ຈີນ ເຊື່ອວ່າຄວາມພະຍາຍາມທັງໝົດຄວນໄດ້ຮັບການຮັບຮູ້ ໃນການສະໜັບ ສະໜູນມາດຕະການສັນຕິພາບ ກ່ຽວກັບ ສົງຄາມຣັດເຊຍ-ຢູເຄຣນ, ໂຄສົກກະຊວງການຕ່າງປະເທດຈີນກ່າວໃນວັນຈັນວານນີ້. ຈີນບໍ່ເຄີຍໄດ້ “ເພີ້ມທະວີ ຫຼືຕື່ມເຊື້ອໄຟ”, ທ່ານ ນາງ ໝາວ ໜິງ ກ່າວ ໃນການຕອບຄຳ ຖາມຕໍ່ກອງປະຊຸມສຸດຍອດສັນຕິພາບ
ສະພາຄວາມໝັ້ນຄົງແຫ່ງຊາດຂອງເກົາຫຼີໃຕ້ ກ່າວໃນວັນຈັນມື້ນີ້ວ່າ ລັດຖະບານ ໂຊລ ຈະໂຈະຂໍ້ຕົກລົງວ່າດ້ວຍການຫລຸດຜ່ອນຄວາມເຄັ່ງຕຶງທາງທະຫານປີ 2018 ກັບເກົາຫລີເໜືອ ທີ່ມີອາວຸດນິວເຄລຍ ຢ່າງເຕັມຮູບແບບ ຫລັງຈາກພຽງຢາງໄດ້ສົ່ງບາລລູນທີ່ບັນຈຸຂີ້ເຫຍື້ອຫຼາຍຮ້ອຍລູກຂ້າມຊາຍແດນມາ
ໃນລະຫວ່າງ 1969 ແລະ 1972, ພາລະກິດ ອາພອລໂລ 6 ຄັ້ງ, ເຊິ່ງທຸກຄັ້ງແມ່ນມີລູກເຮືອ, ໄດ້ເກັບເອົາຕົວຢ່າງ 2,200 ອັນ ມີນ້ຳໜັກລວມທັງໝົດ 382 ກິໂລກຣາມ, ຈາກດ້ານທີ່ຫັນຫາໂລກຂອງເດືອນ.
ອິນເດຍ ໄດ້ປະກາດກ່ຽວກັບຄື້ນຄວາມຮ້ອນທີ່ຮ້າຍແຮງ ໃນຂະນະທີ່ອຸນຫະພູມໃນນະຄອນຫຼວງ ນິວເດລີ ໄດ້ສູງຂຶ້ນເຖິງ 52.3 ອົງສາແຊວຊຽສ ໃນວັນພຸດຜ່ານມານີ້ ອັນເປັນຂີດໝາຍວັນທີ່ຮ້ອນສູງເປັນປະຫວັດການຂອງປະເທດ
ທ່ານ ຫວຽດ ໄດ້ກ່າວຢ້ຳວ່າ “ຫວຽດນາມ ຄັດຄ້ານກິດຈະກຳໃດໆທີ່ລະເມີດອຳນາດອະທິປະໄຕຢູ່ໝູ່ເກາະ ຮວາງ ຊາ ຂອງ ຫວຽດນາມ ຢ່າງເດັດຂາດ”
ໃນຕອນແລງຂອງເດືອນກຸມພາຜ່ານມາ, ທະຫານລັດຖະບານມຽນມາກຸ່ມນຶ່ງ ໄດ້ຈັບໂຕ ທ້າວ ຍານ ໂມຮຳມັດ (ເຊິ່ງບໍ່ແມ່ນຊື່ແທ້ຂອງລາວ) ຈາກເມືອງ ມ່ອງດໍ ຂອງມຽນມາ. ເມື່ອພວກເຂົາ ໄດ້ພາຊາຍຊາວໂຣຮິງຢາ ອາຍຸ 24 ປີຄົນນີ້ ໄປທີ່ຄ້າຍທະຫານທີ່ຢູ່ໃກ້ໆແຫ່ງນຶ່ງ
ຮອງລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ ເຄີດ ແຄັມເບລ ຈະຕ້ອນຮັບຮອງລັດຖະມົນຕີການຕ່າງປະເທດຈີນ ທ່ານ ໝ່າ ຈ້າວຊູ ໃນນະຄອນຫຼວງ ວໍຊິງຕັນ ໃນວັນພະຫັດມື້ນີ້. ການເຈລະຈາແມ່ນມີຈຸດປະສົງເພື່ອຮັກສາຊ່ອງທາງການສື່ສານທີ່ເປີດກວ້າງ ເພື່ອປ້ອງກັນການເຂົ້າໃຈຜິດ ແລະຄວາມຂັດແຍ່ງໂດຍບໍ່ໄດ້ຕັ້ງໃຈ
ໂຄສົກຂອງບໍລິສັດ Samsung Electronics ໄດ້ອອກຖະແຫຼງການສະບັບນຶ່ງເວົ້າວ່າເຂົາເຈົ້າຈະສືບຕໍ່ການເຈລະຈາກັບກຳມະບານ
ເຂົາເຈົ້າແມ່ນລວມຢູ່ໃນບັນດານັກເຄື່ອນໄຫວສະໜັບສະໜູນປະຊາທິປະໄຕ 47 ຄົນ ຜູ້ທີ່ຖືກຟ້ອງຮ້ອງໃນປີ 2021
ທ້າວ ໂຮຕິບ (Hotib), ອາຍຸ 64 ປີ, ສູບຢາມາເກືອບ 40 ປີ ແລະການວິນິດໄສໂຣກມະເຮັງ ເຮັດໃຫ້ລາວ ຕ້ອງເອົາກ່ອງສຽງຂອງລາວອອກ. ປະຈຸບັນນີ້ ລາວຫາຍໃຈຜ່ານຮູຢູ່ທີ່ຄໍຂອງລາວ. ສຽງຂອງລາວແຫບ ໃນຂະນະທີ່ລາວ ອາໄສຫຼອດອາຫານຂອງລາວ ເພື່ອສ້າງສຽງສໍາລັບການປາກເວົ້າ ແລະການຢຸດ ລະຫວ່າງປະໂຫຍກຂອງລາວນັ້ນ ແມ່ນຍາວແບບເຫັນໄດ້ຢ່າງຈະແຈ້ງ
ຜູ້ຜະລິດລົດໄຟຟ້າຂອງຫວຽດນາມ VinFast ກໍາລັງພະຍາຍາມຊະລໍແຜນການ ສ້າງໂຮງງານທີ່ມີມູນຄ່າ 4 ຕື້ໂດລາໃນລັດ ຄາໂຣໄລນາເໜືອ ອອກໄປ, ເນື່ອງຈາກບໍລິສັດທີ່ຂາດທຶນດັ່ງກ່າວ ພະຍາຍາມດິ້ນຮົນ ເພື່ອໃຫ້ໄດ້ຮັບຄວາມ ນິຍົມຈາກຜູ້ບໍລິໂພກຂອງສະຫະລັດ ອີງຕາມການກ່າວຂອງບຸກຄົນທີ່ໄດ້ຮັບຟັງ ລາຍງານໂດຍຫຍໍ້ກ່ຽວກັບເລື່ອງນີ້
ໂຫລດຕື່ມອີກ
No live streaming currently available