ເມື່ອຖືກຖາມກ່ຽວກັບຫົວຂໍ້ຕ່າງໆ ລວມທັງການລ່ວງລະເມີດສິດທິມະນຸດຂອງຈີນ ໃນເມືອງ ຊິນຈຽງ (Xinjiang) ຫຼືການປະທ້ວງຕາມຖະຫນົນ ກ່ຽວກັບນະໂຍບາຍ COVID ທີ່ມີການໂຕ້ຖຽງກັນຂອງປະເທດ, ແອັບທີ່ເອີ້ນວ່າ chatbot ນີ້ເຊິ່ງເປັນໂປແກຼມຄອມພິວເຕີ ຫຼື ປັນຍາປະດິດ ທີ່ສາມາດຕອບໂຕ້ກັບມະນຸດຜ່ານຕົວອັກສອນ ຫຼື ສຽງ, ກໍໄດ້ມິດໄປ
ຜູ້ລົບໜີອອກນອກປະເທດຊາວເກົາຫຼີເໜືອ ຮຽກຮ້ອງໃຫ້ລັດຖະບານຜະເດັດການ ໃຫ້ປະຊາຊົນຂອງຕົນ ມີສິດທິພື້ນຖານ ແລະການດໍາລົງຊີວິດທີ່ເສລີ
ຄວາມວຸ້ນວາຍທາງດ້ານການເມືອງໃນຫວຽດນາມ ໄດ້ເພີ່ມອຳນາດຂອງກຸ່ມຕຳຫຼວດ ແລະທະຫານ ໃນພັກຄອມມູນິສຂອງປະເທດ, ໃນຂະນະທີ່ບັນດາເຈົ້າໜ້າທີ່ທີ່ມີພື້ນຖານດ້ານນີ້ ໄດ້ຮັບບ່ອນນັ່ງໃນຕຳແໜ່ງຂັ້ນສູງຂອງລັດຖະບານ
ປະຕິກິລິຍາຈາກຈີນ ແລະປະເທດອື່ນໆທີ່ພົວພັນໃນຂໍ້ພິພາດດັ່ງກ່າວ ລວມທັງ ປະເທດໃນຢູໂຣບ ແລະບັນດາບໍລິສັດຜະລິດຍົນຂອງຈີນ ຊີ້ໃຫ້ເຫັນຢ່າງຈະ ແຈ້ງເຖິງຄວາມຂັດຂ້ອງຕໍ່ການຕັດສິນໃຈຂອງສະຫະພາບຢູໂຣບ ແລະຄວາມ ກະຕືລືລົ້ນທີ່ຈະຫລຸດຜ່ອນສະຖານະການນີ້
ສະຫະລັດ ໄດ້ຮຽກຮ້ອງໃຫ້ ASEAN ຈົ່ງ 'ສົ່ງຂໍ້ຄວາມທີ່ບໍ່ມີຄວາມຜິດພາດ ກ່ຽວກັບຄວາມກັງວົນ ພ້ອມດ້ວຍການເກາະຜິດໃນສິ່ງທີ່ເປັນນ່ານນໍ້າຂອງ ຟີລິບປິນຢ່າງຈະແຈ້ງ'
ໃນການຕອບຕໍ່ຄຳສອບຖາມຂອງວີໂອເອພະແນກພາສາເກົາຫຼີ, ໂຄສົກກະຊວງ ການຕ່າງປະເທດສະຫະລັດ ໄດ້ກ່າວໃນວັນຈັນຜ່ານມານີ້ ວ່າ “ມັນສຳຄັນຍິ່ງ ສຳລັບປະຊາຊົນຂອງເກົາຫຼີເໜືອ ທີ່ຈະເຂົ້າເຖິງຂໍ້ມູນທີ່ເປັນອິດສະຫຼະ ທີ່ບໍ່ໄດ້ ຖືກຄວບຄຸມໂດຍລະບອບການປົກຄອງຂອງ ສປປ ເກົາຫຼີ (DPRK)”
ເນື່ອງໃນວັນຊາດຂອງຣັດເຊຍ ທ່ານກິມ ໄດ້ກ່າວວ່າການພົບປະກັບທ່ານປູຕິນ ຂອງທ່ານ ຢູ່ສະຖານທີ່ປ່ອຍຍານອະວະກາດຂອງຣັດເຊຍ ເມື່ອປີກາຍນີ້ ໄດ້ຍົກລະດັບສາຍສຳພັນດ້ານຍຸດທະສາດທີ່ມີມາຍາວນານນຶ່ງສັດຕະວັດ”
ທ່ານ ເນຕັນ ລໍ ໄດ້ຂຽນຂໍ້ຄວາມໃນໜ້າເຟສບຸກຂອງລາວວ່າ ການເຄື່ອນໄຫວຂອງລັດຖະບານ ແມ່ນບໍ່ມີຄວາມຈຳເປັນ ໃນເມື່ອລາວໄດ້ຮັບອະນຸຍາດໃຫ້ລີ້ໄພຢູ່ໃນ ອັງກິດ ໃນປີ 2021
ທ້າວ ຈິນ ກ່າວຕື່ມດ້ວຍການສົ່ງຄວາມເຄົາລົບເຖິງເພື່ອນຮ່ວມງານຂອງລາວວ່າ 'ມັນມ່ວນຫຼາຍສໍາລັບເວລານຶ່ງປີ ແລະຫົກເດືອນ ທີ່ຜ່ານມາ. ມັນເປັນຄວາມຮູ້ສຶກທີ່ດີ ທີ່ຂ້ອຍໄດ້ພົບກັບຫຼາຍໆຄົນທີ່ວິເສດ'
ຄະດີຕ່າງໆໃນສານ ໄດ້ພາໃຫ້ເກີດຄວາມບໍ່ແນ່ນອນທາງດ້ານການເມືອງຢູ່ໃນປະເທດທີ່ມີລະບົບເສດຖະກິດໃຫຍ່ອັນດັບສອງຂອງເອເຊຍຕາເວັນອອກສຽງໃຕ້
ພຽງຢາງ ແລະ ມົສກູ ມີການເພີ້ມທະວີການພົວພັນທາງການທູດ ແລະ ຄວາມໝັ້ນຄົງ, ເປັນເຈົ້າພາບຈັດຕັ້ງລັດຖະບານ, ລັດຖະສະພາ ແລະ ຄະນະຜູ້ແທນອື່ນໆຮ່ວມກັນ
ທ້າວລິນ ຜູ້ທີ່ໄດ້ພິມປຶ້ມຫຼາຍຫົວທີ່ບັນທຶກຊີວິດຂອງພວກກະເທີຍນັ້ນ ໄດ້ກ່າວ ວ່າ ລາວ ຄາດວ່າຈະໄປໂຄສະນາສົ່ງເສີມຜົນງານຂອງລາວ ຢູ່ທີ່ງານວາງສະ ແດງປຶ້ມ ໃນເມືອງນານຈິ່ງຂອງຈີນ ໃນວັນທີ 31 ພຶດສະພາ
ໂຫລດຕື່ມອີກ
No live streaming currently available