ເຮືອບິນຂອງ COMAC ບິນເກືອບຢູ່ລະຫວ່າງແຕ່ພາຍໃນ ຈີນ ພ້ອມກັບສາຍການບິນ ອິນໂດເນເຊຍ ອີກບໍລິສັດນຶ່ງ, ແລະ ບໍລິສັດດັ່ງກ່າວ ທີ່ຖືກກໍ່ຕັ້ງຂຶ້ນໃນປີ 2008, ແມ່ນກຳລັງຊອກຫາລູກຄ່າຕ່າງປະເທດ.
ສະພາຂອງເມືອງດັ່ງກ່າວໄດ້ລົງຄະແນນສຽງໃນເດືອນແລ້ວນີ້ ເພື່ອຕິດຕັ້ງສິ່ງກີດຂວາງນັ້ນ, ເຊິ່ງເປັນການຕັດສິນໃຈທີ່ເຈົ້າໜ້າທີ່ໃນທ້ອງຖິ່ນອະທິບາຍວ່າ “ໜ້າເສຍໃຈ”
ເຮືອບິນສິງກະໂປ ທີ່ບິນຈາກລອນດອນ ຫາ ສິງກະໂປ ຈໍາເປັນຕ້ອງລົງຈອດສຸກເສີນໃນບາງກອກຂອງປະເທດໄທ
ການສະແດງຄວາມອົບອຸ່ນສ່ວນຕົວດັ່ງກ່າວ ແມ່ນມາພ້ອມກັບພິທີທີ່ຫຼູຫຼາທາງລັດຖະການຫຼາຍຄັ້ງ, ເຊິ່ງເຫັນໄດ້ຢ່າງຊັດເຈນວ່າ ເປັນການລະນຶກເຖິງວັນຄົບຮອບ 75 ປີຂອງສາຍພົວພັນທາງການທູດ
ກ່ອນກອງປະຊຸມສຸດຍອດສາມຝ່າຍທີ່ຮວມມີ ເກົາຫຼີໃຕ້, ຍີ່ປຸ່ນ, ແລະຈີນ ໃນທ້າຍອາທິດນີ້ ຢູ່ທີ່ນະຄອນຫຼວງໂຊລ, ວໍຊິງຕັນກ່າວວ່າຕົນຄາດຫວັງວ່າກອງປະຊຸມດັ່ງກ່າວຈະເປັນໂອກາດໃຫ້ສອງປະເທດພັນທະມິດຂອງຕົນ ຈະຈັດການກັບສາຍພົວພັນຂອງພວກເຂົາກັບປັກກິ່ງ.
ລັດຖະມົນຕີກະຊວງປ້ອງກັນປະເທດອອສເຕຣເລຍ ທ່ານ ຣີຊາດ ມາເລສ ( Richard Marles) ກ່າວໃນວັນອັງຄານມື້ນີ້ວ່າ ນາຍົກລັດຖະມົນຕີຄົນໃໝ່ຂອງໝູ່ເກາະ ໂຊໂລມອນ ທ່ານ ເຈເຣມາຍອາ ມາເນເລ (Jeremiah Manele) ໄດ້ບອກທ່ານວ່າ ປະເທດເກາະປາຊີຟິກ ກຳລັງດຳເນີນການທົບທວນຄືນດ້ານຄວາມປອດໄພ ຊຶ່ງຈະກຳນົດອະນາຄົດຂອງການຮ່ວມມືດ້ານຕຳຫຼວດ
ເວັບໄຊ້ຂອງກອງປະຊຸມນັ້ນເວົ້າວ່າ ບັນດາຜູ້ເຂົ້າຮ່ວມຈະແນເປົ້າສຳລັບການຕົກລົງ ກ່ຽວກັບ ສາມອົງປະກອບທີ່ສຳຄັນຄື, ຄວາມປອດໄພ, ນະວັດຕະກຳໃໝ່ ແລະ ການກວມລວມ.
ທ່ານ ລາຍ ໄດ້ກ່າວວ່າ “ຂ້າພະເຈົ້າຫວັງວ່າ ຈີນ ຈະປະເຊີນກັບຄວາມເປັນຈິງຂອງການມີຢູ່ຂອງສາທາລະນະລັດແຫ່ງ ຈີນ, ເຄົາລົບທາງເລືອກຂອງປະຊາຊົນ ໄຕ້ຫວັນ
ການສືບສວນ ກ່ຽວກັບ ຢາງພລາສຕິກ ຂອງ ຈີນ ໄດ້ມີຂຶ້ນທ່າມກາງຄວາມຂັດແຍ້ງດ້ານການຄ້າທີ່ກວ້າງຂວາງກັບ ສະຫະລັດ ແລະ ຢູໂຣບ
ເຈົ້າໜ້າທີ່ຍີ່ປຸ່ນ ໄດ້ອອກມາເຕືອນປະຊາຊົນ ລຸນຫລັງປະຊາຊົນຫຼາຍຄົນ ລວມທັງເຈົ້າໜ້າທີ່ຕຳຫຼວດ ຖືກໂຈມຕີໂດຍໝີດັ່ງກ່າວ
ກໍາປັ່ນລົບຂອງຈີນ 2 ລໍາໄດ້ເຂົ້າຈອດທີ່ທ່າກໍາປັ່ນການຄ້າໃນກໍາປູເຈຍ, ເພື່ອກະກຽມສໍາລັບການຊ້ອມລົບຮ່ວມທາງທະເລລະຫວ່າງສອງປະເທດ ກໍາປູເຈຍ ແລະ ຈີນ
ຈີນແລະກຳປູເຈຍ ໄດ້ເລີ່ມການຊ້ອມລົບປະຈຳປີໃນວັນພະຫັດວານນີ້ ເພື່ອເສີມ ຂະຫຍາຍການຮ່ວມມື ແລະຄວາມໄວ້ເນື້ອເຊື່ອໃຈລະຫວ່າງກຳລັງຂອງທັງສອງ ປະເທດ
ໂຫລດຕື່ມອີກ
No live streaming currently available