ເຈົ້າແຂວງໄຊສົມບູນ ຖະແຫລງຢືນຢັນ ວ່າ ທາງການແຂວງ ໄດ້ເລີ້ມດຳເນີນການ ເກັບກຳຂໍ້ມູນ ແລະ ສຶກສາຄວາມເປັນໄປໄດ້ ເພື່ອເຮັດໃຫ້ພູເບ້ຍ ເປັນເຂດທ່ອງທ່ຽວທຳມະຊາດ.
ສະຖານທູດສະຫະລັດ ປະຈຳສປປ ລາວ ລາຍງານວ່າ ໂຄງການປັບປຸງໂພຊະນາການ ສຳຫລັບເດັກນ້ອຍທີ່ອາຍຸຕ່ຳກວ່າ 5 ປີ ໄດ້ເລີ້ມດຳເນີນການ ໃນວັນທີ 1 ມີຖຸນາ 2015 ນີ້.
ນັກສຶກສາທີ່ຮຽນຈົບ ລະດັບວິຊາຊີບຊັ້ນສູງ ເຖິງປະລິນຍາຕີໃນປີ 2014 ຈຳນວນ 115,523 ຄົນ ມີໂອກາດຕ່ຳຫຼາຍ ທີ່ຈະຖືກວ່າຈ້າງ ໂດຍບໍລິສັດຕ່າງຊາດໃນລາວ ຍ້ອນວ່າບໍ່ໄດ້ລະດັບມາດຕະຖານທີ່ຕ້ອງການ.
ລັດຖະບານລາວ ວາງແຜນການ ຈະເພີ່ມການຜະລິດ ສະບຽງອາຫານທາດໂປຼຕີນ ໃຫ້ໄດ້ເກືອບ 5 ແສນໂຕນ ພາຍໃນປີ 2020 ແລະກວ່າ 7 ແສນໂຕນ ພາຍໃນປີ 2025
ທາງການຕຳຫຼວດລາວກວດພົບອຸປະກອນ ແລະ ວັດຖຸດິບສຳລັບຜະລິດຢາເສບຕິດໃນລາວເປັນຄັ້ງທຳອິດ ທັງຍັງຊີ້ໃຫ້ເຫັນວ່າຂະບວນການຄ້າຢາເສບຕິດມີເຄືອຂ່າຍໃນທຸກປະເທດໃນເຂດລຸ່ມແມ່ນ້ຳຂອງ.
ລັດຖະບານລາວ ຈະບໍ່ສາມາດຈັດຕັ້ງປະຕິບັດ ເພື່ອໃຫ້ບັນລຸເປົ້າໝາຍສະຫັດສະຫວັດ ຂອງການພັດທະນາ ໃນ 6 ດ້ານ ຈາກທັງໝົດ 9 ດ້ານ ເພາະຫຼາຍພາກສ່ວນຍັງມີປະສິດທິພາບຕ່ຳ.
ADB ໃຫ້ການຊ່ວຍເຫຼືອແກ່ ລັດຖະບານລາວ ຄິດເປັນມູນຄ່າລວມ 24 ລ້ານໂດລາ ສຳລັບ ພັດທະນາເມືອງ ຫ້ວຍຊາຍ ແຂວງ ບໍ່ແກ້ວ ເພື່ອຮອງຮັບເອົານັກ ທ່ອງທ່ຽວຕ່າງປະເທດໃຫ້ຫຼາຍຂຶ້ນ.
ໂຫລດຕື່ມອີກ