ຍານສຳຫຼວດນີ້ ເອີ້ນວ່າ Smart Lander for Investing Moon ຫຼືມີຊື່ຫຍໍ້ວ່າ SLIM ໄດ້ໄປລົງຈອດໃນພື້ນຜິວຂອງດວງຈັນ ເມື່ອວັນທີ 20 ມັງກອນ ເຮັດໃຫ້ຍີ່ປຸ່ນ ເປັນປະເທດທີຫ້າ ທີ່ໄດ້ສົ່ງຍານອະວະກາດສຳຫຼວດໄປຍັງດວງຈັນ
ນັກວິເຄາະກ່າວວ່າ ເສັ້ນທາງສາຍການບິນທີ່ເປີດໃໝ່ໂດຍຈີນ ອາດເຮັດໃຫ້ການຕິດຕາມກວດສອບກິດຈະກໍາຕ່າງໆກ່ຽວກັບຈີນໃນສະໜາມບິນທີ່ຢູ່ໃກ້ຄຽງ ພົບຄວາມຫຍຸ້ງຍາກຫຼາຍຂຶ້ນ
ສື່ມວນຊົນລັດຂອງມຽນມາກ່າວໃນວັນຈັນວານນີ້ວ່າ ຮອງປະທານາທິບໍດີມຽນມາ ທ່ານ ເຮັນຣີ ວານ ທິໂອ (Henry Van Thio), ເຊິ່ງດຳລົງຕຳແໜ່ງໃນລັດຖະບານທີ່ມາຈາກການເລືອກຕັ້ງຂອງ ທ່ານນາງ ອອງ ຊານ ຊູ ຈີ (Aung San Suu Kyi) ແລະສືບຕໍ່ດຳລົງຕຳແໜ່ງພາຍຫຼັງທີ່ທະຫານໄດ້ຂັບໄລ່ທ່ານນາງ ເພື່ອຍຶດອຳນາດໃນປີ 2021
ປະຊາຄົມໂລກເບິ່ງວ່າ ສະມາຄົມປະຊາຊາດເອເຊຍຕາເວັນອອກສຽງໃຕ້ ແມ່ນກຸ່ມການເມືອງທີ່ເໝາະສົມໃນການເຈລະຈາແກ້ໄຂຄວາມຂັດແຍ້ງທີ່ເຮັດໃຫ້ມຽນມາວຸ້ນວາຍ ນັບແຕ່ກອງທັບມຽນມາທີ່ນຳພາໂດຍພົນເອກ ມິນ ອອງ ລາຍ ໄດ້ໂຄ່ນລົ້ມລັດຖະບານທີ່ມາຈາກການເລືອກຕັ້ງໃນຕົ້ນປີ 2021 ແລະພາໃຫ້ເກີດສົງຄາມກາງເມືອງ
ແຜ່ນດິນໄຫວຄັ້ງທຳອິດ ແມ່ນມີຄວາມແຮງ 5.5 ໂດຍກວດຈັບລະດັບໄດ້ໃນຕອນແລງຂອງມື້ວັນຈັນຢູ່ໃນເຂດ ຮົວລຽນ (Hualien) ທີ່ຕັ້ງຢູ່ທາງພາກຕາເວັນອອກຂອງເກາະດັ່ງກ່າວ, ເຊິ່ງເປັນຈຸດສູນກາງຂອງແຜ່ນດິນໄຫວໃນວັນທີ 3 ເມສາທີ່ຜ່ານມາ
ບັນດາສະມາຊິກສະພາຈຳນວນນຶ່ງ ມີຄວາມກັງວົນວ່າ ສິນຄ້າທັງຫຼາຍທີ່ຂາຍຢູ່ໃນເວັບໄຊເຫຼົ່ານີ້ ອາດເຊື່ອມໂຍງກັບການບັງຄັບໃຊ້ແຮງງານຊາວວີເກີ
ໃນຂະນະທີ່ການຕັດສິນປະຫານຊີວິດໃນເດືອນນີ້ ໃນຄະດີສໍ້ໂກງເງິນຫຼາຍຕື້ໂດລາຂອງຫວຽດນາມ ອາດຈະສະແດງໃຫ້ເຫັນເຖິງອໍານາດຂອງການໂຄສະນາຕ້ານການສໍ້ລາດບັງຫຼວງຂອງຮ່າໂນ່ຍ, ການສໍາພາດໃນຊຸມມື້ທີ່ຜ່ານມາ ໄດ້ສະແດງໃຫ້ເຫັນຄວາມກັງວົນຢ່າງຕໍ່ເນື່ອງກ່ຽວກັບການລົງໂທດທາງດ້ານການເມືອງຂອງຫວຽດນາມ ແລະຄວາມອ່ອນແອ ແລະການສໍ້ລາດບັງຫຼວງໃນພາກລັດ
ທ່ານກໍາລັງດໍາເນີນການຢ້ຽມຢາມທ່າມກາງຄວາມກັງວົນຂອງຕ່າງປະເທດ ກ່ຽວກັບສອງໂຄງການຂະໜາດໃຫຍ່ທີ່ໄດ້ຮັບທຶນສະໜັບສະໜູນຈາກຈີນ ຢູ່ໃນກຳປູເຈຍ
ການແຈ້ງເຕືອນຂອງລັດຖະບານຍີ່ປຸ່ນ ແລະໜ່ວຍຍາມຝັ່ງຍັງກ່າວອີກວ່າ ເກົາຫຼີເໜືອ ໄດ້ຍິງສິ່ງທີ່ເບິ່ງຄືວ່າຈະເປັນລູກສອນໄຟຂີປະນາວຸດ
ກະຊວງຊັບພະຍາກອນນ້ຳຂອງຈີນ ໄດ້ອກແຈ້ງເຕືອນສຸກເສີນ ອີງຕາມລາຍງານຂອງອົງການຂ່າວ CCTV ຂອງທາງການຈີນ
ແອັບໂປລ ໄດ້ກ່າວໃນຖະແຫລງການວ່າ “ກົມບໍລິຫານທາງໄຊເບີສເປສຂອງຈີນ ໄດ້ສັ່ງການໃຫ້ຖອນພວກແອັບທັງຫຼາຍເຫຼົ່ານັ້ນ ອອກຈາກຮ້ານຄ້າທີ່ຕັ້ງຢູ່ໃນຈີນ ໂດຍພື້ນຖານກ່ຽວກັບຄວາມເປັນຫ່ວງດ້ານຄວາມໝັ້ນຄົງແຫ່ງຊາດ”
ລັດທິຊາດນິຍົມຮິນດູ, ຊຶ່ງຄັ້ງນຶ່ງ ເຄີຍເປັນອຸດົມການນອກຮີດຢູ່ໃນອິນເດຍ, ປະຈຸບັນແມ່ນໄດ້ກາຍເປັນລັດທິສໍາຄັນແລ້ວ. ບໍ່ມີໃຜ ເຮັດໃຫ້ສິ່ງນີ້ມີຄວາມກ້າວໜ້າໄປຫຼາຍກວ່ານາຍົກລັດຖະມົນຕີ ທ່ານນາເຣນດຣາ ໂມດີ, ນຶ່ງໃນຜູ້ນຳທາງດ້ານການເມືອງທີ່ເປັນທີ່ຮັກແພງ ແລະ ແບ່ງແຍກທາງການເມືອງທີ່ສຸດ ຂອງອິນເດຍ, ອີງຕາມອົງການຂ່າວເອພີ
ໂຫລດຕື່ມອີກ
No live streaming currently available