ຕຳຫຼວດໃນນະຄອນຫຼວງຂອງອິນເດຍ ໄດ້ຈັບໂຕພວກສະໜັບສະໜຸນຝ່າຍຄ້ານຫຼາຍສິບຄົນ ໃນວັນອັງຄານທີ່ຜ່ານມາ ໃນຂະນະທີ່ພວກເຂົາພະຍາຍາມເດີນຂະບວນໄປທີ່ເຮືອນຂອງນາຍົກລັດຖະມົນຕີ ນາເຣນດຣາ ໂມດີ (Narendra Modi) ເພື່ອປະທ້ວງຕໍ່ຕ້ານການຈັບກຸມ ຫົວໜ້າຄະນະລັດຖະມົນຕີຂອງ ນິວເດລີ, ທ່ານ ອາວິນ ເກຈຣີວາລ (Arvind Kejriwal) ໃນອາທິດແລ້ວນີ້
ຢູ່ນະຄອນຫຼວງວຽງຈັນ, ທ່ານຮຸນ ມາເນດ ຈະພົບປະກັບ ທ່ານສອນໄຊ ສີພັນດອນ ນາຍົກລັດຖະມົນຕີຂອງ ສປປ ລາວ, ແລະຜູ້ນຳທັງສອງ ຈະ "ປຶກສາຫາລືກ່ຽວກັບການເພີ້ມທະວີການຮ່ວມມືສອງຝ່າຍຢູ່ໃນວົງກວ້າງ
“ຂ້າພະເຈົ້າຮູ້ສຶກເສົ້າໃຈຫຼາຍ ແລະຕື່ນຕົກໃຈທີ່ບຸກຄົນຜູ້ນຶ່ງທີ່ຂ້າພະເຈົ້າເຊື່ອໃຈ ໄດ້ເຮັດເຊັ່ນນີ້” ດາລາເບສບອລຊາວ ຍີ່ປຸ່ນ ໄດ້ກ່າວໂດຍມີທ້າວ ວິລ ອາຍຣ໌ຕັນ (Will Ireton) ນັ່ງຢູ່ຄຽງຂ້າງ ທີ່ເປັນຜູ້ຈັດການຝ່າຍປະຕິບັດການ ດ້ານປະສິດທິພາບຂອງທີມທີ່ໄດ້ທຳການແປພາສາ
ນ້ອງສາວຂອງທ່ານກິມ ກ່າວວ່າ ທ່ານກິຊີດະ ໄດ້ໃຊ້ຊ່ອງທາງທີ່ບໍ່ໄດ້ຖືກ ລະບຸ ເພື່ອຖ່າຍທອດທ່າທີຂອງທ່ານທີ່ວ່າ ທ່ານຕ້ອງການພົບປະກັບ ທ່ານກິມ ຈົງ ອຶນ ດ້ວຍຕົນເອງໃນຕ້ອນຕົ້ນໆ
ປັກກິ່ງ ແລະ ມະນິລາ ມີປະຫວັດຄວາມເປັນມາອັນຍາວນານກ່ຽວກັບຂໍ້ຂັດແຍ້ງທາງທະເລຢູ່ໃນທະເລຈີນໃຕ້ ແລະໄດ້ມີການປະເຊີນໜ້າກັນຊ້ຳແລ້ວຊ້ຳອີກລະຫວ່າງກຳປັ່ນຂອງພວກເຂົາເຈົ້າ
ເມື່ອວັນທີ 20 ມີນາທີ່ຜ່ານມາ, ຄະນະກຳມະການສູນກາງຂອງພັກ ໄດ້ຈັດກອງປະຊຸມພິເສດ ເຊິ່ງເຂົາເຈົ້າໄດ້ຕົກລົງທີ່ຈະອະນຸຍາດໃຫ້ທ່ານ ເທືອງ ສະຫຼະຕຳແໜ່ງປະທານປະເທດ
ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດຂອງ ມະນີລາ ກ່າວໃນວັນອາທິດວານນີ້ວ່າ ທະຫານຟີລິບປິນ 3 ຄົນ ໄດ້ຮັບບາດເຈັບຈາກການໂຈມຕີດ້ວຍທໍ່ສີດນໍ້າຂະໜາດໃຫຍ່ຂອງໜ່ວຍຍາມຝັ່ງຈີນ ຄັ້ງຫຼ້າສຸດ ໃສ່ກຳປັ່ນຂົນສົ່ງສະບຽງຂອງຟີລິບປິນ ໃກ້ໆກັບແນວຫີນປະກາລັງໃນທະເລຈີນໃຕ້, ອີງຕາມອົງການຂ່າວ ເອແອັຟພີ
ຊ່າງຕີເຫຼັກຄົນດັ່ງກ່າວຫວັງວ່າ ຄວາມເຄັ່ງຕຶງຢູ່ຊ່ອງແຄບໄຕ້ຫວັນ ຈະສາມາດປ່ຽນມາສູ່ສັນຕິພາບ ດັ່ງທີ່ລາວໃຫ້ຊີວິດໃໝ່ກັບວັດຖຸຂອງສົງຄາມໂດຍຫັນປ່ຽນພວກມັນມາເປັນອຸປະກອນມີດຢູ່ໃນຄົວເຮືອນ
ບັນດານັກວິເຄາະກ່າວວ່າ ຄວາມດຸຮ້າຍຍິ່ງຂຶ້ນຂອງ ຈີນ ແມ່ນແຮງຈູງໃຈທີ່ສຳຄັນທີ່ຢູ່ເບື້ອງຫຼັງຂໍ້ຕົກລົງ AUKUS ສາມຝ່າຍ
ເກົາຫຼີໃຕ້ໄດ້ປະຕິເສດຕໍ່ການປະນາມຂອງຈີນກ່ຽວກັບການເຂົ້າຮ່ວມກອງປະຊຸມສຸດຍອດເພື່ອປະຊາທິປະໄຕຂອງໄຕ້ຫວັນ ທີ່ໄດ້ຈັດຂຶ້ນຢູ່ນະຄອນຫຼວງໂຊລໃນວັນພຸດທີ່ຜ່ານມາ
ໂຄສົກລັດຖະບານຟີລິບປິນກ່າວໃນວັນພະຫັດວານນີ້ວ່າ: ສະຫະລັດ ແລະຟີລິບປິນ ຈະອອກໄປນອກເຂດນ່ານນ້ຳຂອງ ມະນີລາ ເປັນຄັ້ງທຳອິດ ເມື່ອພວກເຂົາຈັດການຊ້ອມລົບຮ່ວມປະຈຳປີ ໃນເດືອນເມສານີ້
ທ່ານອາວິນ ເກຈຣີວາລ (Arvind Kejriwal) , ຫົວຫນ້າຄະນະລັດຖະມົນຕີຂອງ ນິວ ເດລີ ແລະຜູ້ສະຫນັບສະຫນູນຕໍ່ຕ້ານການສໍ້ລາດບັງຫຼວງທີ່ຍາວນານໃນປະເທດອິນເດຍ, ໄດ້ຖືກອົງການອາຊະຍາກໍາທາງດ້ານການເງິນຂອງປະເທດ ຈັບກຸມ ໃນວັນພະຫັດວານນີ້
ໂຫລດຕື່ມອີກ
No live streaming currently available