ທ້າວ Jack Andraka ໄວ 16 ປີ ໄດ້ເອົາຊະນະນັກຮຽນ ທີ່ເຂົ້າແຂ່ງຂັນ ຫຼາຍກວ່າ 1.500 ຄົນ ຈາກ 70 ປະເທດ ຍ້ອນວິທີກວດຫາມະເຮັງມ້າມ ແບບງ່າຍໆຂອງລາວ.
ໂຣກມະເຮັງສ່ວນຫລາຍ ແມ່ນເກີດມາຈາກ ເຊື້ອໄວຣັສ papillomavirus ຫລື HPV ຂອງມະນຸດ ຊຶ່ງສາມາດ ຕິດຕໍ່ໃສ່ກັນໄດ້ ໂດຍຜ່ານການຮ່ວມເພດ.
ນຶ່ງໃນຜົນຕາມມາ ທີ່ຮ້າຍແຮງທີ່ສຸດ ຂອງຄວາມອ້ວນພີ ກໍຄືໂຣກເບົາຫວານປະເພດ 2 ທີ່ໄດ້ກາຍມາເປັນພະຍາດ ທີ່ແຜ່ລະບາດອັນນຶ່ງ ແລະພາໃຫ້ເກີດພະຍາດຕາ.
ການສຶກສາຄົ້ນຄວ້າບັ້ນໃໝ່ ພົບວ່າ ຄົນທີ່ເຊົາສູບຢາ ກ່ອນຮອດອາຍຸ 40 ປີ ສາມາດມີຊີວິດຍືນນານ ເກືອບເທົ່າກັບ ພວກທີ່ບໍ່ເຄີຍສູບຢາ ຈັກເທື່ອ.
ຜູ້ໃຫຍ່ທີ່ເວົ້າໄດ້ສອງພາສາ ຕັ້ງແຕ່ຕອນຍັງນ້ອຍມາ ໄດ້ສະແດງໃຫ້ເຫັນ ຄວາມໄດ້ປຽບໃນຄວາມສາມາດ ດ້ານການໃຊ້ສະໝອງ ທຽບໃສ່ກັບພວກ ທີ່ຮູ້ແຕ່ພາສາດຽວ.
ຄົນທີ່ມີນໍ້າໜັກ ບໍ່ຫຼາຍ ຈົນເກີນໄປ ມີອັດຕາ ການເສຍຊີວິດ ຍ້ອນສາເຫດຕ່າງໆ ຕໍ່າກ່ວາຜູ້ທີ່ມີນໍ້າໜັກ ໃນເກນທໍາມະດາ ເຖິງ 6%.
ພວກນັກຄົ້ນຄວ້າເວົ້າວ່າ ບັນຫາດ້ານສະໝອງ ທີ່ເກີດຂຶ້ນຍ້ອນໄຂ້ມາເລເຣຍ ອາດສາມາດ ຫລີກລ່ຽງໄດ້ ດ້ວຍການໃຊ້ຢາຫລຸດຜ່ອນ ລະດັບຄໍແລັສເຕີຣອນ ທີ່ໃຊ້ກັນທົ່ວໄປ.
ຫໍພິພິດທະພັນສຸຂະພາບ ແລະການແພດແຫ່ງຊາດ ທີ່ຕັ້ງຢູ່ໃກ້ ນະຄອນຫລວງ ວໍຊິງຕັນ ແມ່ນຫໍພິພິທະພັນ ທີ່ເກົ່າແກ່ທີ່ສຸດອັນນຶ່ງ ຂອງອາເມຣິກາ.
ໂອກາດທີ່ຜູ້ຍິງເປັນໂຣກ ມະເຮັງຮວຍໄຂ່ ທີ່ຈະຢູ່ໄດ້ຮອດ 5 ປີນັ້ນ ແມ່ນສູງຂຶ້ນຢ່າງຫລວງຫລາຍ ຖ້າຫາກເຂົາເຈົ້າກິນຢາປົວ ໂຣກເບົາຫວານທີ່ໃຊ້ກັນທົ່ວໄປນັ້ນ.
ນັກວິທະຍາສາດ ສຶກສາເບິ່ງການໃຊ້ໂທລະສັບມືຖື ເພື່ອຕິດຕາມເບິ່ງ ວິທີການແຜ່ຜາຍ ຂອງພະຍາດໄຂ້ປ່າມາເລເຣຍ ຢູ່ໃນບັນດາປະເທດ ທີ່ມີການລະບາດຂອງພະຍາດນີ້.
ຄົນທີ່ມີເລືອດປະເພດທີ່ຫາຍາກ ເຊັ່ນ ກຸ່ມ A, B, AB, ມັກຈະເປັນພະຍາດກ່ຽວກັບ ເສັ້ນເລືອດຢູ່ຫົວໃຈ ຫຼາຍກວ່າຄົນທີ່ມີເລືອດ ກຸ່ມ O, ທີ່ຄົນສ່ວນໃຫຍ່ມີກັນນັ້ນ.
ໂຫລດຕື່ມອີກ
No live streaming currently available