ເຈົ້າໜ້າທີ່ຂັ້ນສູງໃນວົງການທະຫານ ຕຳຫລວດ ແລະລັດຖະບານ ທີ່ໄດ້ເຂົ້າໄປພົວພັນ ແລະກ່ຽວຂ້ອງກັບການຄ້າຢາເສບຕິດ ແມ່ນເພື່ອມີຜົນປະໂຫຍດ ໃນການຄ້າຢາບ້ານັ້ນ.
ກະຊວງແຜນການ ແລະການລົງທຶນລາຍງານວ່າ ມີບໍລິສັດຕ່າງຊາດ 158 ລາຍ ທີ່ໄດ້ລົງທຶນ ຢູ່ໃນເຂດເສດຖະກິດຕ່າງໆ ໃນປັດຈຸບັນ.
ທາງການໄທຢືນຢັນ ທີ່ຈະຮັບຊື້ພະລັງງານໄຟຟ້າ ຈາກລາວຕາມສັນຍາ ທັງຍັງຈະນຳໃຊ້ສາຍສົ່ງໃນໄທເພື່ອສົ່ງກະແສໄຟຟ້າຈາກລາວ ໄປຍັງມາເລເຊຍ ແລະສິງກະໂປອີກ.
ເຂື່ອນໄຟຟ້ານ້ຳຕົກ ໄຊຍະບູລີ ໄດ້ສຳເລັດ ການກໍ່ສ້າງຕົວເຂື່ອນ ຢູ່ຝັ່ງເບື້ອງຂວາຂອງໂຄງການ ແລະ ໄດ້ດຳເນີນການອ່ວາຍແລວນ້ຳຂອງ ໃນທ້າຍເດືອນມັງກອນ ທີ່ຜ່ານມາ.
ກອງປະຊຸມ ວ່າດ້ວຍຊາຍແດນ ລາວ - ຫວຽດນາມ ມີຈຸດປະສົງ ເພື່ອປະສານສົມທົບກັນ ໃນການປົກປັກຮັກສາ ແລະຄຸ້ມຄອງຊາຍແດນ ຊຶ່ງກັນແລະກັນ.
ທ່ານສົມຈິດ ອິນທະມິດ ໄດ້ໃຫ້ການຢືນຢັນວ່າເຂື່ອນດອນສະໂຮງຈະປະກອບສ່ວນ ຢ່າງສຳຄັນ ເຂົ້າໃນການລົບລ້າງ ບັນຫາຄວາມຍາກຈົນຂອງປະຊາຊົນລາວ.
ໂຫລດຕື່ມອີກ