ໃນຂະນະທີ່ອົງການສະຫະປະຊາຊາດເຕືອນ ກ່ຽວກັບໄພນໍ້າຖ້ວມທີ່ "ຮຸນແຮງ" ຫຼາຍຂຶ້ນ ທີ່ສົ່ງຜົນກະທົບຕໍ່ຄວາມຫມັ້ນຄົງດ້ານສະບຽງອາຫານໃນ ອັຟການິສຖານ ໃນບໍ່ເທົ່າໃດເດືອນຂ້າງຫນ້ານີ້
ເກົາຫຼີໃຕ້ ແລະ ຍີ່ປຸ່ນ ປະກາດກ່ຽວກັບມາດຕະການລົງໂທດ ຕໍ່ຫຼາຍບຸກຄົນ, ອົງການຈັດຕັ້ງຕ່າງໆ ແລະກຳປັ່ນທັງຫຼາຍ ທີ່ກ່ຽວຂ້ອງກັບການດໍາເນີນການຈັດຊື້ອາວຸດຈາກເກົາຫຼີເໜືອ ອັນໄດ້ລະເມີດຕໍ່ມະຕິ ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ
ຜູ້ອົບພະຍົບຊາວມຽນມາໃນປະເທດໄທ ເລີ້ມສໍາພາດ ສໍາລັບໂຄງການຕັ້ງຖິ່ນຖານໃໝ່ໃນສະຫະລັດ
ຈີນໄດ້ເລີ່ມດຳເນີນການຊ້ອມລົບຂະໜາດໃຫຍ່ເປັນເວລາ 2 ວັນ ໃນທາງນ້ຳ ແລະທາງອາກາດອ້ອມຮອບໄຕ້ຫວັນໃນວັນພະຫັດມື້ນີ້, ເຊິ່ງເນັ້ນຍໍ້າວ່າເປັນ “ການລົງໂທດຢ່າງໜັກໜ່ວງຕໍ່ການກະທຳໃນການແບ່ງແຍກດິນແດນຂອງ 'ກອງທັບເອກະລາດໄຕ້ຫວັນ' ແລະ "ຄຳເຕືອນຢ່າງເຄັ່ງຄັດ"
ການສົ່ງອອກຂອງໄທໄດ້ກັບຄືນສູ່ສະພາບການຂະຫຍາຍໂຕ ໃນເດືອນເມສາ, ແລະ ໄວເກີນກວ່າທີ່ບັນດານັກວິເຄາະໄດ້ຄາດຄະເນໄວ້, ແລະກະຊວງການຄ້າກ່າວ ໃນວັນພະຫັດມື້ນີ້ວ່າ ການຂົນສົ່ງສິນຄ້າ ຄາດວ່າ ຈະມີກໍາໄລເລັກນ້ອຍໃນໄຕມາດທີສອງ, ອີງຕາມອົງການຂ່າວ ຣອຍເຕີສ໌.
ເຮືອບິນຂອງ COMAC ບິນເກືອບຢູ່ລະຫວ່າງແຕ່ພາຍໃນ ຈີນ ພ້ອມກັບສາຍການບິນ ອິນໂດເນເຊຍ ອີກບໍລິສັດນຶ່ງ, ແລະ ບໍລິສັດດັ່ງກ່າວ ທີ່ຖືກກໍ່ຕັ້ງຂຶ້ນໃນປີ 2008, ແມ່ນກຳລັງຊອກຫາລູກຄ່າຕ່າງປະເທດ.
ສະພາຂອງເມືອງດັ່ງກ່າວໄດ້ລົງຄະແນນສຽງໃນເດືອນແລ້ວນີ້ ເພື່ອຕິດຕັ້ງສິ່ງກີດຂວາງນັ້ນ, ເຊິ່ງເປັນການຕັດສິນໃຈທີ່ເຈົ້າໜ້າທີ່ໃນທ້ອງຖິ່ນອະທິບາຍວ່າ “ໜ້າເສຍໃຈ”
ເຮືອບິນສິງກະໂປ ທີ່ບິນຈາກລອນດອນ ຫາ ສິງກະໂປ ຈໍາເປັນຕ້ອງລົງຈອດສຸກເສີນໃນບາງກອກຂອງປະເທດໄທ
ການສະແດງຄວາມອົບອຸ່ນສ່ວນຕົວດັ່ງກ່າວ ແມ່ນມາພ້ອມກັບພິທີທີ່ຫຼູຫຼາທາງລັດຖະການຫຼາຍຄັ້ງ, ເຊິ່ງເຫັນໄດ້ຢ່າງຊັດເຈນວ່າ ເປັນການລະນຶກເຖິງວັນຄົບຮອບ 75 ປີຂອງສາຍພົວພັນທາງການທູດ
ກ່ອນກອງປະຊຸມສຸດຍອດສາມຝ່າຍທີ່ຮວມມີ ເກົາຫຼີໃຕ້, ຍີ່ປຸ່ນ, ແລະຈີນ ໃນທ້າຍອາທິດນີ້ ຢູ່ທີ່ນະຄອນຫຼວງໂຊລ, ວໍຊິງຕັນກ່າວວ່າຕົນຄາດຫວັງວ່າກອງປະຊຸມດັ່ງກ່າວຈະເປັນໂອກາດໃຫ້ສອງປະເທດພັນທະມິດຂອງຕົນ ຈະຈັດການກັບສາຍພົວພັນຂອງພວກເຂົາກັບປັກກິ່ງ.
ລັດຖະມົນຕີກະຊວງປ້ອງກັນປະເທດອອສເຕຣເລຍ ທ່ານ ຣີຊາດ ມາເລສ ( Richard Marles) ກ່າວໃນວັນອັງຄານມື້ນີ້ວ່າ ນາຍົກລັດຖະມົນຕີຄົນໃໝ່ຂອງໝູ່ເກາະ ໂຊໂລມອນ ທ່ານ ເຈເຣມາຍອາ ມາເນເລ (Jeremiah Manele) ໄດ້ບອກທ່ານວ່າ ປະເທດເກາະປາຊີຟິກ ກຳລັງດຳເນີນການທົບທວນຄືນດ້ານຄວາມປອດໄພ ຊຶ່ງຈະກຳນົດອະນາຄົດຂອງການຮ່ວມມືດ້ານຕຳຫຼວດ
ເວັບໄຊ້ຂອງກອງປະຊຸມນັ້ນເວົ້າວ່າ ບັນດາຜູ້ເຂົ້າຮ່ວມຈະແນເປົ້າສຳລັບການຕົກລົງ ກ່ຽວກັບ ສາມອົງປະກອບທີ່ສຳຄັນຄື, ຄວາມປອດໄພ, ນະວັດຕະກຳໃໝ່ ແລະ ການກວມລວມ.
ໂຫລດຕື່ມອີກ
No live streaming currently available