ປະທານາທິບໍດີຣັດເຊຍ ທ່ານ ວລາດີເມຍ ປູຕິນ ແລະ ທ່ານ ສີ ຈິ້ນຜິງ ຂອງ ຈີນ ມີກຳນົດຈະພົບປະກັນໃນວັນພຸດມື້ນີ້ ຢູ່ທີ່ກອງປະຊຸມສຸດຍອດຂອງສະໂມ ສອນຄວາມໝັ້ນຄົງ ແລະປ້ອງກັນເຂດຢູເຣເຊຍ ທີ່ມົສກູ ແລະ ປັກກິ່ງ ເຫັນວ່າ ເປັນເຄື່ອງມືໃນການຕໍ່ຕ້ານອິດທິພົນຂອງສະຫະລັດ ແລະບັນດາພັນທະມິດ
ເຈົ້າໜ້າທີ່ຈີນ ໄດ້ຂຶ້ນເຮືອແລ້ວຍຶດເຮືອຫາປາຂອງໄຕ້ຫວັນລຳນຶ່ງ ທີ່ດຳເນີນ ກິດຈະກຳຢູ່ໃກ້ຝັ່ງທະເລຂອງຈີນ ໃກ້ກັບເກາະທີ່ໄຕ້ຫວັນຄວບຄຸມ ໃນຕອນແລງວັນອັງຄານວານນີ້ ແລະໄດ້ນຳເອົາເຮືອດັ່ງກ່າວ ໄປທີ່ທ່າກຳປັ່ນຂອງຈີນ, ໜ່ວຍຍາມຝັ່ງຂອງໄຕ້ຫວັນກ່າວ ທ່າມກາງຄວາມເຄັ່ງຕຶງທີ່ຮຸນແຮງຍິ່ງຂຶ້ນ
“ການເປີດຄືນແມ່ນເບິ່ງຄືວ່າຈະໃຊ້ “ເວລາຫຼາຍເດືອນ ຍ້ອນຜົນຂອງຄວາມເສຍຫາຍທີ່ອາດເປັນໄປໄດ້ຢູ່ພື້ນດິນ.”
ກະຊວງພາຍໃນຂອງສິງກະໂປກ່າວວ່າ ສິງກະໂປກໍາລັງຊອກຫາວິທີສ້າງຄວາມສະດວກໃຫ້ແກ່ເຈົ້າໜ້າທີ່ຕໍາຫຼວດ ໃນການດຳເນີນຄະດີສໍາລັບການກະທຳຜິດ ກ່ຽວກັບການຟອກເງິນ
ໃນວັນອັງຄານມື້ນີ້, ວັງວາຕິກັນ ໄດ້ຮຽກຮ້ອງໃຫ້ມີການແກ້ໄຂຂໍ້ຂັດແຍ່ງໂດຍ ສັນຕິວິທີ, ເຊິ່ງລວມເຖິງຄວາມເຄັ່ງຕຶງລະຫວ່າງຟີລິບປິນ ແລະຈີນ ໃນຂະນະ ທີ່ສອງປະເທດ ດຳເນີນການເພື່ອຈັດການກັບຄວາມຂັດແຍ້ງຂອງພວກເຂົາຢູ່ໃນ ທະເລຈີນໃຕ້, ອີງຕາມອົງການຂ່າວ Reuters
ໂຄສົກກອງທັບເກົາຫຼີໃຕ້ຄົນນຶ່ງກ່າວຕໍ່ບັນດານັກຂ່າວວ່າ ການລາຍງານຂອງ ເກົາຫຼີເໜືອ ກ່ຽວກັບການທົດລອງການບິນຂອງລູກສອນໄຟຄັ້ງໃໝ່ນັ້ນ ແມ່ນມີທ່າທີວ່າເປັນສິ່ງທີ່ສ້າງຂຶ້ນມາ
ສານໄດ້ຕັດສິນລົງໂທດຂັງຄຸກບັນດານັກເຄື່ອນໄຫວຈາກ 6 ຫາ 8 ປີ.
ດາວທຽມ ALOS-4 ແມ່ນດາວທຽມສັງເກດການຈັດການໄພພິບັດເທິງດິນ
ບໍລິສັດສື່ມວນຊົນສັງຄົມຊັ້ນນໍາຂອງຈີນໄດ້ປະນາມຄໍາເວົ້າທີ່ສະແດງຄວາມກຽດຊັງທາງອິນເຕີ ເນັດທີ່ແນເປົ້າໃສ່ຊາວຍີ່ປຸ່ນ, ໂດຍໄດ້ສະແດງການຕອບໂຕ້ຢ່າງຈິງຈັງຕໍ່ຄໍາຄິດຄໍາເຫັນທີ່ເກີດຂຶ້ນ ຈາກເຫດການການໂຈມຕີດ້ວຍມີດໃນອາທິດທີ່ຜ່ານມາ ທີ່ເຮັດໃຫ້ມີຜູ້ເສຍຊີວິດນຶ່ງຄົນ ແລະ ເຮັດໃຫ້ແມ່ ແລະເດັກນ້ອຍຊາວຍີ່ປຸ່ນ ໄດ້ຮັບບາດເຈັບ
ອອສເຕຣເລຍ ກ່າວໃນວັນຈັນມື້ນີ້ວ່າ ຕົນໄດ້ເພີ່ມຄ່າທຳນຽມວີຊ່າສຳລັບນັກສຶກ ສາຕ່າງປະເທດ ຂຶ້ນຫຼາຍກວ່າສອງເທົ່າ ເຊິ່ງເປັນການເຄື່ອນໄຫວຫຼ້າສຸດຂອງ ລັດຖະບານ ໃນການຄວບຄຸມການຍົກຍ້າຍຖິ່ນຖານສູງເປັນປະຫວັດການ ເຊິ່ງໄດ້ເພີ່ມຄວາມກົດດັນຕໍ່ຕະຫຼາດທີ່ຢູ່ອາໄສທີ່ເຄັ່ງຕຶງຢູ່ແລ້ວ, ອີງຕາມອົງ ການຂ່າວ Reuters.
ກະຊວງການຕ່າງປະເທດຟິລິບປິນກ່າວວ່າ ຟີລິບປິນ ມີຄວາມຍິນດີທີ່ຫວຽດນາມ ໃຫ້ການ ຍອມຮັບຕໍ່ການຍື່ນເອກະສານຕໍ່ອົງການສະຫະປະຊາຊາດຂອງມານີລາ ເພື່ອຮັບປະກັນສິດຂອງຕົນຢູ່ໃນເຂດໄຫຼ່ທະວີບຢູ່ໃນທະເລຈີນໃຕ້, ພ້ອມທັງກ່າວເສີມວ່າ ຕົນພ້ອມແລ້ວ ທີ່ຈະຈັດການເຈລະຈາກັບຮ່າໂນຍເພື່ອແກ້ໄຂບັນຫາຕ່າງໆ
ໂຫລດຕື່ມອີກ
No live streaming currently available