກທ່ອງທ່ຽວຊາວຕ່າງຊາດ.
ການຢັ່ງຫາງສຽງຄັ້ງໃໝ່ ພົບວ່າ 63 ເປີເຊັນ ຂອງຊາວອາເມຣິກັນ ເຊື່ອວ່າ ລະດັບຄວາມກຽດຊັງ ແລະຄວາມລໍາອຽງ ທີ່ມີຕໍ່ຊົນກຸ່ມໜ້ອຍ ໄດ້ເພີ້ມທະວີຂຶ້ນ ຫຼັງຈາກທ່ານ Trump ຖືກເລືອກ.
ໂຫລດຕື່ມອີກ