ບໍລິສັດສື່ມວນຊົນສັງຄົມຊັ້ນນໍາຂອງຈີນໄດ້ປະນາມຄໍາເວົ້າທີ່ສະແດງຄວາມກຽດຊັງທາງອິນເຕີ ເນັດທີ່ແນເປົ້າໃສ່ຊາວຍີ່ປຸ່ນ, ໂດຍໄດ້ສະແດງການຕອບໂຕ້ຢ່າງຈິງຈັງຕໍ່ຄໍາຄິດຄໍາເຫັນທີ່ເກີດຂຶ້ນ ຈາກເຫດການການໂຈມຕີດ້ວຍມີດໃນອາທິດທີ່ຜ່ານມາ ທີ່ເຮັດໃຫ້ມີຜູ້ເສຍຊີວິດນຶ່ງຄົນ ແລະ ເຮັດໃຫ້ແມ່ ແລະເດັກນ້ອຍຊາວຍີ່ປຸ່ນ ໄດ້ຮັບບາດເຈັບ
ອອສເຕຣເລຍ ກ່າວໃນວັນຈັນມື້ນີ້ວ່າ ຕົນໄດ້ເພີ່ມຄ່າທຳນຽມວີຊ່າສຳລັບນັກສຶກ ສາຕ່າງປະເທດ ຂຶ້ນຫຼາຍກວ່າສອງເທົ່າ ເຊິ່ງເປັນການເຄື່ອນໄຫວຫຼ້າສຸດຂອງ ລັດຖະບານ ໃນການຄວບຄຸມການຍົກຍ້າຍຖິ່ນຖານສູງເປັນປະຫວັດການ ເຊິ່ງໄດ້ເພີ່ມຄວາມກົດດັນຕໍ່ຕະຫຼາດທີ່ຢູ່ອາໄສທີ່ເຄັ່ງຕຶງຢູ່ແລ້ວ, ອີງຕາມອົງ ການຂ່າວ Reuters.
ກະຊວງການຕ່າງປະເທດຟິລິບປິນກ່າວວ່າ ຟີລິບປິນ ມີຄວາມຍິນດີທີ່ຫວຽດນາມ ໃຫ້ການ ຍອມຮັບຕໍ່ການຍື່ນເອກະສານຕໍ່ອົງການສະຫະປະຊາຊາດຂອງມານີລາ ເພື່ອຮັບປະກັນສິດຂອງຕົນຢູ່ໃນເຂດໄຫຼ່ທະວີບຢູ່ໃນທະເລຈີນໃຕ້, ພ້ອມທັງກ່າວເສີມວ່າ ຕົນພ້ອມແລ້ວ ທີ່ຈະຈັດການເຈລະຈາກັບຮ່າໂນຍເພື່ອແກ້ໄຂບັນຫາຕ່າງໆ
ການເຜີຍແຜ່ວີດີໂອຂອງເກົາຫຼີໃຕ້ ເປັນການເປີດເຜີຍທີ່ຫາຍາກຂອງພາບວິດີໂອກ້ອງວົງຈອນປິດ ເພື່ອປະຕິເສດການກ່າວອ້າງຂອງ ເກົາຫລີເຫນືອ ກ່ຽວກັບການທົດລອງທີ່ບໍ່ປະສົບຜົນສໍາເລັດ
ການຈູ່ໂຈມໃນວັນພຸດວານນີ້ແມ່ນການຈັບກຸມທີ່ໃຫຍ່ທີ່ສຸດຂອງປີນີ້, ອີງຕາມການກ່າວຂອງອົງການຄົນເຂົ້າເມືອງ.
ຟີລິບປິນ ແມ່ນໄດ້ເລັ່ງສ້າງສາຍພົວພັນຂອງເຂົາເຈົ້າກັບບັນດາປະເທດທີ່ຕັ້ງຢູ່ໃກ້ຄຽງ
ຄວາມພະຍາຍາມຂອງນານາຊາດ ເພື່ອໂດດດ່ຽວລະບອບການປົກຄອງຂອງ ທະຫານໃນມຽນມາ ປາກົດວ່າ ໄດ້ເຮັດມີຜົນກະທົບຕໍ່ຄວາມສາມາດໃນການຊື້ ອາວຸດຍຸດໂທປະກອນໃໝ່ຈາກຕ່າງປະເທດ ແຕ່ຝ່າຍທະຫານກໍຍັງສາມາດ ເຂົ້າເຖິງແຫລ່ງເງິນ ແລະອາວຸດຕ່າງໆໄດ້
ບັນດາທະນາຄານຂອງໄທ ໄດ້ກາຍເປັນຜູ້ສະໜອງຫຼັກ ໃນການບໍລິການດ້ານການເງິນລະຫວ່າງປະເທດໃຫ້ແກ່ລັດຖະບານທະຫານມຽນມາ ທີ່ເຮັດໃຫ້ລັດຖະບານດັ່ງກ່າວ ສາມາດຊື້ສິນຄ້າແລະອຸປະກອນ ເພື່ອເຮັດສົງຄາມທີ່ນອງເລືອດຫຼາຍຂຶ້ນຂອງຕົນ
ເກົາຫຼີເໜືອ ໄດ້ປະສົບຜົນສຳເລັດໃນການທົດລອງທີ່ສຳຄັນ ທີ່ແນໃສ່ພັດທະນາ ລູກສອນໄຟທີ່ບັນຈຸຫົວລົບຫຼາຍລູກ, ອົງການສື່ມວນຊົນຂອງລັດ KCNA ກ່າວໃນວັນພະຫັດມື້ນີ້, ເຊິ່ງເປັນຄຳກ່າວອ້າງທີ່ຖືກປະຕິເສດໂດຍເກົາຫຼີໃຕ້ ວ່າເປັນ “ການຫຼອກລວງ” ເພື່ອປົກປິດການຍິງທີ່ຫຼົ້ມແຫຼວ
ແຫຼ່ງຂ່າວກ່າວວ່າ ການສັ່ງເຮືອບິນ widebody 777 ແລະ 787, ຄາດວ່າຈະຖືກຈັດສົ່ງໃນບໍ່ເທົ່າໃດມື້ຂ້າງຫນ້ານີ້
ໃນອາທິດທີ່ຜ່ານມາ, ຈີນໄດ້ຂົ່ມຂູ່ວ່າ ຈະປະຫານຊີວິດພວກແບ່ງແຍກດິນແດນໄຕ້ຫວັນເປັນເອກະລາດ ໃນ ກໍລະນີທີ່ຮ້າຍແຮງ
ໂຫລດຕື່ມອີກ
No live streaming currently available