ໃນການທົດລອງກັບໂຕໜູ ໄວຕາມິນເສີມຊະນິດໜຶ່ງ ທີ່ພົວພັນກັບໄວຕາມິນ B3 ສາມາດປ້ອງກັນ ການເສື່ອມເສຍຂອງ ເສ້ນປະສາດສຳພັດສຽງ ທີ່ພາໃຫ້ເສຍຫູນັ້ນໄດ້.
ບັນດານັກວິທະຍາສາດ ໄດ້ຄົ້ນພົບເຄມີພື້ນຖານ ຂອງເຊື້ອໄວຣັສ HIV ແລະ ວ່າແຜນຍຸທະສາດໃນການຕໍ່ສູ້ກັບພະຍາດນີ້ ແມ່ນໂຈມຕີມັນດ້ວຍໄວຣັສອີກຊະນິດໜຶ່ງ.
ສະຫະປະຊາຊາດ ທຳນາຍວ່າ ຖ້າຫາກມີການເພີ້ມທະວີ ການບໍລິການດ້ານການປ້ອງກັນ ແລະປິ່ນປົວ ໃຫ້ຫລາຍຂຶ້ນ ການລະບາດຂອງໂຣກນີ້ ກໍຈະໝົດໄປ ໃນອີກ 15 ປີຂ້າງໜ້າ.
ຫຼາຍກວ່າ 200 ປະເທດ ໄດ້ປະກອບພິທີ ເນື່ອງໃນໂອກາດ ວັນປຸກລະດົມ ສ້າງຄວາມຕື່ນຕົວ ກ່ຽວກັບການເກີດລູກ ກ່ອນກຳນົດ ຂອງໂລກ ຄືວັນທີ 17 ພະຈິກ.
ຢາວັກຊີນ RTS ແມ່ນປ້ອງກັນ ບໍ່ໃຫ້ຕິດເຊື້ອກາຝາກມາລາເຣຍ ບໍ່ໃຫ້ເຊື້ອນີ້ເຕີບໃຫຍ່ ແລະ ຂະຫາຍຕົວຢູ່ໃນຕັບ ຊຶ່ງຫລັງຈາກນັ້ນ ມັນຕິດແປດພວກເມັດເລືອດແດງ ທີ່ນຳໄປສູ່ການເປັນພະຍາດ.
ຖ້າກວດເຫັນພະຍາດຕາຕໍ້ ຕັ້ງແຕ່ຕອນຕົ້ນໆ ແລະໄດ້ຮັບ ການປິ່ນປົວທັນທີໂລດ ຜູ້ຄົນທີ່ເປັນພະຍາດນີ້ ອາດສາມາດຮັກສາ ສາຍຕາຂອງເຂົາເຈົ້າໄວ້ໄດ້.
ໃນວິທີໃໝ່ນີ້ ຄົນໄຂ້ສາມາດເອົາ ຕົວຢ່າງອຸດຈະລະ ຢູ່ກັບເຮືອນ ແລ້ວສົ່ງໄປໃຫ້ຫ້ອງກວດ ເພື່ອກວດຫາ ເຄື່ອງໝາຍພັນທຸກຳ 3 ຢ່າງ ທີ່ພົວພັນກັບຕຸ່ມ ຫລືເນື້ອງອກ ໄລຍະເລີ້ມຕົ້ນ.
ຢາທົດລອງປິ່ນປົວ ເຊື້ອໄວຣັສ ອີໂບລາ ກຳລັງເຄື່ອນໄຫວຢ່າງວ່ອງໄວ ປານຟ້າແລ້ບ ຜ່ານຂັ້ນຕອນການຄວບຄຸມ ຊຶ່ງຕາມປົກກະຕິແລ້ວ ແມ່ນໃຊ້ເວລາຫລາຍປີ.
ເຊື້ອກາຝາກໄຂ້ຍຸງ ໄດ້ປັບໂຕມັນເອງ ໃຫ້ຕ້ານທານຢາ ຫລາຍຂຶ້ນ ຢູ່ໃນກຳປູເຈຍ ຫວຽດນາມ ໄທ ມຽນມາ ແລະ ສປປ ລາວ.
ໂຫລດຕື່ມອີກ