ປັກກິ່ງ ໄດ້ນໍາໃຊ້ຂໍ້ຈໍາກັດເພື່ອຕອບ ໂຕ້ຕໍ່ສິ່ງທີ່ພວກເຂົາອະທິບາຍວ່າເປັນ “ການລະເມີດສິດທິ ແລະການເກາະຜິດ” ທີ່ດໍາເນີນການໂດຍປະເທດໃດນຶ່ງ
ປັກກິ່ງ ໄດ້ມີປະຕິກິລິຍາຕໍ່ລາຍງານທີ່ຊີ້ແນະວ່າ ສະຫະລັດ ຄວນເອົາມາດຕະການດັ່ງກ່າວເພື່ອຍົກລະດັບການຍັບຢັ້ງໄພຂົ່ມຂູ່ຈາກ ເກົາຫຼີເໜືອ
ກອງທັບເກົາຫຼີໃຕ້ ກ່າວໃນວັນອັງຄານມື້ນີ້ວ່າ ຕົນຈະດຳເນີນການເຄື່ອນໄຫວ ທາງທະຫານທັງໝົດ ຕາມເສັ້ນແບ່ງເຂດທີ່ແບ່ງແຍກ 2 ເກົາຫຼີ ແລະໝູ່ເກາະ ທາງພາກຕາເວັນຕົກສຽງເໜືອອີກຄັ້ງ ຫຼັງຈາກໄດ້ໂຈະຂໍ້ຕົກລົງທາງທະຫານ ລະຫວ່າງສອງເກົາຫຼີ
ທະນາຄານ SCB ໄດ້ນຳໃຊ້ກອງທຶນຂອງທະນາຄານກາງ ເພື່ອຊ່ວຍໃຫ້ ພວກເຂົາເຈົ້າແກ້ໄຂການຖອນເງິນ ແລະການຊຳລະຕ່າງໆໃນຈໍານວນເງິນ 626,900 ພັນຕື້ດົງ
ເຫດການທີ່ເກີດຂຶ້ນຢູ່ບໍລິເວນ ແລະອ້ອມຮອບໃຈກາງນະຄອນຫຼວງປັກກິ່ງຂອງວັນທີ 4 ມິຖຸນາປີ 1989, ໃນເວລາທີ່ກອງທະຫານຂອງຈີນໄດ້ຍິງປືນໃສ່ຜູ້ຊຸມນຸມ ເພື່ອຍຸຕິການປະທ້ວງສະໜັບສະໜູນປະຊາທິປະໄຕທີ່ນຳພາໂດຍນັກສຶກສາ
ກອງທັບຟີລິບປິນ ທີ່ປະຈຳການຢູ່ກຳປັ່ນຮົບລຳນຶ່ງ ທີ່ຈອດຢູ່ເທິງສັນດອນ ທະເລຈີນໃຕ້ ທີ່ມີການຂັດແຍ້ງກັນ ໄດ້ຖືອາວຸດຂອງພວກເຂົາເຈົ້າໄວ້ ຫຼັງຈາກກຳປັ່ນຍາມຝັ່ງຂອງຈີນ ເຂົ້າມາໃກ້ກຳປັ່ນລຳດັ່ງກ່າວ ແຕ່ພວກເຂົາ ບໍ່ໄດ້ຊີ້ປືນໃສ່ພວກກຳປັ່ນຈີນ, ເຈົ້າໜ້າທີ່ທະຫານກ່າວ ໃນວັນອັງຄານມື້ນີ້
ບັນດາເຈົ້າໜ້າທີ່ໃນຈີນ ແລະຮົງກົງ ກຳລັງເພີ່ມທະວີການຄວບຄຸມສັງຄົມພົນລະເຮືອນຢ່າງເຂັ້ມງວດ ໃນຂະນະທີ່ປະຊາຊົນໃນເມືອງຕ່າງໆ ຫຼາຍສິບເມືອງໃນທົ່ວໂລກ ພາກັນລະນຶກເຖິງວັນຄົບຮອບ 35 ປີຂອງການສັງຫານໝູ່ ຢູ່ທີ່ຈະຕຸລັດທຽນອັນເໝິນ ໃນວັນອັງຄານມື້ນີ້
ຈີນ ເຊື່ອວ່າຄວາມພະຍາຍາມທັງໝົດຄວນໄດ້ຮັບການຮັບຮູ້ ໃນການສະໜັບ ສະໜູນມາດຕະການສັນຕິພາບ ກ່ຽວກັບ ສົງຄາມຣັດເຊຍ-ຢູເຄຣນ, ໂຄສົກກະຊວງການຕ່າງປະເທດຈີນກ່າວໃນວັນຈັນວານນີ້. ຈີນບໍ່ເຄີຍໄດ້ “ເພີ້ມທະວີ ຫຼືຕື່ມເຊື້ອໄຟ”, ທ່ານ ນາງ ໝາວ ໜິງ ກ່າວ ໃນການຕອບຄຳ ຖາມຕໍ່ກອງປະຊຸມສຸດຍອດສັນຕິພາບ
ສະພາຄວາມໝັ້ນຄົງແຫ່ງຊາດຂອງເກົາຫຼີໃຕ້ ກ່າວໃນວັນຈັນມື້ນີ້ວ່າ ລັດຖະບານ ໂຊລ ຈະໂຈະຂໍ້ຕົກລົງວ່າດ້ວຍການຫລຸດຜ່ອນຄວາມເຄັ່ງຕຶງທາງທະຫານປີ 2018 ກັບເກົາຫລີເໜືອ ທີ່ມີອາວຸດນິວເຄລຍ ຢ່າງເຕັມຮູບແບບ ຫລັງຈາກພຽງຢາງໄດ້ສົ່ງບາລລູນທີ່ບັນຈຸຂີ້ເຫຍື້ອຫຼາຍຮ້ອຍລູກຂ້າມຊາຍແດນມາ
ໃນລະຫວ່າງ 1969 ແລະ 1972, ພາລະກິດ ອາພອລໂລ 6 ຄັ້ງ, ເຊິ່ງທຸກຄັ້ງແມ່ນມີລູກເຮືອ, ໄດ້ເກັບເອົາຕົວຢ່າງ 2,200 ອັນ ມີນ້ຳໜັກລວມທັງໝົດ 382 ກິໂລກຣາມ, ຈາກດ້ານທີ່ຫັນຫາໂລກຂອງເດືອນ.
ໂຫລດຕື່ມອີກ
No live streaming currently available