ລັດຖະບານລາວ ຈະສ້າງວຽກເຮັດງານທໍາ ໃຫ້ປະຊາຊົນຫຼາຍກວ່າ 270 ພັນຄົນ ພາຍໃນປີ 2015 ຂະນະທີ່ແຮງງານລາວ ຫຼາຍໝື່ນຄົນ ຖືກຜົນກະທົບ ຈາກນໍ້າຖ້ວມທີ່ໄທ.
ທາງການລາວຈະຄວບຄຸມລາຄາເຂົ້າ ໂດຍການດໍາເນີນ ມາດຕະການຈໍາກັດ ການສົ່ງອອກ ຢ່າງເຂັ້ມງວດ ພ້ອມທັງຄວບຄຸມການເກັບຊື້ເຂົ້າ ຈາກຊາວກະສິກອນໃນທົ່ວປະເທດ.
ທະນາຄານພັດທະນາເອເຊຍ ໃຫ້ເງິນຫລາຍກວ່າ 450 ລ້ານໂດລາ ສ້າງເຂື່ອນໄຟຟ້າ ໃນລໍານໍ້າງື່ມ ທາງພາກເໜືອຂອງລາວ.
ສະຫະລັດຕົກລົງ ໃຫ້ການຊ່ວຍເຫຼືອລາວ 10 ລ້ານໂດລາ ເພື່ອໃຊ້ໃນໂຄງການອາຫານ ສໍາລັບເດັກນ້ອຍນັກຮຽນຫຼາຍກວ່າ 152,000 ຄົນໃນເຂດ 6 ແຂວງເປັນເວລາ 3 ປີ.
ທ່ານຈູມມະລີ ໄຊຍະສອນ ປະທານປະເທດລາວ ແລະຄະນະ ໄປຢ້ຽມຢາມຣັດເຊຍ ຕາມຄໍາເຊື້ອເຊີນ ຂອງປະທານາທິບໍດີເມດເວເດັຟ ແລະໄດ້ພໍານັກ ຢູ່ທີ່ວັງແຄຣມລິນ.
ເຈົ້າໜ້າທີ່ລາວຍອມຮັບວ່າ ໄພນໍ້າຖ້ວມຄັ້ງໃຫຍ່ ສົ່ງຜົນກະທົບຕໍ່ ເປົ້າໝາຍຫຼຸດຜ່ອນຄວາມທຸກຍາກ ແລະແຜນການເພີ່ມຜົນຜະລິດເຂົ້າສໍາລັບປີ 2015.
ການລົງທຶນຕ່າງປະເທດໃນແຂວງຫຼວງພະບາງ ຫລຸດລົງກວ່າ 19% ໃນແຜນການປີ 2010-2011 ແຕ່ວ່າການທ່ອງທ່ຽວ ຍັງມີການຂະຫຍາຍຕົວ ເພີ່ມຂຶ້ນຢ່າງຕໍ່ເນື່ອງ.
ໂຫລດຕື່ມອີກ