ລັດຖະມົນຕີການຕ່າງປະເທດຂອງລັດຖະບານທະຫານມຽນມາ ທ່ານ ຕັນ ຊເວ ກ່າວກັບບັນດາປະເທດເພື່ອນບ້ານທີ່ກອງປະຊຸມຢ່າງບໍ່ເປັນທາງການຢູ່ ບາງກອກ ປະເທດ ໄທ ເມື່ອວັນພະຫັດວານນີ້ວ່າ ຕ້ອງການຈັດການເລືອກຕັ້ງ ໃນປີໜ້າ ແລະອາດຈະເຊີນຜູ້ສັງເກດການຕ່າງຊາດເຂົ້າໄປມີສ່ວນຮ່ວມນຳດ້ວຍ
ທ່ານ ສີ ຈິ່ນຜິງ ໄດ້ເດີນທາງໄປເຖິງເກາະ ມາເກົ້າ ເມື່ອວັນພຸດທີ່ຜ່ານມາ ເພື່ອຢ້ຽມຢາມ ມາເກົ້າ ເປັນເວລາສາມວັນ ເພື່ອລະນຶກເຖິງການປົກຄອງຂອງ ປັກກິ່ງ ຄົບຮອບ 25 ປີ.
ຫຼັງຈາກເກີດໄພພິບັດ ບ້ານນ້ຳເຄັມທີ່ຕັ້ງຢູ່ແຄມຝັ່ງທະເລ ອັນດາມັນ ກໍໄດ້ອອກແບບ ແລະ ນຳລະບົບບັນເທົາຄວາມສ່ຽງໃນທ້ອງຖິ່ນຂອງຕົນເອງມາໃຊ້.
ກ່ອນໜ້ານີ້ ຫວຽດນາມ ໄດ້ຫາລືກັບບໍລິສັດ ເກົາຫຼີໃຕ້ ໃນການເຮັດຂໍ້ຕົກລົງຜະລິດລູກປືນໃຫຍ່ ແລະ ຊິ້ນສ່ວນເຮືອບິນ.
ບັນດາຜູ້ປະກອບການທີ່ນິຄົມອຸດສາຫະກຳ ວີເມັຕ (WeMet) ໃນເຂດກວນຫຢຸນ ທາງພາກຕາເວັນອອກຂອງຈີນ ກຳລັງກັງວົນຕໍ່ອະນາຄົດຂອງໂຮງງນຂອງພວກຕົນ ສືບເນື່ອງຈາກຄວາມຂັດແຍ້ງທາງການຄ້າຂອງຈີນກັບສະຫະລັດ
ຫຼັງຂ່າວນີ້ອອກມາ ຮຸ້ນຂອງ ຮອນດ້າ ທີ່ຈົດທະບຽນໃນຕະຫຼາດຫຼັກຊັບ ສະຫະລັດ ໄດ້ເພີ່ມຂຶ້ນ 1.3 ເປີເຊັນໃນການຊື້ຂາຍເມື່ອຕອນບ່າຍວັນອັງຄານວານນີ້.
ການໃຊ້ພະລັງງານອາຍຮ້ອນ, ໂດຍສະເພາະຈາກໂຮງງານໄຟຟ້າຖ່ານຫີນ, ແມ່ນມີກຳນົດຈະຫຼຸດລົງລະຫວ່າງ 30 ແລະ 40 ເປີເຊັນ ພາຍໃນປີ 2040.
ທຳນຽບຂາວ ຍັງໄດ້ກ່າວວ່າ ຕອນນີ້ເຂົາເຈົ້າເຊື່ອວ່າ ທະຫານ ເກົາຫຼີເໜືອ ແມ່ນຢູ່ໃນແຖວໜ້າ” ຂອງສົງຄາມຂອງ ຣັດເຊຍ ແລະ “ໄດ້ເຂົ້າຮ່ວມໃນການປະຕິບັດການຕໍ່ສູ້ຢ່າງແຂງຂັນ” ຕໍ່ກັບ ຢູເຄຣນ.
ຫວຽດນາມພາຍໃຕ້ການປົກຄອງຂອງຄອມມູນິສ ກຳລັງວາງແຜນປະຕິຮູບລະບົບການບໍລິຫານຄັ້ງໃຫຍ່ທີ່ສຸດໃນຮອບຫຼາຍທົດສະຫວັດ ໂດຍຈະຫຼຸດຈຳນວນກະຊວງ, ໜ່ວຍງານ ແລະ ບໍລິສັດກະຈາຍສຽງ ເພື່ອຫຼຸດພາລະວຽກແລະລະບຽບການບໍລິຫານທີ່ບໍ່ຈໍາເປັນ ແຕ່ສ່ຽງທີ່ຈະເກີດພາວະອຳມະພາດໃນໄລຍະສັ້ນ ເຈົ້າໜ້າທີ່ແລະນັກລົງທຶນກ່າວ.
ນາຍົກລັດຖະມົນຕີ ທ່ານ ອັນວາ ອິບຣາຮີມ ຂອງ ມາເລເຊຍ ປະກາດແຕ່ງຕັ້ງທ່ານ ທັກສິນ ຊິນນະວັດ ອະດິີດນາຍົກລັດຖະມົນຕີໄທ ແລະ ນັການເມືອງຜູ້ມີອິດທິພົນຂອງ ໄທເປັນທີ່ປຶກສາສ່ວນຕົວຂອງທ່ານໃນວັນຈັນມຶ້ນີ້, ໃນລະຫວ່າງທີ່ຮັບຕໍາແໜ່ງປະທານ ສະມາຄົມປະຊາຊາດແຫ່ງເອເຊຍຕາເວັນອອກສຽງໃຕ້ໃນປີໜ້າ.
ສານດັ່ງກ່າວຈະຈັດການໃຫ້ການຕໍ່ສາທາລະນະຄັ້ງທຳອິດໃນວັນທີ 27 ທັນວານີ້.
ທ່ານ ຊິລລີ ເຊັນ, ຫົວໜ້າຂອງກຸ່ມໄດ້ກ່າວຕໍ່ອົງການຂ່າວ ຣອຍເຕີ ວ່າ “ມັນບໍ່ມີຄວາມປະສົງດີ. ພວກອະຊະຍາກອນຄອມມູນິສ ຈະສືບຕໍ່ທຳການຊ້ອມລົບ.”
ໂຫລດຕື່ມອີກ
No live streaming currently available