ລັດວິສາຫະກິດໄຟຟ້າລາວ ດໍາເນີນໂຄງການຂະຫຍາຍ ຕາໜ່າງສາຍສົ່ງກະແສໄຟຟ້າ ໄປເຖິງຄົນທຸກຈົນ ໃນເຂດຊົນນະບົດ ດ້ວຍການຕິດຕັ້ງ ລະບົບໄຟຟ້າ ແບບຜ່ອນຊໍາລະຕາມຫຼັງ.
ລາວຈະສືບຕໍ່ແຜນການສ້າງ ເຂື່ອນໃສ່ແມ່ນໍ້າຂອງ ທັງ 7 ໂຄງການ ແລະຢືນຢັນວ່າ ທຸກໂຄງການ ຈະມີການສຶກສາ ເພື່ອປ້ອງກັນຜົນກະທົບໃນທຸກໆດ້ານ ຢ່າງໄດ້ມາດຕະຖານສາກົນ.
ລາວຢືນຢັນວ່າ ເຂື່ອນໄຊຍະບູລີ ຄືຕົວແບບຂອງ ໂຄງການພັດທະນາຢ່າງຍືນຍົງ ທີ່ບໍ່ສົ່ງຜົນກະທົບ ຕໍ່ສິ່ງແວດລ້ອມທໍາມະຊາດ ແລະໃຫ້ຜົນປະໂຫຍດ ຢ່າງຄຸ້ມຄ່າອີກດ້ວຍ.
ລາວຢືນຢັນວ່າ ຈະລົງມືກໍ່ສ້າງທາງລົດໄຟຄວາມໄວສູງ ເພື່ອເຊື່ອມຕໍ່ກັບຈີນ ໃນປີໜ້າ ໂດຍຈະກູ້ຢືມເງິນ ຈາກທະນາຄານການຄ້າ ຂາອອກ-ຂາເຂົ້າ ຂອງຈີນ 7.000 ລ້ານໂດລາ
ລາຍໄດ້ສະເລ່ຍຂອງປະຊາຊົນລາວໃນແຂວງອັດຕະປືເພີ່ມຂຶ້ນເປັນ 7.35 ລ້ານກີບຕໍ່ຄົນຕໍ່ປີ ແຕ່ປະຊາຊົນກໍຍັງຕ້ອງການ ໃຫ້ລັດຖະບານເລັ່ງລັດພັດທະນາພື້ນຖານໂຄງລ່າງ.
ລາວຈະຊຸກຍູ້ໃຫ້ກະເສດຕະກອນປູກເຂົ້າ ເພື່ອໃຫ້ມີຜົນຜະລິດເຂົ້າລວມຫຼາຍກວ່າ 3.8 ລ້ານໂຕນໃນຕະຫຼອດ ແຜນການປີ 2010-2013 ນີ້.
ໜີ້ຕ່າງປະເທດຂອງລັດຖະບານລາວ ເພີ່ມຂຶ້ນອີກຫຼາຍກວ່າ 250 ລ້ານໂດລາ ຈາກການຈັດກອງປະຊຸມສຸດຍອດຜູ້ນໍາASEM ຄັ້ງທີ 9 ຫາກໍ່ຜ່ານມານີ້.
ລາວຄາດໝາຍວ່າຈະມີນັກທ່ອງທ່ຽວຊາວຕ່າງຊາດຫຼາຍກວ່າ 3 ລ້ານ ຄົນ ເຂົ້າໄປລາວ ໃນແຜນການປີ 2012-2013 ໂດຍຈະເຮັດໃຫ້ພາກ ບໍລິການມີລາຍຮັບເກີນກວ່າ 450 ລ້ານໂດລາ.
ລັດຖະບານລາວຈະມີລາຍຮັບເຖິງ 3,900 ລ້ານໂດລາ ຈາກໂຄງການເຂື່ອນໄຊຍະບູລີ ໃນຂະນະທີ່ທາງການຫວຽດນາມ ກໍໄດ້ຢຸດເຊົາການຄັດຄ້ານໂຄງການິ້ແລ້ວ.
ພິທີວາງສີລາເລີກ ໄດ້ຈັດຂື້ນ ສໍາລັບໂຄງການເຂື່ອນໄຟຟ້າ ພະລັງນໍ້າ ໄຊຍະບູລີ ມູນຄ່າ 3500 ລ້ານໂດລາ ທີ່ເປັນຫົວຂໍ້ຂັດແຍ້ງກັນນັ້ນ.
ກຸ່ມບໍລິສັດຈີນຈະເລີ່ມລົງມືພັດທະນາ ເຂດເສດຖະກິດສະເພາະບຶງທາດຫຼວງ ໃນເດືອນທັນວານີ້ ໂດຍຈະໃຊ້ທຶນຫຼາຍກວ່າ 12,800 ຕື້ກີບ .
ຟິນແລນດ໌ ຈະສອບສວນ ບໍລິສັດ POYRY ເພື່ອຢາກຮູ້ວ່າບໍລິສັດນີ້ ໄດ້ສະແດງບົດບາດໃນໂຄງການເຂື່ອນ ໄຊຍະບູລີໃນລາວຢ່າງເໝາະສົມຫຼືບໍ່.
ໂຫລດຕື່ມອີກ