ສະຖານທູດອິນເດຍປະຈຳກຳປູເຈຍ ດໍາເນີນງານຮ່ວມກັບເຈົ້າໜ້າທີ່ກຳປູເຈຍ ແລະໄດ້ທໍາການຊ່ວຍເຫຼືອ ພ້ອມທັງສົ່ງຊາວອິນເດຍປະມານ 250 ຄົນກັບຄືນປະເທດ
ໃນຂະນະທີ່ຟີລິບປິນໃຫ້ທັດສະນະຂອງຕົນໃນຂໍ້ຂັດແຍ້ງກັບຈີນ ອັນເປັນການລ່ວງລ້ຳຕໍ່ອະທິປະໄຕຂອງຕົນນັ້ນ ປັກກິ່ງ ກໍໄດ້ກ່າວຫາພວກກຳປັ່ນຂອງຟີລິບປິນ ໃນການແລ່ນເຂົ້າໄປໃນນ່ານນ້ຳຂອງຈີນ ແລະໄດ້ເຕືອນ ມານີລາວ່າ ຕົນຈະປ້ອງກັນອະທິປະໄຕຂອງຕົນ
ຣັດເຊຍໄດ້ໃຊ້ສິດໃນການຍັບຍັ້ງສະພາຄວາມໝັ້ນຄົງສະຫະປະຊາຊາດຂອງຕົນ ໃນວັນພະຫັດວານນີ້ ເພື່ອຢຸດຕິການຕິດຕາມກວດກາການລົງໂທດຂອງອົງການສະຫະປະຊາຊາດ ຕໍ່ເກົາຫລີເໜືອ ຫລັງຈາກບັນດາຜູ້ຕິດຕາມກວດກາໄດ້ລາຍງານ ກ່ຽວກັບການລະເມີດຂອງມົສກູ
ທ່ານ ມິມາກິ ກ່າວວ່າ 'ຍີ່ປຸ່ນເຄີຍຄິດແນວໃດໃນການປະຕິບັດການໂຈມຕີຖານທັບເຮືອສະຫະລັດ ເພີລ໌ ຮາເບີ, ການເລີ້ມປະຕິບັດສົງຄາມທີ່ພວກເຂົາເຈົ້າບໍ່ເຄີຍຫວັງ ທີ່ຈະໄດ້ຮັບໄຊຊະນະ'
ທ່ານ ໝ່າ, ມີກໍານົດທີ່ຈະເດີນທາງໄປ ຈີນ ໃນວັນທີ 1 ເມສາ ແລະຄາດວ່າ ຈະພົບປະ ທ່ານ ຈິ້ນຜິງ
ລັດຖະບານທ່ານ ໄບເດັນ ໄດ້ພະຍາຍາມຜັກດັນດ້ານການທູດ ເພື່ອການເຈລະ ຈາກັບເກົາຫຼີເໜືອ ດ້ວຍຂໍ້ສະເໜີທີ່ເປີດເຜີຍຢ່າງຈະແຈ້ງ ໃນການມີສ່ວນຮ່ວມ ຫຼາຍຂຶ້ນກວ່າຄັ້ງອື່ນໆ ນັບຕັ້ງແຕ່ເຂົ້າມາບໍລິຫານປະເທດ
ກະຊວງການເງິນຂອງສະຫະລັດ ໄດ້ກ່າວໃນຖະແຫລງການສະບັບນຶ່ງວ່າ ການເອົາມາດຕະການດັ່ງກ່າວນັ້ນ ໄດ້ຮັບການປະສານງານກັບເກົາຫຼີໃຕ້
ກຸ່ມດັ່ງກ່າວຈາກພັກກຳມະກອນຂອງເກົາຫຼີ ທີ່ປົກຄອງປະເທດໃນປັດຈຸບັນ ເຊິ່ງນຳພາໂດຍ ທ່ານ ກິມ ຊົງ ນາມ ສະມາຊິກສຳຮອງຂອງຄະນະກຳມະການ ກົມການເມືອງ ແລະທັງເປັນຜູ້ອຳນວຍການກົມຕ່າງປະເທດຂອງຄະນະກຳມະ ການສູນກາງພັກ ໄດ້ເດີນທາງໄປຮອດນະຄອນຫຼວງປັກກິ່ງໃນວັນພະຫັດທີ່ຜ່ານ ມາ, ອົງການຂ່າວ KCNA ໄດ້ກ່າວ
ການຕັດສິນໃຈເຮືອບິນລົບນັ້ນຈະອະນຸຍາດໃຫ້ ຍີ່ປຸ່ນ ສົ່ງອອກອາວຸດທີ່ອັນຕະລາຍເຖິງຊີວິດທີ່ເຂົາເຈົ້າຮ່ວມຜະລິດໄປໃຫ້ປະເທດຕ່າງໆເປັນຄັ້ງທຳອິດ.
ກອງທັບແມ່ນໄດ້ປະເຊີນກັບສິ່ງທ້າທາຍທີ່ໃຫຍ່ທີ່ສຸດນັບຕັ້ງແຕ່ໄດ້ຍຶດອຳນາດຄັ້ງທຳອິດໃນປະເທດອະດີດອານານິຄົມຂອງ ອັງກິດ ໃນປີ 1962
ລັດຖະມົນຕີກະຊວງການເງິນສະຫະລັດທ່ານ ນາງ ເຈເນັດ ເຢລເລັນ (Janet Yellen) ກ່າວໃນວັນພຸດວານນີ້ວ່າ ເງິນອຸດຫນູນຂອງຈີນສໍາລັບອຸດສາຫະກໍາ ພະລັງງານສະອາດ ເຮັດໃຫ້ມີການແຂ່ງຂັນທີ່ບໍ່ຍຸດຕິທໍາ ເຊິ່ງ "ສົ່ງຜົນກະທົບຕໍ່ ບັນດາບໍລິສັດ ແລະຄົນງານອາເມຣິກັນ, ຕະຫຼອດຈົນເຖິງບໍລິສັດ ແລະຄົນງານ ໃນທົ່ວໂລກ."
ໂຄງການທາງຫຼວງ ແລະ ສະໜາມບິນຍັງບໍ່ທັນໄດ້ເລີ້ມດຳເນີນງານໃນປະເທດ ເນປານ, ໃນຂະນະທີ່ອິນເດຍ ແລະຈີນແຂ່ງຂັນກັນເພື່ອຍາດແຍ່ງເອົາອິດທິພົນໃນປະເທດ ພູຮິມາໄລ ຜ່ານໂຄງການພື້ນຖານໂຄງລ່າງ
ໂຫລດຕື່ມອີກ
No live streaming currently available