ຜູ້ຜະລິດລົດຍົນຢີ່ປຸ່ນ ຮອນດ້າ ແລະ ນິສສັນ ໄດ້ປະກາດແຜນການລວມກິດຈະການເພື່ອກ້າວຂື້ນເປັນຜູ້ຜະລິດລົດຍົນທີ່ໃຫຍ່ເປັນອັນດັບສາມຂອງໂລກຕາມຍອດຂາຍ ທ່າມກາງການປ່ຽນແປງຄັ້ງໃຫຍ່ໃນອຸດສາຫະກຳທີ່ກຳລັງປ່ຽນຜ່ານຈາກນໍ້າມັນເຊື້ອໄຟໄປສູ່ພະລັງ ງານທາງເລືອກ
ເຈົ້າໜ້າທີ່ເສນາທິການຮ່ວມຄົນນຶ່ງເວົ້າວ່າ “ໂດຣນສະຫຼະຊີບ ແມ່ນນຶ່ງໃນຫຼາຍພາລະກິດທີ່ທ່ານ ກິມ ຈົງ ອຶນ ໄດ້ເພັ່ງເລັງໃສ່,” ໂດຍກ່າວຕື່ມວ່າ ເກົາຫຼີເໜືອ ໄດ້ສະແດງຄວາມເຈຕະນາທີ່ຈະມອບໃຫ້ ຣັດເຊຍ.
ການບໍລິໂພກນໍ້າມັນຂອງຈີນຄາດວ່າຈະເຖິງຈຸດສູງສຸດໃນປີ 2027, ບໍລິສັດ ຊີໂນເປັກ ຊຶ່ງເປັນລັດວິສາຫະກິດດ້ານການກັ່ນນໍ້າມັນທີ່ໃຫຍ່ກ່າວເມື່ອວັນພະຫັດວານນີ້ ເນື່ອງຈາກ ຄວາມຕ້ອງການນໍ້າມັນດີເຊລ ແລະ ແອັດຊັງ ຫຼຸດລົງຊຶ່ງການຊ້າລົງນີ້ໄດ້ສົ່ງຜົນກະທົບຕໍ່ຕະຫຼາດນໍ້າມັນທົ່ວໂລກໃນປີນີ້.
ທ່ານ ມາເນເລ ໄດ້ຂໍເງິນທຶນຈາກ ອອສເຕຣເລຍ ເພື່ອເພີ່ມຈຳນວນຕຳຫຼວດຂອງໝູ່ເກາະໂຊໂລມອນ ສອງເທົ່າເປັນ 3,000 ຄົນ.
ການກວດຍຶດອຸປະກອນອິນເຕີເນັດດາວທຽມ ສຕາຣລິ້ງ (Starlink) ຂອງໄທ ເພື່ອຄວບຄຸມອາຊະຍາກຳທາງໄຊເບີ້ ໃນປະເທດເພື່ອນບ້ານ ສົ່ງຜົນກະທົບຢ່າງຫລີກລ້ຽງບໍ່ໄດ້ຕໍ່ພົນລະເຮືອນໃນມຽນມາ ທີ່ຕ້ອງການອຸປະກອນດຽວກັນ ເພື່ອສື່ສານແລະຮັບການຊ່ອຍເຫຼືອທາງມະນຸດສະທຳທ່າມກາງພາວະສົງຄາມກາງເມືອງ
ລັດຖະມົນຕີການຕ່າງປະເທດຂອງລັດຖະບານທະຫານມຽນມາ ທ່ານ ຕັນ ຊເວ ກ່າວກັບບັນດາປະເທດເພື່ອນບ້ານທີ່ກອງປະຊຸມຢ່າງບໍ່ເປັນທາງການຢູ່ ບາງກອກ ປະເທດ ໄທ ເມື່ອວັນພະຫັດວານນີ້ວ່າ ຕ້ອງການຈັດການເລືອກຕັ້ງ ໃນປີໜ້າ ແລະອາດຈະເຊີນຜູ້ສັງເກດການຕ່າງຊາດເຂົ້າໄປມີສ່ວນຮ່ວມນຳດ້ວຍ
ທ່ານ ສີ ຈິ່ນຜິງ ໄດ້ເດີນທາງໄປເຖິງເກາະ ມາເກົ້າ ເມື່ອວັນພຸດທີ່ຜ່ານມາ ເພື່ອຢ້ຽມຢາມ ມາເກົ້າ ເປັນເວລາສາມວັນ ເພື່ອລະນຶກເຖິງການປົກຄອງຂອງ ປັກກິ່ງ ຄົບຮອບ 25 ປີ.
ຫຼັງຈາກເກີດໄພພິບັດ ບ້ານນ້ຳເຄັມທີ່ຕັ້ງຢູ່ແຄມຝັ່ງທະເລ ອັນດາມັນ ກໍໄດ້ອອກແບບ ແລະ ນຳລະບົບບັນເທົາຄວາມສ່ຽງໃນທ້ອງຖິ່ນຂອງຕົນເອງມາໃຊ້.
ກ່ອນໜ້ານີ້ ຫວຽດນາມ ໄດ້ຫາລືກັບບໍລິສັດ ເກົາຫຼີໃຕ້ ໃນການເຮັດຂໍ້ຕົກລົງຜະລິດລູກປືນໃຫຍ່ ແລະ ຊິ້ນສ່ວນເຮືອບິນ.
ບັນດາຜູ້ປະກອບການທີ່ນິຄົມອຸດສາຫະກຳ ວີເມັຕ (WeMet) ໃນເຂດກວນຫຢຸນ ທາງພາກຕາເວັນອອກຂອງຈີນ ກຳລັງກັງວົນຕໍ່ອະນາຄົດຂອງໂຮງງນຂອງພວກຕົນ ສືບເນື່ອງຈາກຄວາມຂັດແຍ້ງທາງການຄ້າຂອງຈີນກັບສະຫະລັດ
ຫຼັງຂ່າວນີ້ອອກມາ ຮຸ້ນຂອງ ຮອນດ້າ ທີ່ຈົດທະບຽນໃນຕະຫຼາດຫຼັກຊັບ ສະຫະລັດ ໄດ້ເພີ່ມຂຶ້ນ 1.3 ເປີເຊັນໃນການຊື້ຂາຍເມື່ອຕອນບ່າຍວັນອັງຄານວານນີ້.
ການໃຊ້ພະລັງງານອາຍຮ້ອນ, ໂດຍສະເພາະຈາກໂຮງງານໄຟຟ້າຖ່ານຫີນ, ແມ່ນມີກຳນົດຈະຫຼຸດລົງລະຫວ່າງ 30 ແລະ 40 ເປີເຊັນ ພາຍໃນປີ 2040.
ໂຫລດຕື່ມອີກ
No live streaming currently available