ນາງ ສາວ ລີ, ແມ່ຍິງຜູ້ທີ່ອາໄສຢູ່ປະມານນຶ່ງກິໂລແມັດຈາກສະຖານທີ່ເກີດເຫດລະເບີດ ກ່າວວ່າ “ຂ້ອຍຢູ່ບ້ານເວລາທີ່ຂ້ອຍໄດ້ຍິນສຽງລະເບີດດັງ, ທຳອິດຂ້ອຍຄິດວ່າ ມັນອາດເປັນສຽງປືນ”
ອົງການຂ່າວ Tass ກ່າວວ່າ ມັນເປັນຄັ້ງທຳອິດທີ່ຄົນ ຊາວເກົາຫຼີໃຕ້ ຖືກກັກຂັງໃນ ຣັດເຊຍ ສຳລັບການກ່າວຫາສອດແນມ
ການຄວບຄຸມໃນການສົ່ງອອກຂອງສະຫະລັດ ໄດ້ເລີ້ມຂຶ້ນຄັ້ງທຳອິດໃນປີ 2022 ເພື່ອຕ້ານການນຳໃຊ້ ພວກຊິບທັງຫຼາຍສຳລັບດ້ານການທະຫານ ທີ່ລວມມີການພັດທະນາລູກສອນໄຟທີ່ໄວກວ່າສຽງ ຫຼື hypersonic ແລະ ປັນຍາປະດິດ
ເຈົ້າໜ້າທີ່ອິນໂດເນເຊຍກ່າວໃນວັນອັງຄານມື້ນີ້ວ່າ ຜູ້ຊາຍຊາວຍີ່ປຸ່ນຄົນນຶ່ງ ທີ່ຖືກກ່າວຫາວ່າ ຊ່ວຍດຳເນີນການຫລອກລວງໃນການລົງທຶນມູນຄ່າ 90 ລ້ານໂດລາ ຈະຖືກສົ່ງກັບບ້ານ ຫຼັງຈາກການຫຼົບໜີມາເປັນເວລາ 4 ປີ, ອີງຕາມອົງການຂ່າວເອພີ
ຈີນໄດ້ເພີ່ມຄວາມພະຍາຍາມຢ່າງເຂັ້ມງວດໃນການສະກັດຊອບແວທີ່ຊ່ວຍໃຫ້ຜູ້ໃຊ້ອິນເຕີເນັດສາມາດເຂົ້າເຖິງເວັບໄຊທີ່ຖືກຫ້າມ ໃນລະຫວ່າງກອງປະຊຸມທາງການເມືອງລະດັບສູງ ໃນອາທິດນີ້, ຜູ້ໃຫ້ບໍລິການແຖວໜ້າດ້ານຊອບແວທີ່ຫຼີກລ້ຽງການກວດສອບຂໍ້ມູນເຂົ້າ-ອອກ ລະບົບເຄືອຄ່າຍ ກ່າວຕໍ່ AFP
ແຜນການຂອງປະເທດໄທ ທີ່ຈະຟື້ນຟູການຮັບຈ້າງຖືພາແທນ ຫຼື ອຸ້ມບຸນ ທີ່ໄດ້ຖືກຫ້າມມາເກືອບນຶ່ງທົດສະວັດ ຫລັງຈາກມີເລື້ອງນອງນັນອັບປະໂຫຍດຫຼາຍກໍລະນີຫຼາຍຄັ້ງ, ກຳລັງຟື້ນຟູຄວາມຢ້ານກົວເກົ່າໆ ກ່ຽວກັບການຄ້າມະນຸດເດັກນ້ອຍ ແລະ ແມ່ຍິງ ທີ່ຖືກຈ້າງໃຫ້ຖືພາເດັກນ້ອຍເລົ່ານັ້ນ
ພວກປະທ້ວງຫຼາຍກວ່າ 300 ຄົນໄດ້ເຕົ້າໂຮມກັນຢູ່ໃກ້ກັບຫໍສະພາຕ່ຳຂອງ ອິນເດຍ ແລະໄດ້ຮ້ອງຄຳຂວັນຕ່າງໆນາໆລວມທັງ “ທິເບດ ບໍ່ເຄີຍເປັນສ່ວນນຶ່ງ ຂອງຈີນ” ແລະ “ຈີນຄວນອອກໄປຈາກທິເບດ”
ຢູ່ກອງປະຊຸມຖະແຫຼງຂ່າວຂອງທ່ານ, ທ່ານ ຫວັງ ໄດ້ປົກປ້ອງການສະໜັບສະໜູນຂອງ ຈີນ ສຳລັບ ຣັດເຊຍ, ແມ່ນກະທັ້ງທ່າມກາງສົງຄາມຂອງ ມົສກູ ໃນ ຢູເຄຣນ
ທ່າມກາງການຮັກສາຄວາມປອດໄພທີ່ເຄັ່ງຄັດ ທ່ານໂມດີ ໄດ້ກ່າວຕໍ່ຝູງຄົນທີ່ໄດ້ມາຟັງທ່ານຢູ່ທີ່ສະໜາມກິລາ ບາກຊີ ຢ່າງໜາແໜ້ນ ໃນເມືອງຫຼວງ ສຣີນາກາ ຂອງຂົງເຂດດັ່ງກ່າວນັ້ນວ່າ ແຄວ້ນແຄສເມຍ ໄດ້ເຫັນການປ່ຽນແປງຢ່າງຫຼວງຫຼາຍ ແລະໄດ້ຈະເລີນຂຶ້ນນັບຕັ້ງແຕ່ລັດຖະບານຂອງທ່ານເອົາມາດຕະການທີ່ກ່າວມານັ້ນ ເມື່ອວັນທີ 5 ສິງຫາ ປີ 2019
ຜູ້ນຳ ຮົງກົງ ທ່ານ ຈອນ ລີ ໄດ້ຮຽກຮ້ອງຕໍ່ບັນດາສະມາຊິກສະພານິຕິບັນຍັດໃຫ້ຜັກດັນການອອກຮ່າງກົດໝາຍປ້ອງກັນຄວາມໝັ້ນຄົງແຫ່ງຊາດ “ດ້ວຍຄວາມໄວຢ່າງເຕັມທີ່”
ພວກນັກວິພາກວິຈານຢູ່ໃນສື່ສັງຄົມ ໄດ້ເອີ້ນຄວາມເຫັນທັງຫຼາຍນັ້ນວ່າ ເປັນການຈຳແນກເຊື້ອຊາດ
ເກົາຫຼີເໜືອ ໄດ້ສະໜອງລູກປືນໃຫ້ ຣັດເຊຍ ນັບຕັ້ງແຕ່ຜູ້ນຳຂອງພວກເຂົາ, ທ່ານ ກິມ ຈົງ ອຶນ, ໄດ້ໄປຢ້ຽມຢາມ ຣັດເຊຍ ເມື່ອເດືອນກັນຍາທີ່ຜ່ານມາ ແລະ ໄດ້ພົບປະກັນປະທານາທິບໍດີ ວລາດິເມຍ ປູຕິນ
ໂຫລດຕື່ມອີກ
No live streaming currently available