ເຈົ້າໜ້າທີ່ກູ້ໄພໃນວັນອັງຄານວານນີ້ ໄດ້ສືບຕໍ່ສູ້ຊົນເພື່ອຊ່ວຍເຫລືອຄົນງານກໍ່ສ້າງຊາວອິນເດຍ 40 ຄົນ ທີ່ຕິດຢູ່ໃນອຸໂມງທາງຫຼວງ ເທິງພູຫິມະໄລ ທີ່ພັງລົງມາໃນຕອນເຊົ້າວັນອາທິດທີ່ຜ່ານມາ
"ການເຊື່ອມໂຍງ ອັຟການິສຖານເຂົ້າໃນສະຖາບັນ ແລະ ລະບົບລະດັບໂລກ ຄືນໃໝ່ຢ່າງເປັນທາງການອັນໃດກໍຕາມ ຈະຕ້ອງອາໃສການມີສ່ວນຮ່ວມ ແລະການນຳພາຂອງແມ່ຍິງອັຟການິສຖານ," ອີງຕາມວີໂອເອ ທີ່ນຳເນື້ອໃນບາງສ່ວນມາຈາກບົດລາຍງານດັ່ງກ່າວ
ກອງປະຊຸມສຸດຍອດ ການຮ່ວມມືດ້ານເສດຖະກິດເອເຊຍ - ປາຊີຟິກ ຫຼື APEC ທີ່ກຳລັງຈັດຂຶ້ນນີ້ ເປັນການຮວມໂຕຂອງບັນດາຜູ້ນຳໂລກທີ່ໃຫຍ່ທີ່ສຸດ ທີ່ມາເຕົ້າໂຮມກັນຢູ່ນະຄອນ ແຊນ ຟຣານຊິສໂກ (San Francisco) ຂອງສະຫະລັດ ນັບແຕ່ປີ 1945 ເມື່ອມີການລົງນາມ ໃນສົນທິສັນຍາສ້າງຕັ້ງອົງການສະຫະປະຊາຊາດ
ອິນໂດເນເຊຍ ປາຖະໜາວ່າ ການເປັນຄູ່ພາຄີນັ້ນ ຈະ “ປະກອບສ່ວນຕໍ່ພາກພື້ນ ແລະສັນຕິພາບໂລກ ແລະຄວາມຈະເລີນຮຸ່ງເຮືອງ,” ທ່ານວີໂດໂດ ໄດ້ກ່າວໃນການໃຫ້ຄຳເຫັນຂອງທ່ານ ກ່ອນໜ້າຂອງການເຂົ້າຮ່ວມປະຊຸມກັບທ່ານໄບເດັນໃນຫ້ອງການຮູບຊົງໄຂ່ຂອງທຳນຽບຂາວ
ສອງປະເທດໃກ້ຄຽງກັນດັ່ງກ່າວ ໄດ້ເລີ່ມການຝຶກຊ້ອມ ໃນວັນເສົາທີ່ຜ່ານມາ
ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ທ່ານລອຍ ອອສຕິນ ແລະລັດຖະມົນຕີກະຊວງປ້ອງກັນປະເທດເກົາຫຼີໃຕ້ ທ່ານຊິນ ວອນ ຊິກ ເປີດການເຈລະຈາຫາລື ທີ່ນະຄອນຫຼວງໂຊລ
“ທ່ານປະທານາທິບໍດີຕັ້ງໃຈຢາກເຫັນການຈັດຕັ້ງຄວາມສຳພັນທາງດ້ານທະຫານຕໍ່ທະຫານກັບຈີນ ຄືນໃໝ່ອີກ ເພາະວ່າ ທ່ານເຊື່ອວ່າ ມັນເປັນຜົນປະໂຫຍດທາງດ້ານຄວາມໝັ້ນຄົງແຫ່ງຊາດຂອງສະຫະລັດ” ທ່ານຊູລີວັນ ໄດ້ກ່າວໃນການໃຫ້ສຳພາດກັບລາຍການ “Face the Nation” ຂອງໂທລະພາບ CBS
ພຽງຢາງ ໃນວັນຈັນມື້ນີ້ ຮຽກຮ້ອງໃຫ້ຍຸບກອງບັນຊາການສະຫະປະຊາຊາດ ໂດຍເອີ້ນກອງບັນຊາການນີ້ວ່າ 'ເປັນອົງການຈັດຕັ້ງທາງສົງຄາມທີ່ຜິດກົດໝາຍ' ທີ່ລາຍງານໂດຍ KCNA
ມັນແມ່ນທ່າອ່ຽງ ທີ່ຮູ້ຈັກກັນຄື “ການອຸ້ມຊູ ເພື່ອນມິດ.” ແລະມັນເປັນນະໂຍບາຍທີ່ງອກຂຶ້ນມາຈາກພາຍໃນບາງສ່ວນຂອງ 21 ສະມາຊິກໃນກຸ່ມການຮ່ວມມືດ້ານເສດຖະກິດຂອງເຂດເອເຊຍ-ປາຊີຟິກ ຫຼື APEC
ການຢ້ຽມຢາມເກົາຫຼີໃຕ້ ໄລຍະສອງວັນ ຂອງທ່ານບລິງເກັນ ແມ່ນຄັ້ງທຳອິດໂດຍລັດຖະມົນຕີການຕ່າງປະເທດສະຫະລັດ ໃນຮອບ 2 ປີເຄິ່ງ ແລະເປັນສ່ວນນຶ່ງຂອງການເດີນທາງໄປຍັງເຂດເອເຊຍ ອັນກວ້າງຂວາງກວ່າເກົ່າ ທີ່ຈະລວມທັງ ການຢຸດແວ່ຢູ່ ອິນເດຍ ນຳດ້ວຍ
ກຳປັ່ນ ຊານດົງ ໄດ້ເຂົ້າຮ່ວມໃນການຊ້ອມລົບທາງດ້ານທະຫານຂອງຈີນ ຢູ່ອ້ອມແອ້ມໄຕ້ຫວັນ ໃນເດືອນເມສາ ແລະ ໄດ້ເຂົ້າສູ່ມະຫາສະໝຸດປາຊີຟິກ ໃນທ້າຍເດືອນແລ້ວນີ້ ອີກຄັ້ງນຶ່ງ
ພວກກະບົດຫຼືຕໍ່ຕ້ານໄດ້ເຂົ້າຢຶດຄ້າຍທະຫານ ເທິງທາງຫຼວງແລະເມືອງທີ່ສຳຄັນ ໃນເຂດຊາຍແດນມຽນມາ ໃກ້ກັບຈີນ
ໂຫລດຕື່ມອີກ
No live streaming currently available