ຢາວັກຊີນ RTS ແມ່ນປ້ອງກັນ ບໍ່ໃຫ້ຕິດເຊື້ອກາຝາກມາລາເຣຍ ບໍ່ໃຫ້ເຊື້ອນີ້ເຕີບໃຫຍ່ ແລະ ຂະຫາຍຕົວຢູ່ໃນຕັບ ຊຶ່ງຫລັງຈາກນັ້ນ ມັນຕິດແປດພວກເມັດເລືອດແດງ ທີ່ນຳໄປສູ່ການເປັນພະຍາດ.
ຖ້າກວດເຫັນພະຍາດຕາຕໍ້ ຕັ້ງແຕ່ຕອນຕົ້ນໆ ແລະໄດ້ຮັບ ການປິ່ນປົວທັນທີໂລດ ຜູ້ຄົນທີ່ເປັນພະຍາດນີ້ ອາດສາມາດຮັກສາ ສາຍຕາຂອງເຂົາເຈົ້າໄວ້ໄດ້.
ໃນວິທີໃໝ່ນີ້ ຄົນໄຂ້ສາມາດເອົາ ຕົວຢ່າງອຸດຈະລະ ຢູ່ກັບເຮືອນ ແລ້ວສົ່ງໄປໃຫ້ຫ້ອງກວດ ເພື່ອກວດຫາ ເຄື່ອງໝາຍພັນທຸກຳ 3 ຢ່າງ ທີ່ພົວພັນກັບຕຸ່ມ ຫລືເນື້ອງອກ ໄລຍະເລີ້ມຕົ້ນ.
ຢາທົດລອງປິ່ນປົວ ເຊື້ອໄວຣັສ ອີໂບລາ ກຳລັງເຄື່ອນໄຫວຢ່າງວ່ອງໄວ ປານຟ້າແລ້ບ ຜ່ານຂັ້ນຕອນການຄວບຄຸມ ຊຶ່ງຕາມປົກກະຕິແລ້ວ ແມ່ນໃຊ້ເວລາຫລາຍປີ.
ເຊື້ອກາຝາກໄຂ້ຍຸງ ໄດ້ປັບໂຕມັນເອງ ໃຫ້ຕ້ານທານຢາ ຫລາຍຂຶ້ນ ຢູ່ໃນກຳປູເຈຍ ຫວຽດນາມ ໄທ ມຽນມາ ແລະ ສປປ ລາວ.
ວິດສະຫລາດ ທີ່ຍັງເປັນໂຄງການທົດລອງຢູ່ ເອີ້ນວ່າ eSOS ນັ້ນ ເປັນຫ້ອງນ້ຳ ຫລືວິດທີ່ເບົາໆ ແລະທໍາງານດ້ວຍ ພະລັງແສງຕາເວັນ.
ອົງການອະນາໄມໂລກ ກະປະມານວ່າ ຕ້ອງການເງິນຕື່ມອີກ 500 ລ້ານດອນລາ ຈຶ່ງຈະຄວບຄຸມການລະບາດ ຂອງເຊື້ອ ອີໂບລາໄດ້.
ອົງການອະນາໄມໂລກ ກ່າວວ່າ ຕົນຈະເລັ່ງລັດ ໃນການນຳໃຊ້ ການປິ່ນປົວແບບທົດລອງ ພວກຕິດເຊື້ອ ອີໂບລາ.
ເພັງ 'Ebola in Town' ນອກຈາກຈະມີ ຈັງວະເຕ້ນທີ່ຄຶກຄື້ນແລ້ວ ຍັງສົ່ງສານບອກຜູ້ຄົນ ໃຫ້ພາກັນລະວັງ ການຕິດແປດເຊື້ອໄວຣັສ ອີໂບລາ.
ອົງການອະນາໄມໂລກ ຫຼື WHO ລາຍງານວ່າ ໂຣກຕັບອັກເສບທີ່ເກີດຈາກເຊື້ອໄວຣັສສະເພາະ ຊຶ່ງເອົາຊີວິດຄົນ ເກືອບ 1 ລ້ານ 5 ແສນຄົນໃນປີນຶ່ງໆນັ້ນ ອາດສາມາດກຳຈັດໄດ້.
ໂຫລດຕື່ມອີກ
No live streaming currently available