ນາງລີວອິສ ຂຽນລະຫັດຄໍາສັ່ງ ໃຫ້ເຄື່ອງຈັກເຮັດວຽກ ຕາມທີ່ລາວ ຕ້ອງການໃຫ້ເຮັດ ເກືອບໝົດທຸກອັນ ທີ່ລາວຕ້ອງເຮັດດ້ວຍໂຕເອງ.
ການຄົ້ນພົບ ທີ່ໜ້າຕື່ນເຕັ້ນກໍແມ່ນ ການປະສານງານກັນຫຼາຍທີ່ສຸດ ໄດ້ເກີດຂຶ້ນເມື່ອຫົວຂອງຜູ້ໃຫຍ່ຫັນໄປທາງອື່ນ ແຕ່ຕາຂອງລາວຍັງຈ້ອງກັບຕາຂອງເດັກທາລົກຢູ່.
ທ່ານ ປາປາໂດປູລັອສ ກ່າວວ່າ ວຽກງານຂອງເຂົາເຈົ້າ ອາດຊ່ວຍຊີວິດ ແລະ ປະຢັດເງິນໄດ້.
ພວກແມ່ຍິງ ທີ່ນົມມີເສັ້ນໄຍຫລາຍ ຫລືມີເນື້ອເຍື່ອໜານັ້ນ ອາດຈະສາມາດ ໄດ້ຮັບຜົນປະໂຫຍດ ຈາກການຖ່າຍພາບລັງສີ ເຕົ້ານົມແບບ 3 ມິຕິ ນີ້ຫລາຍ.
ສາທາລະນະລັດ ປະຊາທິປະໄຕຄອງໂກ ໄດ້ປະເຊີນກັບບັນຫາ ການລະບາດຂອງໂຣກອະຫິວາ ນັບຕັ້ງແຕ່ເດືອນກໍລະກົດປີກາຍນີ້ເປັນຕົ້ນມາ.
ການອົດອາຫານ ບໍ່ແມ່ນຈະໃຊ້ການໄດ້ສະເໝີໄປ ແລະດຽວນີ້ພວກນັກວິທະຍາສາດເວົ້າວ່າ ບໍ່ມີກົດເກນອັນໃດ ທີ່ໃຊ້ໄດ້ຜົນແບບດຽວກັນ ສໍາລັບທຸກຄົນ.
ແມ່ຂອງທ້າວ ອອສກາຣ໌ ກ່າວວ່າ ໃນການປິ່ນປົວທີ່ລູກຂອງລາວໄດ້ຮັບນັ້ນ ແມ່ນເປັນແບບບຸກລຸກ ຮ້າຍແຮງ, ຜົມຂອງລາວລົ່ນ ແລະລາວກໍບໍ່ສາມາດທີ່ຈະຍ່າງເດີນໄດ້.
ໃນເຂດຮ່ອມພູ ຮູລາ ຂອງອິສຣາແອລ ພວກນົກຍາງຈຳນວນຫຼາຍພັນໂຕ ພວມພາກັນຖືວ່າ ເຂດປຽກຊຸ່ມແຫ່ງນີ້ ເປັນບ່ອນພັກພິງຊົ່ວຄາວຂອງພວກມັນ ແທນທີ່ຈະພາກັນຍ້າຍ ໄປຍັງທົ່ງຮາບ ໃນທະວີບອາຟຣິກາ.
ໃນຂະນະທີ່ການຜ່າຕັດເອົານົມໃສ່ ສາມາດນໍາເອົາຮູບຊົງຂອງນົມກັບຄືນມາໃຫ້ຄົນປ່ວຍໄດ້ ແຕ່ວ່າການເອົາຕ່ອມນໍ້າເຫລືອງໃໝ່ ມາໃສ່ແທນອັນເກົ່າ ບໍ່ແມ່ນເລື່ອງງ່າຍປານໃດ.
ບ່ອນທີ່ໄຄ່ພອງເຫລົ່ານີ້ອາດສາມາດພາໃຫ້ເປັນ... ບາດແຜຢູ່ຕີນກໍເປັນໄດ້. ຖ້າຫາກບໍ່ໄດ້ຮັບການປິ່ນປົວ ຕຸ່ມໄຄ່ພອງເຫລົ່ານີ້ ກໍຈະພາໃຫ້ຕ້ອງໄດ້ຕັດແຂ່ງຂາໄດ້.
ສິ່ງທີ່ດຶງດູດຄວາມສົນໃຈ ຂອງພວກນັກວິທະຍາສາດແທ້ໆ ນັ້ນກໍຄື ພວກໂຕຕຸ່ນບໍ່ມີຂົນ ດໍາລົງຊີວິດຢູ່ ຢ່າງປາດສະຈາກ ການເປັນໂຣກມະເຮັງ.
ວິທີການປິ່ນປົວແບບໃໝ່ ສາມາດກວດພົບແຊລ ຂອງເນື້ອງອກ ທີ່ໜ້າເຊື່ອຖືໄດ້ ໂດຍການກວດເລືອດ ຂອງຄົນເຈັບ.
ໂຫລດຕື່ມອີກ
No live streaming currently available