ປະມານ 78 ຄົນຖືກຢືນຢັນວ່າປອດໄພ ແຕ່ອີກຫຼາຍຄົນຍັງຊອກຫາບໍ່ເຫັນ
ຈີນ ໄດ້ປະສົບກັບສະພາບອາກາດທີ່ຮ້າຍແຮງ ແລະ ອຸນຫະພູມສູງຜິດປົກກະຕິໃນສອງສາມເດືອນທີ່ຜ່ານມາ
ປັກກິ່ງໄດ້ພິມເຜີຍແຜ່ຂໍ້ແນະນຳທາງຕຸລາການສະບັບໃໝ່ທີ່ລວມເຖິງການລົງໂທດປະຫານຊີວິດສໍາລັບ 'ຄະດີທີ່ຮ້າຍແຮງ' ເຊິ່ງລວມມີກໍລະນີຂອງຜູ້ສະໜັບສະໜູນຄວາມເປັນເອກະລາດຂອງເກາະໄຕ້ຫວັນ
ໃນຕອນເຊົ້າວັນສຸກມື້ນີ້ ນ້ອງສາວຜູ້ທີ່ມີອຳນາດຂອງຜູ້ນຳເກົາຫຼີເໜືອ ກິມ ຈົງ ອຶນ ກໍໄດ້ອອກຄຳຂົ່ມຂູ່ທີ່ບໍ່ຈະແຈ້ງຂອງການຕອບໂຕ້ຄືນ ພາຍຫຼັງຈາກບັນດານັກເຄື່ອນໄຫວຂອງເກົາຫຼີໃຕ້ ໄດ້ສົ່ງບາລລູນທີ່ບັນຈຸດ້ວຍໃບປິວໂຄສະນາຊວນເຊື່ອຕໍ່ຕ້ານພຽງຢາງ ຂ້າມຊາຍແດນໄປ
ນາຍົກລັດຖະມົນຕີຈີນ ທ່ານ ລີ ຈຽງ ໄດ້ສິ້ນສຸດການຢ້ຽມຢາມ 3 ປະເທດຂອງພາກພື້ນເອເຊຍປາຊີຟິກ, ເພື່ອຂະຫຍາຍການພົວພັນດ້ານການຄ້າ ແລະສ້າງສາຍພົວພັນຄືນໃໝ່. ແຕ່ການເດີນທາງດັ່ງກ່າວ ຍັງໄດ້ພົບເຫັນບັນຫາທາງການທູດທີ່ຍັງມີຄວາມຫຍຸ້ງຍາກຢູ່ບາງຢ່າງ
ນັກການທູດຂັ້ນສູງຂອງກະຊວງການຕ່າງປະເທດທີ່ຮັບຜິດຊອບວຽກງານຂົງເຂດເອເຊຍ ກໍາລັງເດີນທາງໄປຮ່າໂນ້ຍ ເພື່ອຢືນຢັນການພົວພັນຄືນໃໝ່ລຸນຫຼັງ ສະຫະລັດ ແລະ ຫວຽດນາມ
ມີການຄາດຄະເນເຖິງຄວາມສູນເສຍທາງເສດຖະກິດໂດຍກົງ ຄິດເປັນມູນຄ່າ 3.65 ຕື້ຢວນ ຢູ່ບໍລິເວນຂົງເຂດຈຽວຫຼິງ, ໃນຂະນະທີ່ເມືອງເໝີຍຊຽນ ກໍສູນເສຍຢ່າງໜັກເຊັ່ນກັນ ຄິດເປັນມູນຄ່າ 1.06 ຕື້ຢວນ
ໂຄສົກກະຊວງການຕ່າງປະເທດຂອງໄທ ກ່າວວ່າ 'ພວກຂ້າພະເຈົ້າຫວັງວ່າ ຈະໄດ້ຮັບຄຳເຫັນໃນທາງບວກ ແລະ ໄດ້ຮັບການຮັບຮອງເຂົ້າເປັນສະມາຊິກຂອງກຸ່ມ BRICS ໃນທັນທີ ຢູ່ທີ່ກອງປະຊຸມສຸດຍອດຄັ້ງຕໍ່ໄປທີ່ຈະຈັດຂຶ້ນຢູ່ໃນ ຣັດເຊຍ'
ຜູ້ນໍາເກົາຫລີເໜືອ ທ່ານ ກິມ ຈອງ ອຶນ ໄດ້ມອບໝາ ສາຍພັນ ພຸງຊານ (Pungsan) ຊຶ່ງເປັນສາຍພັນທ້ອງຖິ່ນ ໃຫ້ແກ່ປະທານາທິບໍດີຣັດເຊຍ ທ່ານ ວລາດີເມຍ ປູຕິນ ນຶ່ງຄູ່, ສື່ມວນຊົນ KCNA ຂອງລັດ ລາຍງານໃນວັນພະຫັດມື້ນີ້, ອີງຕາມອົງການຂ່າວ Reuters
ທ່ານລີ ໄດ້ຈັດການເຈລະຈາແບບສ່ວນຕົວ ກັບນາຍົກລັດຖະມົນຕີຂອງມາເລເຊຍ ທ່ານອານວາ ອີບຣາຮີມ ໃນເມືອງ ປູຕຣາຈາຢາ ທີ່ເປັນເມືອງເອກຂອງ ລັດຖະບານ ກ່ອນທີ່ພວກເພິ່ນຈະພົບປະກັນກັບຄະນະຜູ້ແທນທັງຫຼາຍ
ການຢ້ຽມຢາມຫວຽດນາມທີ່ຈະມາເຖິງຂອງປະທານາທິບໍດີຣັດເຊຍ ທ່ານ ວລາດີເມຍ ປູຕິນ ຈະເຮັດໃຫ້ປະເທດເອເຊຍຕາເວັນອອກສຽງໃຕ້ແຫ່ງນີ້ ຕົກຢູ່ໃນສະຖານະການທີ່ຫຍຸ້ງຍາກ ແລະອາດຈະຖືກເບິ່ງວ່າ ເປັນຄວາມສ່ຽງຕໍ່ຮ່າໂນຍ, ອີງຕາມນັກຊ່ຽວຊານດ້ານຄວາມສຳພັນສາກົນ 3 ທ່ານ ທີ່ກ່າວຕໍ່ວີໂອເອ
ປະທານາທິບໍດີ ຣັດເຊຍ ທ່ານ ວລາດິເມຍ ປູຕິນ ແມ່ນມີກຳນົດທີ່ເດີນທາງໄປຮອດນະຄອນຫຼວງພຽງຢາງໃນວັນອັງຄານມື້ນີ້ ສຳລັບການຢ້ຽມຢາມທີ່ບໍ່ຄ່ອຍເກີດຂຶ້ນ
ໂຫລດຕື່ມອີກ
No live streaming currently available