ພວກນັກຄົ້ນຄວ້າ ມີຄວາມຫວັງວ່າ ໃນບໍ່ຊ້ານີ້ ຈະມີວິທີທີ່ສາມາດຢັບຢັ້ງ ບໍ່ໃຫ້ອາການຂອງພະຍາດນີ້ ສ້າງຄວາມເສຍຫາຍ ໜັກໜ້າຂຶ້ນໄປຕື່ມອີກໄດ້.
WHO ເລີ້ມເປີດໂຄງການ ຢູ່ນະຄອນພະນົມເປັນ ເພື່ອຢັບຢັ້ງ ທ່າອຽງທີ່ໜ້າເປັນຫ່ວງ ຢູ່ໃນຂົງເຂດ ກໍຄືສາຍພັນ ໄຂ້ມາເລເຣຍ ທີ່ມີຄວາມຕ້ານທານ ຕໍ່ຢາປົວພະຍາດດັ່ງກ່າວ.
ຄົນຫລາຍໆລ້ານຄົນ ຢູ່ທົ່ວໂລກ ມີອາການແສບໝາກໂຫກ ຊຶ່ງເປັນຄວາມຮູ້ສຶກເຈັບ ຫລືແໜ້ນຢູ່ໜ້າເອິກ ແລະບາງຄັ້ງກໍເຈັບ ຢູ່ໃນຮູຄໍ ຫລັງຈາກກິນອາຫານຫລາຍເກີນໄປ.
ລັດຖະບານອາຟຣິກາໃຕ້ ນໍາເອົາຢາປົວເຊື້ອໂຣກ HIV/AIDS ແບບໃໝ່ ເມັດດຽວ ອອກຈໍາໜ່າຍ ພ້ອມກັບອ້າງວ່າ ມັນຈະເປັນການປິ່ນປົວ ໂຣກດັ່ງກ່າວ ທີ່ຖືກທີ່ສຸດໃນໂລກ.
ອົງການອະນາໄມໂລກ ເນ້ນໜັກຄວາມສໍາຄັນ ຂອງໂຣກຄວາມດັນເລືອດສູງ ໃນໂອກາດຄົບຮອບ ວັນສ້າງຕັ້ງອົງການປີນີ້ ຫລືວັນອະນາໄມໂລກ ທີ 7 ເມສາ.
ມີຄົນໃນທຸກອາຍຸໄວ ທີ່ເສຍຊີວິດ ຍ້ອນຫົວໃຈວາຍ ໃນແຕ່ລະປີ. ເຖິງຢ່າງໃດກໍຕາມ ພະຍາດຫົວໃຈ ເກືອບທຸກປະເພດ ແມ່ນສາມາດປ້ອງກັນໄດ້.
ທ້າວ Jack Andraka ໄວ 16 ປີ ໄດ້ເອົາຊະນະນັກຮຽນ ທີ່ເຂົ້າແຂ່ງຂັນ ຫຼາຍກວ່າ 1.500 ຄົນ ຈາກ 70 ປະເທດ ຍ້ອນວິທີກວດຫາມະເຮັງມ້າມ ແບບງ່າຍໆຂອງລາວ.
ໂຣກມະເຮັງສ່ວນຫລາຍ ແມ່ນເກີດມາຈາກ ເຊື້ອໄວຣັສ papillomavirus ຫລື HPV ຂອງມະນຸດ ຊຶ່ງສາມາດ ຕິດຕໍ່ໃສ່ກັນໄດ້ ໂດຍຜ່ານການຮ່ວມເພດ.
ນຶ່ງໃນຜົນຕາມມາ ທີ່ຮ້າຍແຮງທີ່ສຸດ ຂອງຄວາມອ້ວນພີ ກໍຄືໂຣກເບົາຫວານປະເພດ 2 ທີ່ໄດ້ກາຍມາເປັນພະຍາດ ທີ່ແຜ່ລະບາດອັນນຶ່ງ ແລະພາໃຫ້ເກີດພະຍາດຕາ.
ການສຶກສາຄົ້ນຄວ້າບັ້ນໃໝ່ ພົບວ່າ ຄົນທີ່ເຊົາສູບຢາ ກ່ອນຮອດອາຍຸ 40 ປີ ສາມາດມີຊີວິດຍືນນານ ເກືອບເທົ່າກັບ ພວກທີ່ບໍ່ເຄີຍສູບຢາ ຈັກເທື່ອ.
ຜູ້ໃຫຍ່ທີ່ເວົ້າໄດ້ສອງພາສາ ຕັ້ງແຕ່ຕອນຍັງນ້ອຍມາ ໄດ້ສະແດງໃຫ້ເຫັນ ຄວາມໄດ້ປຽບໃນຄວາມສາມາດ ດ້ານການໃຊ້ສະໝອງ ທຽບໃສ່ກັບພວກ ທີ່ຮູ້ແຕ່ພາສາດຽວ.
ໂຫລດຕື່ມອີກ
No live streaming currently available