ລາວໄດ້ແຕ່ງຕັ້ງປະທານ ສະຖາບັນວິທະຍາສາດສັງຄົມ ແຫ່ງຊາດຄົນໃໝ່ ແທນທ່ານຄໍາເຜີຍ ປານມາໄລທອງ ຢ່າງເປັນທາງການແລ້ວ.
ຊາວໄທ ທີ່ຄັດຄ້ານຕໍ່ ໂຄງການສ້າງ ເຂື່ອນໄຊຍະບູລີ ໃນພາກເໜືອຂອງລາວ ຍື່ນຟ້ອງຕໍ່ສານ ໃນເຂດບາງກອກ ເພື່ອໃຫ້ຍົກເລີກການຊື້ໄຟຟ້າ ຈາກເຂື່ອນດັ່ງກ່າວ.
ລາວຍອມຮັບວ່າ ລາຍຮັບຈາກອຸດສາຫະກໍາຂຸດຄົ້ນແຮ່ທາດ ຂອງລັດຖະບານບໍ່ສາມາດ ປະຕິບັດໄດ້ຕາມເປົ້າໝາຍທີ່ວາງໄວ້.
ຕໍາຫຼວດລາວຢືນຢັນວ່າ ຈະສາມາດຮັບປະກັນ ຄວາມປອດໄພ ແລະຮັກສາຄວາມສະຫງົບຮຽບຮ້ອຍ ໃຫ້ແກ່ກອງປະຊຸມ ASEM ຄັ້ງທີ 9 ຢູ່ນະຄອນວຽງຈັນ.
ເຈົ້າໜ້າທີ່ຕໍາຫຼວດລາວວ່າ ຄະດີອາຊະຍາກໍາເພີ່ມຫຼາຍຂຶ້ນ ໃນເຂດນະຄອນວຽງຈັນ ຊຶ່ງຜູ້ກະທໍາຜິດສ່ວນໃຫຍ່ ອາຍຸຕໍ່າກວ່າ 18 ປີ.
ລັດຖະມົນຕີລາວວ່າ 90% ຂອງລັດວິສາຫະກິດໃນລາວ ພາກັນຫຼົບລ່ຽງພາສີ ໂດຍພະນັກງານລັດໃຫ້ການຮ່ວມມື ເພື່ອແລກປ່ຽນກັບຜົນຕອບແທນ.
ການລົງທຶນຈາກຕ່າງປະເທດໃນລາວ ມີມູນຄ່າເພີ່ມຂຶ້ນ ຫຼາຍກວ່າ 2,500 ລ້ານໂດລາ ໃນຊ່ວງ 6 ເດືອນຂອງປີນີ້.
ໜີ້ຕ່າງປະເທດຂອງລັດຖະບານລາວ ຈະມີມູນຄ່າສະສົມສູງກວ່າ 3,000 ລ້ານໂດລາໃນປີ 2012 ນີ້ ຊຶ່ງສູງກວ່າ 30% ຂອງຄາດໝາຍ GDP ໃນແຜນການ.
ນັກເສດຖະສາດລາວເຕືອນວ່າ ໄພພິບັດທໍາມະຊາດອາດຈະ ເຮັດໃຫ້ການຂະຫຍາຍຕົວ ທາງເສດຖະກິດ ໃນປີ 2012-2013 ບໍ່ບັນລຸໄດ້ຕາມແຜນການ.
ລາວເຊື່ອວ່າ ຈະສາມາດບັນລຸເປົ້າໝາຍ ການພັດທະນາສະຫັດສະວັດ ເພື່ອລົບລ້າງຄວາມຍາກຈົນ ຂອງປະຊາຊົນໄດ້ໄວ ກວ່າເປົ້າໝາຍປີ 2015.
ວາດສະໜາ ໄດ້ຖືກຄັດເລືອກໃຫ້ ແລ່ນຖືທວນໄຟໂອລິມປິກ ຕາງໜ້າ ອົງການອາຫານໂລກ ຫລື World Food Program ບ່ອນທີ່ນາງເຮັດວຽກມາໄດ້ 7 ປີ.
ສະມາຊິກສະພາແຫ່ງຊາດ ລາວວ່າສໍາປະທານທີ່ດິນ ເພື່ອຂຸດຄົ້ນແຮ່ທາດສົ່ງຜົນ ກະທົບຕໍ່ຊີວິດການເປັນຢູ່ຂອງ ປະຊາຊົນຫຼາຍຂຶ້ນ.
ໂຫລດຕື່ມອີກ