ທາງການລາວວທີ່ຈະເພີ່ມການສົ່ງອອກ ໃນປີ 2011 ນີ້ ໃຫ້ໄດ້ເກີນ 17% ແລະມີຄວາມພ້ອມທີ່ຈະປະຕິບັດ ຂໍ້ຕົກລົງເຂດການຄ້າເສລີອາຊຽນ ໄດ້ໃນປີ 2015.
ທາງການລາວຂໍໃຫ້ຍີ່ປຸ່ນຊ່ວຍເຫຼືອ ໃນການເກັບກູ້ລະເບີດບໍ່ທັນແຕກ ໂດຍນໍາໃຊ້ເທັກໂນໂລຈີໃຫມ່ ທີ່ມີປະສິດທິພາບສູງກວ່າ ວິທີການເກັບກູ້ທີ່ໃຊ້ຢູ່ໃນລາວ.
ເຈົ້າໜ້າທີ່ຂັ້ນສູງຂອງສູນຕ້ານໂຣກເອດສ໌ແຫ່ງຊາດລາວຄາດວ່າ ຄົນລາວຈະຕິດ ເຊື້ອໂຣກ HIV-AIDS ເພີ້ມຂຶ້ນເປັນ ຫລາຍກວ່າ 1,400 ຄົນພາຍໃນປີ 2015.
ຄະນະລັດຖະບານລາວຮັບຮອງເອົາຮ່າງແຜນ ຍຸດທະສາດວ່າດ້ວຍການສໍ້ລາດບັງຫຼວງເພື່ອ ບັງຄັບໃຊ້ໃນໄລຍະ 10 ປີຕໍ່ໄປນີ້ ກໍຄືນັບຈາກປີ 2011 ໄປຈົນເຖິງປີ 2020.
ຜູ້ອໍານວຍການຕະຫຼາດຫຼັກຊັບແຫ່ງຊາດລາວຍອມຮັບວ່ານັກທຸລະກິດລາວເຊື້ອສາຍຈີນ ແລະຫວຽດນາມ ມີອິດທິພົນຢ່າງສູງ ຕໍ່ການຂຶ້ນ-ລົງຂອງລະດັບການຊື້-ຂາຍຮຸ້ນ.
ລັດຖະມົນຕີລາວຢືນຢັນເຖິງຄວາມພ້ອມ ທີ່ຈະຈັດກອງປະຊຸມໃຫຍ່ ຄັ້ງທີ 9 ຂອງພັກປະຊາຊົນປະຕິວັດລາວ ໃນເດືອນໜ້ານີ້.
ໂຫລດຕື່ມອີກ