ນ້ຳກ້ອນທີ່ໄດ້ສ້າງຂຶ້ນ ດົນກວ່າສາມທົດສະວັດເຄິ່ງ ທີ່ຜ່ານມາ ຂອງຂົ້ວໂລກໃຕ້ ໄດ້ຫາຍໄປ ພາຍໃນພຽງສາມປີ.
ການໃຊ້ຊີ້ນດິບ ພາໃຫ້ກຸ່ມນັກຄົ້ນຄວ້າດັ່ງກ່າວ ສາມາດດຶງດູດເອົ າພວກໂຕຍຸງເຂົ້າມາ ໃນຫ້ອງທົດລອງ.
ອົງການອະນາໄມໂລກ ກ່າວວ່າ ພວກຜູ້ຄົນ ທີ່ເປັນໂຣກບ້າໝູ ຫຼາຍລ້ານຄົນ ມີຄວາມລັງເລໃຈ ທີ່ຈະໄປຊອກ ຫາ ທາງປິ່ນປົວ ຍ້ອນສິ່ງທີ່ກ່ຽວພັນຕິດໂຕ ກັບໂລຄາພະຍາດ ຂອງພວກເຂົາເຈົ້າ.
ການນຳໃຊ້ການປະສົມປະສານກັນ ລະຫວ່າງປັນຍາປະດິດ ແລະເທັກໂນໂລຈີ ອະວະກາດ ເພື່ອຄວາມແມ່ນຢຳ ຂອງການວິນິດໄສ ໂຣກມະເຮັງລຳໄສ້ໃຫຍ່.
ພວກຕົ້ນໄມ້ ທີ່ເປັນສາຍພັນຄຸກຄາມ ຈະແຍ່ງເນື້ອທີ່ ກັບພຸ່ມໄມ້ ແລະຕົ້ນໄມ້ ທີ່ເກີດຢູ່ ໃນສະເພາະຖິ່ນນັ້ນ ຢູ່ແລ້ວ.
ທ່ານນາງ ຄິມ ຊໍ ກ່າວວ່າ “ພວກເຮົາຫວັງວ່າ ມັນຈະສາມາດຊ່ວຍລາວ, ແຕ່ພວກເຮົາກໍຮູ້ວ່າ ມັນອາດຈະຊ່ວຍ ຄົນອື່ນໄດ້.
ການເປັນໂຣກຫືດ ໃນຕອນເຍົາໄວ ຍ້ອນມົນລະພິດ ທີ່ເກີດມາຈາກການຄວັນລົດ ສັນຈອນໄປມາ ແມ່ນພະຍາດຊຳເຮື້ອ ທີ່ມັກມີຫລາຍທີ່ສຸດ ໃນກຸ່ມເດັກນ້ອຍທັງຫລາຍ, ອີງຕາມອົງການອະນາໄມໂລກ.
ຈຳນວນຂອງຄົນເປັນພະຍາດໄຂ້ໝາກແດງ ຫລາຍກວ່າຄິ່ງນຶ່ງ ແມ່ນຢູ່ນິວຢອກ ບ່ອນທີ່ມີ 21 ຄົນຖືກນອນໂຮງໝໍ, ຊຶ່ງ 5 ຄົນໃນນັ້ນ ແມ່ນຢູ່ໃນການດູແລປິ່ນປົວແບບມໍລະສຸມ.
ໝີດຳ ແມ່ນໝີພື້ນເມືອງຂອງເຂດເອເຊຍຕາເວັນອອກສຽງໃຕ້ ແລະ ຖືວ່າ ເປັນສາຍພັນທີ່ມີຄວາມສ່ຽງ ໂດຍສະຫະພັນສຳລັບການອະນຸລັກທຳມະຊາດສາກົນ.
ເປັນຄັ້ງທຳອິດ ທີ່ຄົນຜູ້ນຶ່ງ ທີ່ດຳລົງຊີວິດ ຢູ່ກັບເຊື້ອເອັສໄອວີ (HIV) ຫລືເປັນໂຣກເອດສ໌ ໄດ້ບໍລິຈາກໝາກໄຂ່ຫລັງ ໃຫ້ແກ່ຜູ້ຮັບເອົາໝາກໄຂ່ຫລັງ ທີ່ມີເຊື້ອເອັສໄອວີ (HIV) ເຊັ່ນກັນ.
ເຖິງແມ່ນວ່າ ການກວດຢູ່ໃນຫ້ອງທົດລອງ ຈະສາມາດຊ່ວຍ ກວດພົບພະຍາດ ຫຼາຍຊະນິດໄດ້ກໍຕາມ ແຕ່ບໍ່ມີການ ກວດໃດໆ ທີ່ໃຊ້ເພື່ອກວດຫາ ໂຣກເຈັບປວດທົ່ວຮ່າງກາຍ ແບບຜິດປົກກະຕິນີ້ ຈົນຮອດໄລຍະໃກ້ໆມານີ້.
ໂຫລດຕື່ມອີກ
No live streaming currently available