ເຈົ້າໜ້າທີ່ລາວຍອມຮັບວ່າ ໄພນໍ້າຖ້ວມຄັ້ງໃຫຍ່ ສົ່ງຜົນກະທົບຕໍ່ ເປົ້າໝາຍຫຼຸດຜ່ອນຄວາມທຸກຍາກ ແລະແຜນການເພີ່ມຜົນຜະລິດເຂົ້າສໍາລັບປີ 2015.
ການລົງທຶນຕ່າງປະເທດໃນແຂວງຫຼວງພະບາງ ຫລຸດລົງກວ່າ 19% ໃນແຜນການປີ 2010-2011 ແຕ່ວ່າການທ່ອງທ່ຽວ ຍັງມີການຂະຫຍາຍຕົວ ເພີ່ມຂຶ້ນຢ່າງຕໍ່ເນື່ອງ.
ນັກທ່ອງທ່ຽວຕ່າງປະເທດ 870,000 ກວ່າຄົນ ເດີນທາງໄປທ່ອງທ່ຽວໃນນະຄອນຫຼວງວຽງຈັນ ໃນຊ່ວງ 9 ເດືອນຂອງປີນີ້ ຊຶ່ງເພີ່ມຂຶ້ນຈາກ ປີກາຍນີ້ ຫຼາຍກວ່າ 20%.
ລັດຖະບານລາວສາມາດຈັດສັນ ງົບປະມານແກ່ການຟື້ນຟູ ສະພາບການພາຍຫຼັງນໍ້າຖ້ວມ ໄດ້ພຽງແຕ່ 100 ຕື້ກີບ 16.6% ຂອງຄວາມຕ້ອງການ ໃນຂັ້ນເບື້ອງຕົ້ນເທົ່ານັ້ນ
ລັດຖະມົນຕີລາວຢືນຢັນວ່າ ການພັດທະນາເຂດເສດຖະກິດພິເສດ ມີຄວາມຄືບໜ້າຂຶ້ນ ແລະມີແຜນຈະສ້າງຕັ້ງ ເຂດເສດຖະກິດສະເພາະ ຂຶ້ນອີກຫຼາຍແຫ່ງ.
ທາງການລາວຈະຈັດຕັ້ງບໍລິສັດ ເພື່ອໃຫ້ການຄຸ້ມຄອງ ແກ່ລາຄາຢາງພາລາຂອງຊາວກະສິກອນ ໃນແຂວງ ຫຼວງນໍ້າທາ ເພື່ອບໍ່ໃຫ້ຖືກພໍ່ຄ້າກົດລາຄາຮັບຊື້.
ນໍ້າຖ້ວມຄັ້ງໃຫຍ່ທີ່ສົມທົບໃສ່ກັບ ປະລິມານນໍ້າທີ່ປ່ອຍອອກ ຈາກເຂື່ອນນໍ້າງື່ມ 1 ເຮັດໃຫ້ເກີດຄວາມເສຍຫາຍແກ່ ແຂວງວຽງຈັນ ຫຼາຍກວ່າ 280 ຕື້ກີບ.
ໂຫລດຕື່ມອີກ