ຜູ້ນໍາເກົາຫລີເໜືອ ທ່ານ ກິມ ຈອງ ອຶນ ໄດ້ມອບໝາ ສາຍພັນ ພຸງຊານ (Pungsan) ຊຶ່ງເປັນສາຍພັນທ້ອງຖິ່ນ ໃຫ້ແກ່ປະທານາທິບໍດີຣັດເຊຍ ທ່ານ ວລາດີເມຍ ປູຕິນ ນຶ່ງຄູ່, ສື່ມວນຊົນ KCNA ຂອງລັດ ລາຍງານໃນວັນພະຫັດມື້ນີ້, ອີງຕາມອົງການຂ່າວ Reuters
ທ່ານລີ ໄດ້ຈັດການເຈລະຈາແບບສ່ວນຕົວ ກັບນາຍົກລັດຖະມົນຕີຂອງມາເລເຊຍ ທ່ານອານວາ ອີບຣາຮີມ ໃນເມືອງ ປູຕຣາຈາຢາ ທີ່ເປັນເມືອງເອກຂອງ ລັດຖະບານ ກ່ອນທີ່ພວກເພິ່ນຈະພົບປະກັນກັບຄະນະຜູ້ແທນທັງຫຼາຍ
ການຢ້ຽມຢາມຫວຽດນາມທີ່ຈະມາເຖິງຂອງປະທານາທິບໍດີຣັດເຊຍ ທ່ານ ວລາດີເມຍ ປູຕິນ ຈະເຮັດໃຫ້ປະເທດເອເຊຍຕາເວັນອອກສຽງໃຕ້ແຫ່ງນີ້ ຕົກຢູ່ໃນສະຖານະການທີ່ຫຍຸ້ງຍາກ ແລະອາດຈະຖືກເບິ່ງວ່າ ເປັນຄວາມສ່ຽງຕໍ່ຮ່າໂນຍ, ອີງຕາມນັກຊ່ຽວຊານດ້ານຄວາມສຳພັນສາກົນ 3 ທ່ານ ທີ່ກ່າວຕໍ່ວີໂອເອ
ປະທານາທິບໍດີ ຣັດເຊຍ ທ່ານ ວລາດິເມຍ ປູຕິນ ແມ່ນມີກຳນົດທີ່ເດີນທາງໄປຮອດນະຄອນຫຼວງພຽງຢາງໃນວັນອັງຄານມື້ນີ້ ສຳລັບການຢ້ຽມຢາມທີ່ບໍ່ຄ່ອຍເກີດຂຶ້ນ
ການຊື້-ຂາຍຮຸ້ນໃນເຂດສູນກາງດ້ານການເງິນລະຫວ່າງປະເທດດັ່ງກ່າວ, ໂດຍປົກກະຕິແລ້ວ ຈະຢຸດການຊື້ຂາຍໃນເວລາທີ່ມີສັນຍານລົມພາຍຸໄຕ້ຝຸ່ນທີ່ ຮຸນແຮງ
ນັກວິເຄາະກ່າວວ່າ ການລົນນະລົງທີ່ມີອິດທິພົນຂອງປັກກິ່ງຕໍ່ໄຕ້ຫວັນ ມີປະສິດທິຜົນບາງສ່ວນ ເນື່ອງຈາກລັດຖະບານໃໝ່ຂາດການຕອບສະໜອງທີ່ເປັນລະບົບ ຕໍ່ຄວາມທ້າທາຍຕ່າງໆເຫຼົ່ານີ້
ວໍຊິງຕັນ ແລະ ໂຊລ ໄດ້ສະແດງຄວາມກັງວົນ ກ່ຽວກັບການຢ້ຽມຢາມ ພຽງຢາງ ຂອງປະທານາທິບໍດີ ຣັດເຊຍ ທ່ານ ວລາດີເມຍ ປູຕິນ ທີ່ກຳລັງຈະມາເຖິງໃນໄວໆນີ້, ຂະນະທີ່ ປັກກິ່ງ ກ່າວວ່າ ຕົນບໍ່ມີເຈດຕະນາທີ່ຈະແຊກແຊງ ການຮ່ວມມືລະຫວ່າງ ຣັດເຊຍ ແລະ ເກົາຫຼີເໜືອ
“ທະຫານ ເກົາຫຼີເໜືອ ຫຼາຍສິບຄົນໄດ້ຂ້າມເສັ້ນແບ່ງເຂດແດນທະຫານມື້ນີ້ ແລະ ຖອນອອກໄປທາງພາກເໜືອ ຫຼັງຈາກຖືກຍິງເຕືອນ”
ສື່ມວນຊົນທ້ອງຖິ່ນລາຍງານວ່າ ອະດີດນາຍົກລັດຖະມົນຕີຜູ້ມີອິດທິພົນຂອງໄທ ທ່ານທັກສິນ ຊິນນະວັດ ຜູ້ສະໜັບສະໜູນທີ່ມີອຳນາດຂອງ ລັດຖະບານທີ່ກຳລັງປົກຄອງປະເທດຢູ່ ໄດ້ອະນຸຍາດໃຫ້ປະກັນຕົວ ໃນວັນອັງຄານມື້ນີ້, ໂດຍຈະຫຼີກລ່ຽງການກັກຂັງກ່ອນການພິຈາລະນາຄະດີ ເນື່ອງຈາກຖືກກ່າວຫາວ່າ ດູໝິ່ນສະຖາບັນກະສັດ ໃນການໃຫ້ສຳພາດໃນປີ 2015
ບັນດາເຈົ້າໜ້າທີ່ ສິງກະໂປ ກ່າວວ່າ ເຮືອຂຸດເລນນຳນຶ່ງຖືກລາຍງານວ່າ ເກີດຈັກເພຢ່າງກະທັນຫັນ ແລະ ສູນເສຍການຄວບຄຸມກ່ອນທີ່ມັນຈະຕຳເຂົ້າໃສ່ກຳປັ່ນບັນທຸກນ້ຳມັນໃນອາທິດແລ້ວນີ້
ກຳປັ່ນຂົນສົ່ງສະບຽງຂອງຟີລິບປິນລຳນຶ່ງ ໄດ້ແລ່ນເຂົ້າໄປຫາກຳປັ່ນຈີນລຳນຶ່ງ ຢ່າງເປັນອັນຕະລາຍ ສົ່ງຜົນເຮັດໃຫ້ເກີດການຕໍາກັນໜ້ອຍນຶ່ງ ຫຼັງຈາກທີ່ມັນໄດ້ລ່ວງລໍ້າເຂົ້າໄປໃນເຂດນ່ານນ້ຳທີ່ຢູ່ໃກ້ກັບຫາດຊາຍ ໂທມັສ ທີສອງ ໃນຂົງເຂດທະເລຈີນໃຕ້ຢ່າງຜິດກົດໝາຍ
ໃນໄລຍະນຶ່ງປີ, ລາຄາເຮືອນໃໝ່ໄດ້ຫຼຸດລົງ 3.9 ເປີເຊັນຈາກນຶ່ງປີກ່ອນໜ້ານີ້, ເມື່ອທຽບໃສ່ກັບການຫຼຸດລົງ 3.1 ເປີເຊັນໃນເດືອນເມສາ
ໂຫລດຕື່ມອີກ
No live streaming currently available