ແຜນການຂອງປະເທດໄທ ທີ່ຈະຟື້ນຟູການຮັບຈ້າງຖືພາແທນ ຫຼື ອຸ້ມບຸນ ທີ່ໄດ້ຖືກຫ້າມມາເກືອບນຶ່ງທົດສະວັດ ຫລັງຈາກມີເລື້ອງນອງນັນອັບປະໂຫຍດຫຼາຍກໍລະນີຫຼາຍຄັ້ງ, ກຳລັງຟື້ນຟູຄວາມຢ້ານກົວເກົ່າໆ ກ່ຽວກັບການຄ້າມະນຸດເດັກນ້ອຍ ແລະ ແມ່ຍິງ ທີ່ຖືກຈ້າງໃຫ້ຖືພາເດັກນ້ອຍເລົ່ານັ້ນ
ພວກປະທ້ວງຫຼາຍກວ່າ 300 ຄົນໄດ້ເຕົ້າໂຮມກັນຢູ່ໃກ້ກັບຫໍສະພາຕ່ຳຂອງ ອິນເດຍ ແລະໄດ້ຮ້ອງຄຳຂວັນຕ່າງໆນາໆລວມທັງ “ທິເບດ ບໍ່ເຄີຍເປັນສ່ວນນຶ່ງ ຂອງຈີນ” ແລະ “ຈີນຄວນອອກໄປຈາກທິເບດ”
ຢູ່ກອງປະຊຸມຖະແຫຼງຂ່າວຂອງທ່ານ, ທ່ານ ຫວັງ ໄດ້ປົກປ້ອງການສະໜັບສະໜູນຂອງ ຈີນ ສຳລັບ ຣັດເຊຍ, ແມ່ນກະທັ້ງທ່າມກາງສົງຄາມຂອງ ມົສກູ ໃນ ຢູເຄຣນ
ທ່າມກາງການຮັກສາຄວາມປອດໄພທີ່ເຄັ່ງຄັດ ທ່ານໂມດີ ໄດ້ກ່າວຕໍ່ຝູງຄົນທີ່ໄດ້ມາຟັງທ່ານຢູ່ທີ່ສະໜາມກິລາ ບາກຊີ ຢ່າງໜາແໜ້ນ ໃນເມືອງຫຼວງ ສຣີນາກາ ຂອງຂົງເຂດດັ່ງກ່າວນັ້ນວ່າ ແຄວ້ນແຄສເມຍ ໄດ້ເຫັນການປ່ຽນແປງຢ່າງຫຼວງຫຼາຍ ແລະໄດ້ຈະເລີນຂຶ້ນນັບຕັ້ງແຕ່ລັດຖະບານຂອງທ່ານເອົາມາດຕະການທີ່ກ່າວມານັ້ນ ເມື່ອວັນທີ 5 ສິງຫາ ປີ 2019
ຜູ້ນຳ ຮົງກົງ ທ່ານ ຈອນ ລີ ໄດ້ຮຽກຮ້ອງຕໍ່ບັນດາສະມາຊິກສະພານິຕິບັນຍັດໃຫ້ຜັກດັນການອອກຮ່າງກົດໝາຍປ້ອງກັນຄວາມໝັ້ນຄົງແຫ່ງຊາດ “ດ້ວຍຄວາມໄວຢ່າງເຕັມທີ່”
ພວກນັກວິພາກວິຈານຢູ່ໃນສື່ສັງຄົມ ໄດ້ເອີ້ນຄວາມເຫັນທັງຫຼາຍນັ້ນວ່າ ເປັນການຈຳແນກເຊື້ອຊາດ
ເກົາຫຼີເໜືອ ໄດ້ສະໜອງລູກປືນໃຫ້ ຣັດເຊຍ ນັບຕັ້ງແຕ່ຜູ້ນຳຂອງພວກເຂົາ, ທ່ານ ກິມ ຈົງ ອຶນ, ໄດ້ໄປຢ້ຽມຢາມ ຣັດເຊຍ ເມື່ອເດືອນກັນຍາທີ່ຜ່ານມາ ແລະ ໄດ້ພົບປະກັນປະທານາທິບໍດີ ວລາດິເມຍ ປູຕິນ
ທຳນຽບຂາວກ່າວວ່າ ຕົນຫວັງວ່າຈະໄດ້ເຮັດວຽກຮ່ວມກັບລັດຖະບານອິນໂດເນເຊຍທີ່ເຂົ້າມາໃໝ່ ແຕ່ກໍບໍ່ໄດ້ສະແດງຄວາມຍິນດີກັບທ່ານ ປຣາໂບໂວ ຊູບຽນໂຕ (Prabowo Subianto) ສຳລັບໄຊຊະນະທີ່ຈະແຈ້ງ ໃນການເລືອກຕັ້ງປະທານາທິບໍດີອິນໂດເນເຊຍ ໃນເດືອນແລ້ວນີ້
ເມື່ອຈີນເປີດກອງປະຊຸມສະພາພັກປະຊາຊົນແຫ່ງຊາດຈີນ (NPC) ປະຈຳປີ ຢູ່ນະຄອນຫຼວງປັກກິ່ງ ໃນວັນອັງຄານວານນີ້, ດາວເດັ່ນຄົນນຶ່ງຈາກການເຕົ້າໂຮມກັນໃນປີກາຍນີ້ ບໍ່ໄດ້ຢູ່ທີ່ນີ້ ກໍຄື: ອະດີດລັດຖະມົນຕີການຕ່າງປະເທດ ທ່ານ ຈິນ ກັງ
ຫົວໜ້າຕຳຫຼວດ ທ່ານ ປີຕາມເບີ ຊິງ ເຄີຣາເວີ ໄດ້ກ່າວຕໍ່ບັນດານັກຂ່າວວ່າ ຕຳຫຼວດໄດ້ຮັບເອົາການສາລະພາບຜິດຈາກພວກຜູ້ຊາຍ ແລະກຳລັງກຽມຈະ ແຈ້ງຂໍ້ກ່າວຫາຕ່າງໆ
ຖະແຫລງການຕ່າງຫາກສະບັບນຶ່ງ ໂດຍກອງກຳລັງສະເພາະກິດຂອງ ຟີລິບປິນ ຢູ່ທະເລຈີນໃຕ້ ໄດ້ກ່າວວ່າ ລູກເຮືອສີ່ຄົນຢູ່ເທິງກຳປັ່ນກໍໄດ້ຮັບບາດເຈັບ ເມື່ອກຳປັ່ນຖືກສີດນ້ຳໃສ່ດ້ວຍທໍ່ສີດນ້ຳຄວາມດັນສູງຈາກກຳປັ່ນໜ່ວຍຍາມຝັ່ງ ຂອງຈີນຫຼາຍລຳ
ອອສເຕຣເລຍ ກຳລັງເປັນເຈົ້າພາບຈັດກອງປະຊຸມສຸດຍອດຂອງບັນດາຜູ້ນຳຈາກປະເທດສະມາຊິກ 9 ປະເທດຂອງອາຊຽນ ຫຼືສະມາຄົມປະຊາຊາດແຫ່ງເອເຊຍຕາເວັນອອກສ່ຽງໃຕ້ ເພື່ອການເພີ້ມທະວີໃນການພົວພັນດ້ານເສດຖະກິດ ແລະຄວາມໝັ້ນຄົງ ຈະເປັນຈຸດສຸມຂອງລັດຖະບານ ແຄນເບີຣາ
ໂຫລດຕື່ມອີກ
No live streaming currently available