ອົງການພະຍາກອນອາກາດຂອງປະເທດ ລາຍງານໃນວັນອາທິດວານນີ້ວ່າ ມີຫິມະຕົກ 12.2 ຊັງຕີແມັດ ທີ່ນະຄອນຫຼວງໂຊລ ໃນມື້ວັນເສົາຜ່ານມາ ຊຶ່ງເປັນການຕົກລົງມາ ຂອງຫິມະໜັກທີ່ສຸດ ນັບແຕ່ປີ 1981 ເປັນຕົ້ນມາ
ຈີນມີຜົນຜະລິດອາຫານປະເພດເມັດສູງເປັນປະຫວັດການໃນປີນີ້, ເຮັດໃຫ້ປີນີ້ເປັນປີທີ່ເກັບກ່ຽວຜົນຜະລິດໄດ້ຢ່າງຫຼວງຫຼາຍເປັນປີທີ 20 ຕິດຕໍ່ກັນ, ອີງຕາມໜັງສືພິມປະຊາຊົນລາຍວັນຫຼື People's Daily ຂອງລັດຖະບານຈີນ ໃນວັນພຸດທີ່ຜ່່ານມາ
ນາຍົກລັດຖະມົນຕີຮັກສາການຂອງປາກິສຖານ ທ່ານ ອັນວາ-ອຸລ-ຮັກ ກາກາ ໃນວັນພະຫັດວານນີ້ ໄດ້ປະກາດຫ້າມ ໃນທົ່ວປະເທດ ບໍ່ໃຫ້ສະເຫຼີມສະຫຼອງປີໃຫມ່ ເພື່ອສະແດງຄວາມສາມັກຄີກັບຊາວປາແລັສ ໄຕນ໌
ອີງຕາມບັນດານັກຊ່ຽວຊານດ້ານເສດຖະກິດແລ້ວ ການຢ້ຽມຢາມຂອງທ່ານສີ ແລະຂໍ້ຕົກລົງທັງຫຼາຍນັ້ນ ຈະເປີດໂອກາດຕ່າງໆໃຫ້ແກ່ຫວຽດນາມ ທີ່ຈະດຶງດູດການລົງທຶນໂດຍກົງ ຈາກຕ່າງປະເທດ ທີ່ມີຄຸນນະພາບສູງຈາກຈີນ
ກຸ່ມ MNDAA ໄດ້ປະຕິຍານທີ່ຈະຢຶດເອົາເມືອງ ລາວກາຍ (Laukhai) ຄືນມາ ທີ່ຕັ້ງຢູ່ໃນເຂດຊາຍແດນຕິດກັບຈີນ ທີ່ຄຸ້ມຄອງໂດຍພວກທະຫານບ້ານທີ່ຕິດພັນກັບກອງທັບມຽນມາ ແລະມີຊື່ສຽງດ້ານການພະນັນ ໂສເພນີ ແລະການຕົົວະຕົ້ມຫຼອກລວງທາງອິນເຕີເນັດ
ພາບຖ່າຍຕ່າງໆທີ່ໄດ້ເຫັນໂດຍອົງການຂ່າວເອແອັຟພີ ໄດ້ສະແດງໃຫ້ເຫັນພວກຄົນງານຫຼາຍຮ້ອຍຄົນເຂົ້າຮ່ວມໃນການປະທ້ວງຢູ່ດ້ານນອກສະຖານທີ່ໂຮງງານ
ເມື່ອກ່າວເຖິງທິດທາງ ຂອງນະໂຍບາຍສຳລັບປີໃໝ່ ຢູ່ກອງປະຊຸມທີ່ສຳຄັນ ໃນມື້ວັນພຸດວານນີ້ ທ່ານກິມ ໄດ້ກ່າວຫາສະຫະລັດວ່າ ທຳການເຄື່ອນໄຫວແບບປະເຊີນໜ້າ ທີ່ບໍ່ເຄີຍມີມາກ່ອນ
ອະດີດນັກຄົ້ນຄວ້າຄົນນຶ່ງ ຂອງສູນກາງການສຶກສາທີ່ກ້າວໜ້າ ໃນດ້ານປ້ອງກັນປະເທດ ຍັງຈະຖືກລົງໂທດເຊັ່ນກັນ
ລັດຖະບານຈີນໃນວັນພຸດມື້ນີ້ໄດ້ຂົ່ມຂູ່ທີ່ຈະວາງມາດຕະການລົງໂທດດ້ານການຄ້າ ຕໍ່ໄຕ້ຫວັນຕື່ມອີກ ຖ້າຫາກພັກທີ່ເປັນລັດຖະບານຍັງ “ຫົວແຂງ” ຍຶດໝັ້ນໃນການສະໜັບສະໜູນ ເອກະລາດ, ພາໃຫ້ເກີດສົງຄາມຄໍາເວົ້າ ທີ່ທະວີຄວາມຮຸນແຮງຂຶ້ນ ໃນຂະນະທີ່ການເລືອກຕັ້ງຂອງໄຕ້ຫວັນ ໃກ້ເຂົ້າມາໃນເດືອນຫນ້າ
ກອງທັບເຮືອອິນເດຍ ກ່າວວ່າ ຕົນກຳລັງສົ່ງກຳປັ່ນລົບ ແລະ ເຮືອບິນສອດ ແນມ 3 ລຳ ໄປຍັງທະເລອາຣັບເພື່ອ “ໃຫ້ມີການປ້ອງກັນຢູ່ທີ່ນັ້ນ” ຫຼັງຈາກການໂຈມຕີທາງເຮືອຫຼາຍຄັ້ງ ເມື່ອບໍ່ດົນມານີ້
ຈຳນວນຜູ້ເສຍຊີວິດພາຍຫຼັງການລະເບີດຂອງເຕົາຫຼອມທີ່ໂຮງງານທາດນິກເກີລຂອງຈີນ ຢູ່ເກາະສຸລາເວສີ ຂອງອິນໂດເນເຊຍ ໄດ້ເພີ່ມຂຶ້ນເປັນ 18 ຄົນ ໃນວັນອັງຄານມື້ນີ້, ໃນຂະນະທີ່ຕຳຫຼວດໄດ້ສັ່ງໃຫ້ໂຮງງານດັ່ງກ່າວຢຸດການດຳເນີນງານຈົນກວ່າການສືບສວນເຫດການດັ່ງກ່າວຈະສິ້ນສຸດລົງ
ໃນເວລາຕໍ່ມາ ຄະນະກຳມະການສາມັກຄີບາໂລຈ ກ່າວຕໍ່ວີໂອເອ ພາສາເອີດູ ວ່າ ພວກປະທ້ວງຫຼາຍກວ່າ 160 ຄົນ ໄດ້ຖືກປ່ອຍຕົວ ແຕ່ຫຼາຍກວ່າ 100 ຄົນຍັງຖືກຕຳຫຼວດຄວບຄຸມຕົວຢູ່ “ແລະບາງຄົນຍັງຫາຍສາບສູນຢູ່”
ໂຫລດຕື່ມອີກ
No live streaming currently available