ໂຄສົກຂອງບໍລິສັດ Samsung Electronics ໄດ້ອອກຖະແຫຼງການສະບັບນຶ່ງເວົ້າວ່າເຂົາເຈົ້າຈະສືບຕໍ່ການເຈລະຈາກັບກຳມະບານ
ເຂົາເຈົ້າແມ່ນລວມຢູ່ໃນບັນດານັກເຄື່ອນໄຫວສະໜັບສະໜູນປະຊາທິປະໄຕ 47 ຄົນ ຜູ້ທີ່ຖືກຟ້ອງຮ້ອງໃນປີ 2021
ທ້າວ ໂຮຕິບ (Hotib), ອາຍຸ 64 ປີ, ສູບຢາມາເກືອບ 40 ປີ ແລະການວິນິດໄສໂຣກມະເຮັງ ເຮັດໃຫ້ລາວ ຕ້ອງເອົາກ່ອງສຽງຂອງລາວອອກ. ປະຈຸບັນນີ້ ລາວຫາຍໃຈຜ່ານຮູຢູ່ທີ່ຄໍຂອງລາວ. ສຽງຂອງລາວແຫບ ໃນຂະນະທີ່ລາວ ອາໄສຫຼອດອາຫານຂອງລາວ ເພື່ອສ້າງສຽງສໍາລັບການປາກເວົ້າ ແລະການຢຸດ ລະຫວ່າງປະໂຫຍກຂອງລາວນັ້ນ ແມ່ນຍາວແບບເຫັນໄດ້ຢ່າງຈະແຈ້ງ
ຜູ້ຜະລິດລົດໄຟຟ້າຂອງຫວຽດນາມ VinFast ກໍາລັງພະຍາຍາມຊະລໍແຜນການ ສ້າງໂຮງງານທີ່ມີມູນຄ່າ 4 ຕື້ໂດລາໃນລັດ ຄາໂຣໄລນາເໜືອ ອອກໄປ, ເນື່ອງຈາກບໍລິສັດທີ່ຂາດທຶນດັ່ງກ່າວ ພະຍາຍາມດິ້ນຮົນ ເພື່ອໃຫ້ໄດ້ຮັບຄວາມ ນິຍົມຈາກຜູ້ບໍລິໂພກຂອງສະຫະລັດ ອີງຕາມການກ່າວຂອງບຸກຄົນທີ່ໄດ້ຮັບຟັງ ລາຍງານໂດຍຫຍໍ້ກ່ຽວກັບເລື່ອງນີ້
“ການຊ້ອມລົບທາງທະຫານຮ່ວມກັນສອງຝ່າຍ ແລະສາມຝ່າຍ ກັບເກົາຫຼີໃຕ້ ຫຼື ROK ແລະ ຍີ່ປຸ່ນ ຂອງພວກເຮົາທີ່ມີມາຍາວນານນັ້ນ ແມ່ນມີຈຸດປະສົງເພື່ອຮັກສາຄວາມພ້ອມຂອງກອງກຳລັງ ແລະປົກປັກຮັກສາຄວາມໝັ້ນຄົງ ໃນພາກພື້ນ” ໂຄສົກກະຊວງການຕ່າງປະເທດ ໄດ້ກ່າວ ໂດຍໃຊ້ຊື່ຫຍໍ້ ROK ທີ່ເປັນທາງການຂອງເກົາຫຼີໃຕ້
ບາລລູນຂອງເກົາຫຼີເໜືອໄດ້ຖິ້ມອາຈົມ ແລະຂີ້ເຫຍື້ອອື່ນໆ ລົງຕາມຖະໜົນຫົນທາງທີ່ແອອັດ, ຢູ່ຕໍ່ໜ້າບ່ອນຢູ່ອາໄສ, ແລະໃນບໍລິເວນອື່ນໆ ທົ່ວ ເກົາຫຼີໃຕ້ ໃນວັນພຸດມື້ນີ້, ອີງຕາມການລາຍງານຂອງສື່ທ້ອງຖິ່ນ ແລະກອງທັບເກົາຫຼີໃຕ້, ທ່າມກາງຄວາມເຄັ່ງຕຶງທີ່ເພີ້ມຂຶ້ນ ຄັ້ງຫຼ້າສຸດຂອງພຽງຢາງ ກັບເພື່ອນບ້ານທາງພາກໃຕ້ຂອງຕົນ
ໄຕ້ຫວັນ ຖືກກີດກັນຈາກອົງການຈັດຕັ້ງສາກົນສ່ວນໃຫຍ່ ຍ້ອນການຄັດຄ້ານໂດຍສາທາລະນະລັດ ປະຊາຊົນ ຈີນ
ທ່ານ ທັກສິນ ຍັງຈະຖືກຟ້ອງຮ້ອງສຳລັບການລ່ວງລະເມີດກົດໝາຍອາຊະຍາກຳທາງຄອມພິວເຕີຂອງປະເທດ, ອີງຕາມການກ່າວຂອງເຈົ້າໜ້າທີ່
ເກົາຫຼີເໜືອ ກ່າວວ່າ ຄວາມພະຍາຍາມຂອງຕົນ ໃນການຍິງສົ່ງດາວທຽມ ສອດແນມທາງທະຫານ ໜ່ວຍໃໝ່ ຂຶ້ນສູ່ວົງໂຄຈອນ ກໍໄດ້ຈົບລົງດ້ວຍຄວາມລົ້ມແຫຼວ ໃນວັນຈັນວານນີ້ ເມື່ອເຄື່ອງຈັກຂອງຈະຫຼວດ ທີ່ພັດທະນາຂຶ້ນໃໝ່ ໄດ້ລະເບີດຂຶ້ນ ໃນລະຫວ່າງການບິນຂຶ້ນຢູ່ນັ້ນ
ພວກຫົວຮຸນແຮງທີ່ມີອາວຸດຢ່າງຫຼວງຫຼາຍ ໄດ້ໂຈມຕີຄ້າຍຮັກສາຄວາມປອດໄພ ຂອງ ປາກິສຖານ ໃກ້ເຂດຊາຍແດນຕິດກັບ ອັຟການິສຖານ ໃນຊ່ວງຕອນເຊົ້າ ວັນຈັນມື້ນີ້ ສົ່ງຜົນໃຫ້ມີທະຫານ 5 ຄົນ ແລະຜູ້ໂຈມຕີ 5 ຄົນ ເສຍຊີວິດ ໃນການຍິງຕໍ່ສູ້ກັນທີ່ຕິດຕາມມາ
ບັນດາເຈົ້າໜ້າທີ່ລະດັບສູງຈາກ ເກົາຫຼີໃຕ້, ຈີນ ແລະ ຍີ່ປຸ່ນ ໄດ້ປຶກສາຫາລື ກ່ຽວກັບ ສະຖຽນລະພາບໃນພາກພື້ນໃນການປະຊຸມຄັ້ງທຳອິດຂອງພວກເພິ່ນ
ບັນດາເຈົ້າໜ້າທີ່ຈາກ ສະຫະລັດ, ຍີ່ປຸ່ນ ແລະ ເກົາຫຼີໃຕ້ ໄດ້ຕົກລົງກັນທາງໂທລະສັບ ທີ່ຈະຮຽກຮ້ອງໃຫ້ລະບອບການປົກຄອງຂອງທ່ານ ກິມ ຈົງ ອຶນ ຍົກເລີກແຜນການດັ່ງກ່າວຊົ່ວຄາວ
ໂຫລດຕື່ມອີກ
No live streaming currently available