ການຮຸກຮານຂອງຣັດເຊຍ ເຂົ້າໄປໃນຢູເຄຣນ ແລະການແຂ່ງຂັນລະຫວ່າງສະຫະລັດກັບຈີນ ກໍຈະເປັນຈຸດເດັ່ນອີກອັນນຶ່ງ ໃນກອງປະຊຸມດັ່ງກ່າວ
ໂຄສົກຂອງກະຊວງປ້ອງກັນປະເທດຂອງເກົາຫຼີເໜືອ ເວົ້າວ່າ “ບໍ່ມີການຮັບປະກັນໄດ້ວ່າ ເຫດການທີ່ໜ້າຕື່ນຕົກໃຈຊຶ່ງເຮືອບິນສອດແນມຍຸດທະສາດຂອງກອງທັບອາກາດສະຫະລັດ ແມ່ນຖືກຍິງຕົກຢູ່ເໜືອທະເລຕາເວັນອອກນັ້ນ ຈະບໍ່ເກີດຂຶ້ນ”
ທ່ານພິທາ ຜູ້ນຳຂອງພັກກ້າວໄກ ປະເຊີນກັບ ເສັ້ນທາງແຫ່ງຄວາມບໍ່ແນ່ນອນ ໃນການເຂົ້າຮັບຕຳແໜ່ງ ເປັນນາຍົກລັດຖະມົນຕີ ທັງໆທີ່ໄດ້ຮັບໄຊຊະນະຢ່າງບໍ່ໜ້າເຊື່ອໃນການເລືອກຕັ້ງເມື່ອເດືອນພຶດສະພາຜ່ານມາ
ທ່ານໂວລເກີ ເທີກ ໄດ້ກ່າວອີກວ່າ “ມັນເປັນໄປບໍ່ໄດ້ເລີຍທີ່ຈະວາດມະໂນພາບວ່າ ປະຊາຊົນ ມຽນມາ ສາມາດທົນທຸກທໍລະມານໄດ້ຫຼາຍຊ່ຳໃດ. ເຖິ່ງຢ່າງນັ້ນກໍດີ ປະເທດນີ້ ຍັງສືບຕໍ່ຕົກວູບລົງສູ່ຄວາມຮຸນແຮງ ເລິກກວ່າເກົ່າ ແລະຄວາມເຈັບໃຈ ກວ່າເກົ່າ”
ທ່ານເລ ແອັງ ຫຸ້ງ ກ່າວຕໍ່ວີໂອເອວ່າ ເຈົ້າໜ້າທີ່ໄດ້ບັງຄັບໃຫ້ລາວຮັບການບຳບັດປິ່ນປົວທາງຈິດໃຈ ໃນຂະນະທີ່ລາວຖືກກັກຂັງຢູ່ນັ້ນ
ເປັນຮ່ອງຮອຍຂອງການເພີ້ມຂຶ້ນຢ່າງສໍາຄັນ ລຸນຫຼັງທີ່ພວກເຂົາໄດ້ຍົກເລີກມາດຕະການການກັກໂຕສ່ວນໃຫຍ່
ທາງໄລຍະ 135 ກິໂລແມັດນີ້ ຈະມີລາຄາປະມານ 1 ພັນ 37 ຮ້ອຍລ້ານໂດລາ ແລະຕິດຕາມດ້ວຍການເປີດທາງດ່ວນມູນຄ່າ 2 ພັນລ້ານໂດລາ ທີ່ໄດ້ຮັບທຶນຈາກຈີນ ທີ່ເຊື່ອມຕໍ່ ພະນົມເປັນ ກັບ ສີຫານຸກວີລ ຊຶ່ງເປັນເມືອງທ່າແຄມທະເລທີ່ສຳຄັນຂອງປະເທດ ເມື່ອປີກາຍນີ້
ຍີ່ປຸ່ນ ຕິດຕາມເບິ່ງໃນຊ່ວງລະດູຮ້ອນ ສໍາລັບການລະບາຍນໍ້າອອກໄປສູ່ມະຫາສະໝຸດປາຊີຟິກ, ໂດຍພະຍາຍາມຫຼຸດຄວາມກົງວົນຂອງບັນດາພາຄີຢູ່ໃນພູມິພາກລົງ
ຫຼາຍໆເຂດຂອງປະເທດ ໄດ້ຮັບການເຕືອນ ກ່ຽວກັບຝົນຕົກໜັກທີ່ພາໃຫ້ເກີດນ້ຳຖ້ວມ ຊຶ່ງໄດ້ຖືກບັງຄັບໃຫ້ຍົກຍ້າຍປະຊາຊົນຫຼາຍພັນຄົນ
“ໃນການປຶກສາຫາລືຢ່າງກົງໄປກົງມາ ແລະມີໝາກຜົນ ທີ່ໄດ້ສະໜັບສະໜຸນຄວາມພະຍາຍາມຢ່າງຕໍ່ເນື່ອງ ເພື່ອຮັກສາເສັ້ນທາງຂອງການສື່ສານໃຫ້ເປີດໄວ້ ແລະການຄຸ້ມຄອງຢ່າງຮັບຜິດຊອບໃນຄວາມສຳພັນສອງຝ່າຍ ລະຫວ່າງສະຫະ ລັດ ແລະ ຈີນ” ນັ້ນແມ່ນຖະແຫລງການຂອງກະຊວງການເງິນສະຫະລັດ ທີ່ໄດ້ກ່າວ
ເປັນການໂຈມຕີຫຼ້າສຸດຕໍ່ສື່ມວນຊົນຢູ່ໃນມຽນມາ ລຸນຫຼັງການກໍ່ລັດຖະປະຫານຂອງພວກທະຫານ ໃນປີ 2021
ຄະນະລັດຖະບານປະສົມ ໄດ້ຕົກລົງກັນ ທີ່ຈະສະເໜີຊື່ນັກການເມືອງອະວຸໂສ ວັນ ມູຮາມັດ ນໍ ມັດທາ ອາຍຸ 79 ປີ ຈາກພັກປຣະຊາຊາດ ຊຶ່ງເປັນນຶ່ງໃນ 8 ພັກຂອງລັດຖະບານປະສົມ ເປັນປະທານສະພາ ໃນຖານະຜູ້ສະໝັກ ທີ່ມີການປະນີປະນອມກັນ
ໂຫລດຕື່ມອີກ
No live streaming currently available