ຢູ່ງານວາງສະແດງໃນເມືອງ ຮາບິນ, ທ່ານ ປູຕິນ ໄດ້ກ່າວຢ້ຳເຖິງຄວາມສຳຄັນຂອງການຮ່ວມມືລະຫວ່າງ ຣັດເຊຍ ແລະ ຈີນ ໃນການພັດທະນາເທັກໂນໂລຈີໃໝ່ຮ່ວມກັນ.
ເກົາຫຼີເໜືອ ໄດ້ຍິງ “ລູກສອນໄຟຂີປະນາວຸດ ທີ່ບໍ່ລະບຸຕົວຕົນ” ຢ່າງໜ້ອຍນຶ່ງລູກ, ກອງທັບຂອງໂຊລ ກ່າວໃນວັນສຸກວານນີ້, ສອງສາມຊົ່ວໂມງ ຫຼັງຈາກນ້ອງສາວຜູ້ມີອຳນາດຂອງຜູ້ນຳ ກິມ ຈອງ ອຶນ ໄດ້ປະຕິເສດຕໍ່ຂໍ້ກ່າວຫາທີ່ແຜ່ອອກໄປໃນວົງກວ້າງ ວ່າ ພຽງຢາງ ກຳລັງຈັດສົ່ງອາວຸດໄປໃຫ້ຣັດເຊຍ
ການພົວພັນລະຫວ່າງສອງປະເທດ ໄດ້ເພີ້ມທະວີຂຶ້ນຢ່າງບໍ່ຢຸດຢັ້ງພາຍຫຼັງການຢ້ຽມຢາມຂົງເຂດທາງທິດຕາເວັນອອກຂອງຣັດເຊຍ ໂດຍ ທ່ານ ກິມ ຈົງ ອຶນ
ກຸ່ມຟີລິບປິນທີ່ນຳພາພາລະກິດການສະໜອງສະບຽງຂອງພົນລະເຮືອນ ໃນທະເລຈີນໃຕ້ ໄດ້ສົ່ງອາຫານ ແລະ ນໍ້າມັນເຊື້ອໄຟ ໃຫ້ຊາວປະມົງຟິລິບປິນ ເຖິງແມ່ນວ່າ ຈະຖືກຕິດຕາມໂດຍເຮືອກຳປັ່ນຂອງຈີນ ກໍຕາມ, ເຈົ້າໜ້າທີ່ຂອງກຸ່ມ ກ່າວໃນວັນພະຫັດມື້ນີ້ ໂດຍເອີ້ນການດຳເນີນການນີ້ວ່າ ເປັນໄຊຊະນະທີ່ສຳຄັນ
ທ່ານນາງ ອີເລນ ເພ່ຍສັນ, ຜູ້ອຳນວຍການອົງການ Human Rights Watch ປະຈໍາເອເຊຍ ກ່າວຕໍ່ວີໂອເອກ່ອນໜ້າຂອງການນໍາສະເໜີບົດລາຍງານຂອງອົງການຢູ່ບາງກອກໃນວັນພະຫັດມື້ນີ້ວ່າ “ເປັນເວລາຍາວນານ, ທີ່ປະເທດໄທເປັນບ່ອນລີ້ໄພຂອງພວກຄົນຜູ້ທີ່ຫຼົບໜີຈາກການປະຫັດປະຫານຢູ່ໃນປະເທດເພື່ອນບ້ານຕ່າງໆ”
ບໍລິສັດ TSMC ກ່າວວ່າ ພວກເຂົາ 'ກໍາລັງດໍາເນີນການສືບສວນສອບສວນກ່ຽວກັບເຫດການດັ່ງກ່າວນີ້ຢູ່ ແລະຍັງບໍ່ມີລາຍລະອຽດໃດໆທີ່ຈະແຈ້ງໃຫ້ຊາບເທື່ອ'
ບັນດາຜູ້ນຳຍັງໄດ້ຄາດໝາຍ “ໃຫ້ມີການແລກປ່ຽນຄວາມຄິດເຫັນຢ່າງລະອຽດ ກ່ຽວກັບບັນຫາຕ່າງໆທີ່ລໍ່ແຫຼມທີ່ສຸດລະຫວ່າງປະເທດ ແລະພາກພື້ນ” ວັງເຄຣມລິນ ກ່າວ
ໃນປະເທດ ຟີລິບປິນ, ບັນດານັກວິທະຍາສາດໄດ້ພົບວ່າ ອາຍຮ້ອນແມ່ນຮຸນແຮງຫຼາຍ ມັນຈະເປັນໄປບໍ່ໄດ້ທີ່ສະພາບອາກາດປ່ຽນແປງຈະບໍ່ມີສາເຫດມາຈາກມະນຸດ
ຈີນ ໄດ້ອ້າງເອົາອຳນາດອະທິປະໄຕໃນທະເລຈີນໃຕ້ ເກືອບທັງໝົດ, ໂດຍບໍ່ຫົວຊາຕໍ່ການແຂ່ງຂັນອ້າງເອົາໂດຍບັນດາປະເທດທີ່ຢູ່ໃກ້ຄຽງໃນພາກພື້ນ, ລວມທັງ ຟີລິບປິນ, ໄຕ້ຫວັນ ແລະ ຫວຽດນາມ
ສະຫະລັດ ແມ່ນກຳລັງແຂ່ງຂັນກັບ ຈີນ ເພື່ອຕັ້ງກົດລະບຽບ ກ່ຽວກັບ ປັນຍາປະດິດ ແລະ “ຊອກຫາວ່າມັນມີກົດລະບຽບໃດແດ່ທີ່ສາມາດໃຊ້ໄດ້ໂດຍທຸກປະເທດ”
ທ່ານຫວູ ກ່າວວ່າ ທ່ານໄດ້ຮັບແຮງບັນດານໃຈໃຫ້ຕໍ່ສູ້ເພື່ອສິດທິຂອງຊາວອິດໂດເນເຊຍເຊື້ອສາຍຈີນ ໂດຍ ມື້ລາງປະທານາທິບໍດີ ອັບດູຣາແມນ ວາຮີດ ຜູ້ທີ່ຮູ້ຈັກໃນນາມໃຫ້ການສະໜັບສະໜູນຂອງທ່ານ ເພື່ອໃຫ້ມີຄວາມອົດທົນຕໍ່ຊົນເຜົ່າ ແລະສາສະໜາ
ນາງບຸ້ງ ໄດ້ໃຊ້ເວລາຢູ່ໃນການຖືກຄຸມຂັງ ເພື່ອລໍຖ້າການດຳເນີນຄະດີ ມາເປັນເວລາເກືອບສີ່ເດືອນ ແລ້ວກໍໄດ້ເຂົ້າສູ່ການປະທ້ວງດ້ວຍການອົດອາຫານ ໄລຍະເວລາສອງເດືອນ ຕາມທີ່ບັນດາທະນາຍຄວາມຂອງນາງໄດ້ກ່າວ
ໂຫລດຕື່ມອີກ
No live streaming currently available