ອຳນາດປົກຄອງ ນະຄອນຫລວງວຽງຈັນ ຕັ້ງອະນຸກຳມະການສະເພາະກິດ ເພື່ອຊ່ວຍເຫຼືອ ພວກພໍ່ຄ້າແມ່ຄ້າ ແລະປະຊາຊົນ ທີ່ໄດ້ຮັບຜົນກະທົບ ຈາກເຫດໄຟໄໝ້ ຕະຫຼາດທົ່ງຂັນຄຳ.
ນະຄອນວຽງຈັນ ແລະ ຫລວງພະບາງ ຖືກຈັດໃຫ້ຢູ່ ອັນດັບທີ 8 ແລະ 9 ຂອງເມືອງ ທີ່ມີຄ່າໃຊ້ຈ່າຍຖືກທີ່ສຸດ ສຳລັບພວກນັກທ່ອງທ່ຽວ ທີ່ເດີນທາງມາທ່ຽວ ໃນ 30 ປະເທດ ຢູ່ໃນເອເຊຍ.
ລັດຖະບານລາວຄາດວ່າ ຈະມີລາຍໄດ້ ຈາກໂຄງການ ສ້າງເຂື່ອນດອນສະຫົງ ຄິດເປັນມູນຄ່າ ລະຫວ່າງ 30 ເຖິງ 40 ລ້ານໂດລາຕໍ່ປີ ແລະຢືນຢັນດ້ວຍວ່າ ເປັນໂຄງການ ພະລັງງານທາງເລືອກ ທີ່ສະອາດ.
ເຈົ້າແຂວງໆໄຊສົມບູນ ຢືນຢັນວ່າ ຈະເລັ່ງລະດົມການລົງທຶນ ເພື່ອພັດທະນາ ລະບົບພື້ນຖານໂຄງລ່າງ ໃນແຂວງ ໂດຍທີ່ຖືເປັນໂຄງການບູລິມະສິດ ກໍຄືການກໍ່ສ້າງສະໜາມບິນ.
ທະນາຄານໂລກ ຄາດໝາຍວ່າ ເສດຖະກິດລາວ ຈະຂະຫຍາຍໂຕເພີ້ມຂື້ນ ໃນອັດຕາສະເລ່ຍ ພຽງແຕ່ 7.2% ໃນປີ 2014 ແລະທຶນສຳຮອງ ເງິນຕາຕ່າງປະເທດ ຈະຫລຸດລົງ.
ລັດຖະບານລາວ ຕ້ອງການຄວາມຊ່ວຍເຫລືອ ດ້ານງົບປະມານ ແລະກູ້ຢືມຈາກຕ່າງປະເທດ ໃນແຜນການປີ 2013-2014 ນີ້ ຄິດເປັນມູນຄ່າລວມ ບໍ່ໜ້ອຍກ່ວາ 9,559 ຕື້ກີບ.
ອົງການກວດກາແຫ່ງລັດ ໄດ້ທຳການກວດສອບ ການໃຊ້ຈ່າຍງົບປະມານ ໃນ 524 ເປົ້າໝາຍ ໃນລະຍະ 3 ປີ ຜ່ານມາ ໂດຍພົບວ່າ ການສໍ້ລາດບັງຫລວງ ໄດ້ເຮັດໃຫ້ເກີດການເສຍຫາຍ ຢ່າງຫລວງຫລາຍ.
ໂຫລດຕື່ມອີກ