ການໄປເຖິງເທື່ອຫຼ້າສຸດ ໝາຍຄວາມວ່າ ມີອົບພະຍົບຫຼາຍກວ່າ 800 ຄົນ ນຳເຮືອເຂົ້າຈອດທີ່ແຂວງອາເຈ ໃນອາທິດນີ້ ພຽງອາທິດດຽວ ອີງຕາມເຈົ້າໜ້າທີ່ທ້ອງຖິ່ນ
ລັດຖະບານກ່າວວ່າ ການໂຈມຕີເຈາະຂໍ້ມູນ ໄດ້ຢ້ຳໃຫ້ເຫັນໃນຄວາມອ່ອນໄຫວ ຕໍ່ອາຊະຍາກຳທາງໄຊເບີ້
ສ່ວນບັນດານັກວິເຄາະ ກ່າວວ່າ ຜົນສຳເລັດຂອງກອງປະຊຸມສຸດຍອດ ຂອງບັນດາເສດຖະກິດ ເອເຊຍ-ປາຊີຟິກ ທີ່ກຳລັງເກີດຂຶ້ນພ້ອມກັນຢູ່ໃນນະຄອນແຊນ ແຟຣນຊິສໂກ - ກໍຂຶ້ນຢູ່ກັບສອງປະເທດທີ່ມີເສດຖະກິດໃຫຍທີ່ສຸດຂອງໂລກ ຈະຢູ່ຮວມກັນຢ່າງສັນຕິ
“ມີຄວາມເຂົ້າໃຈພາຍໃນບັນດາປະເທດບ້ານໃກ້ຄຽງຂອງອັຟການິສຖານ ແລະຣັດເຊຍ ວ່າ ພວກເຮົາຈະຮັບຮູ້ລະບອບການປົກຄອງກຸ່ມຕາລີບານ ໃນເວລາດຽວກັນ ແລະບໍ່ຮັບຮູ້ແຕ່ພຽງຝ່າຍດຽວ” ທ່ານດູຣານີ ໄດ້ກ່າວຢູ່ທີ່ ການສົນທະນາປະຈຳປີ ມາຣກາລາ ທີ່ໄດ້ຖືກຈັດຂຶ້ນໂດຍ ສະຖາບັນການຄົ້ນຄວ້ານະໂຍບາຍຂອງ ອິສລາມາບັດ ທີ່ດຳເນີນການໂດຍລັດ
ບັນດາຜູ້ນຳ 14 ຄົນ ໄດ້ກ່າວໃນຖະແຫຼງການຮ່ວມວ່າ ເປົ້າໝາຍຂອງຂໍ້ຕົກລົງໃໝ່ ແມ່ນເພື່ອ “ສົ່ງເສີມສິດທິຂອງກຳມະກອນ
ການຕັດສິນໃຈດັ່ງກ່າວ ມີຂຶ້ນຂະນະທີ່ ລັດຖະບານຂອງປະທານາທິບໍດີສະຫະລັດ ໂຈ ໄບເດັນ ກຳລັງເຈລະຈາກັບຈີນ ເພື່ອຟື້ນຟູການຮ່ວມມືສອງຝ່າຍຄືນໃໝ່ ແລະຈັດຕັ້ງກຸ່ມປະຕິບັດງານ ທີ່ແນໃສ່ຢຸດຢັ້ງການຫລັ່ງໄຫລຂອງຢາສັງເຄາະ ແລະສານເຄມີຕັ້ງຕົ້ນທັງຫຼາຍເຂົ້າມາໃນສະຫະລັດ
ສະພາສູງແລະສະພາຕ່ຳສະຫະລັດ ຍັງຕົກລົງກັນບໍ່ໄດ້ ກ່ຽວກັບການໃຫ້ຄວາມຊ່ວຍເຫຼືອແກ່ມຽນມາ ທີ່ແນໃສ່ດ້ານມະນຸດສະທຳ ແລະຊຸກຍູ້ປະຊາທິປະໄຕ
ເຈົ້າໜ້າທີ່ກູ້ໄພໃນວັນອັງຄານວານນີ້ ໄດ້ສືບຕໍ່ສູ້ຊົນເພື່ອຊ່ວຍເຫລືອຄົນງານກໍ່ສ້າງຊາວອິນເດຍ 40 ຄົນ ທີ່ຕິດຢູ່ໃນອຸໂມງທາງຫຼວງ ເທິງພູຫິມະໄລ ທີ່ພັງລົງມາໃນຕອນເຊົ້າວັນອາທິດທີ່ຜ່ານມາ
"ການເຊື່ອມໂຍງ ອັຟການິສຖານເຂົ້າໃນສະຖາບັນ ແລະ ລະບົບລະດັບໂລກ ຄືນໃໝ່ຢ່າງເປັນທາງການອັນໃດກໍຕາມ ຈະຕ້ອງອາໃສການມີສ່ວນຮ່ວມ ແລະການນຳພາຂອງແມ່ຍິງອັຟການິສຖານ," ອີງຕາມວີໂອເອ ທີ່ນຳເນື້ອໃນບາງສ່ວນມາຈາກບົດລາຍງານດັ່ງກ່າວ
ກອງປະຊຸມສຸດຍອດ ການຮ່ວມມືດ້ານເສດຖະກິດເອເຊຍ - ປາຊີຟິກ ຫຼື APEC ທີ່ກຳລັງຈັດຂຶ້ນນີ້ ເປັນການຮວມໂຕຂອງບັນດາຜູ້ນຳໂລກທີ່ໃຫຍ່ທີ່ສຸດ ທີ່ມາເຕົ້າໂຮມກັນຢູ່ນະຄອນ ແຊນ ຟຣານຊິສໂກ (San Francisco) ຂອງສະຫະລັດ ນັບແຕ່ປີ 1945 ເມື່ອມີການລົງນາມ ໃນສົນທິສັນຍາສ້າງຕັ້ງອົງການສະຫະປະຊາຊາດ
ອິນໂດເນເຊຍ ປາຖະໜາວ່າ ການເປັນຄູ່ພາຄີນັ້ນ ຈະ “ປະກອບສ່ວນຕໍ່ພາກພື້ນ ແລະສັນຕິພາບໂລກ ແລະຄວາມຈະເລີນຮຸ່ງເຮືອງ,” ທ່ານວີໂດໂດ ໄດ້ກ່າວໃນການໃຫ້ຄຳເຫັນຂອງທ່ານ ກ່ອນໜ້າຂອງການເຂົ້າຮ່ວມປະຊຸມກັບທ່ານໄບເດັນໃນຫ້ອງການຮູບຊົງໄຂ່ຂອງທຳນຽບຂາວ
ສອງປະເທດໃກ້ຄຽງກັນດັ່ງກ່າວ ໄດ້ເລີ່ມການຝຶກຊ້ອມ ໃນວັນເສົາທີ່ຜ່ານມາ
ໂຫລດຕື່ມອີກ
No live streaming currently available