ອອສເຕຣເລຍ ກຳລັງເປັນເຈົ້າພາບຈັດກອງປະຊຸມສຸດຍອດຂອງບັນດາຜູ້ນຳຈາກປະເທດສະມາຊິກ 9 ປະເທດຂອງອາຊຽນ ຫຼືສະມາຄົມປະຊາຊາດແຫ່ງເອເຊຍຕາເວັນອອກສ່ຽງໃຕ້ ເພື່ອການເພີ້ມທະວີໃນການພົວພັນດ້ານເສດຖະກິດ ແລະຄວາມໝັ້ນຄົງ ຈະເປັນຈຸດສຸມຂອງລັດຖະບານ ແຄນເບີຣາ
ໃນອາທິດທີ່ຜ່ານມາ, ໄທໄດ້ຊ່ວຍອຳນວຍຄວາມສະດວກໃຫ້ແກ່ການຍົກຍ້າຍຊາວຈີນ ປະມານ 900 ຄົນ ທີ່ຕິດຢູ່ໃນສູນກາງຂອງການຫຼອກລວງຕ່າງໆ ໃນເມືອງເຂດຊາຍແດນມຽນມາ ກັບຄືນສູ່ຈີນ, ທ່ານນາຍົກລັດຖະມົນຕີ ເສດຖາ ທະວີສິນ ກ່າວໃນວັນອາທິດວານນີ້
ການກະສິກຳ ແລະ ການເຮັດຟາມແບບອຸດສາຫະກຳ ມັກຈະຂັດແຍ້ງກັບຊຸມຊົນພື້ນເມືອງໃນອິນໂດເນເຊຍ, ເຊິ່ງເປັນປະເທດທີ່ມີຫຼາຍຮ້ອຍກຸ່ມຊົນເຜົ່າ. ນັກຂ່າວວີໂອເອ ອາຮາດຽນ ອູຕາມາ ໄດ້ພົບປະກັບປະຊາຊົນຊາວອໍຣັງ ຣິມບາ ຂອງເກາະຊູມາດຕຣາ ແລະມີລາຍງານກ່ຽວກັບເລື້ອງນີ້, ເຊິ່ງ ອາດນະສັກ ມີລາຍລະອຽດມາສະເໜີທ່ານ
ທໍ່ນໍ້າປະປາ ໄດ້ຖືກຕິດຕັ້ງຢູ່ຫຼາຍລ້ານໝູ່ບ້ານໃນຊຸມປີບໍ່ດົນມານີ້ ເຊິ່ງເປັນສ່ວນນຶ່ງຂອງໂຄງການທີ່ມີຄວາມທະເຍີທະຍານທີ່ຈະສະຫນອງການເຊື່ອມຕໍ່ນໍ້າປະປາໃຫ້ທຸກໆຄົວເຮືອນໃນເຂດຊົນນະບົດທີ່ກວ້າງໃຫຍ່ຂອງປະເທດ
ໜັງສືພິມ ພະນົມເປນ ໂພສ ທີ່ພິມຈຳໜ່າຍຈາກນະຄອນຫຼວງຂອງກຳປູເຈຍ ເປັນເວລາຫຼາຍກວ່າ 3 ທົດສະວັດ ກ່າວໃນວັນສຸກມື້ນີ້ວ່າ ຕົນຈະຢຸດການພິມຈຳໜ່າຍສະບັບພາສາອັງກິດ ແລະພາສາຂະເໝນ ໃນທ້າຍເດືອນນີ້ ທ່າມກາງລາຍໄດ້ ແລະຈຳນວນຜູ້ອ່ານທີ່ຕົກຕໍ່າລົງ ແລະການທີ່ຜູ້ຖືຮຸ້ນ ບໍ່ສາມາດທີ່ຈະ “ແບກຮັບການສູນເສຍລາຍຮັບດັ່ງກ່າວໄດ້.”
ສະຫະລັດ ໄດ້ຫັນຫາ ຈີນ ເພື່ອຊ່ວຍຄວບຄຸມການປະຕິບັດການຍິງລູກສອນໄຟທີ່ເປັນໄພຂົ່ມຂູ່ຂອງ ເກົາຫຼີເໜືອ
ບໍລິສັດ BYD ໄດ້ແຊງໜ້າໝູ່ໃນການຂາຍລົດໄຟຟ້າ ຫຼື EV ໃນທົ່ວໂລກ ທີ່ເຄີຍເປັນຕະຫຼາດນຳໜ້າໂດຍ ບໍລິສັດ Tesla ໃນໄຕມາດທີສີ່ຂອງປີ 2023
ລັດຖະບານໃໝ່ດັ່ງກ່າວ “ຕັ້ງໃຈທີ່ຈະປະເມີນຄືນທາງເລືອກຕ່າງໆທີ່ຈະເສີມຂະຫຍາຍ ແລະຍົກລະດັບຄວາມສຳພັນຂອງຕົນກັບໄຕ້ຫວັນ ໃຫ້ທົນທານຍືນຍົງ ຫຼາຍຂຶ້ນ ແລະຕ່າງຝ່າຍກໍໄດ້ຮັບຜົນປະໂຫຍດຮ່ວມກັນ”
ທ່ານ ໂມດີ ກ່າວວ່າ 'ການນັບຖອຍຫຼັງຂອງຈະຫຼວດສ້າງແຮງບັນດານໃຈແກ່ພວກເດັກນ້ອຍຫຼາຍພັນຄົນໃນອິນເດຍ'
ບັນດານັກວິເຄາະກ່າວວ່າ ການຄົ້ນພົບລູກສອນໄຟຂອງເກົາຫຼີເໜືອຢູ່ໃນຢູເຄຣນ ທີ່ມີຊິ້ນສ່ວນປະກອບຫຼາຍກວ່າ 200 ຢ່າງທີ່ມາຈາກສະຫະລັດ ແລະບັນດາບໍລິສັດຢູໂຣບ ໄດ້ເປີດເຜີຍຊ່ອງຫວ່າງທີ່ເກົາຫຼີເໜືອໃຊ້ເພື່ອຫຼີກລ້ຽງມາດຕະການລົງໂທດ
ຫວຽດນາມຄາດໝາຍວ່າ ຈະສົ່ງອອກກະສິກຳຂອງຕົນໄປຈີນເພີ້ມຂຶ້ນໃນປີນີ້ ຂະນະທີ່ທັງສອງປະເທດໄດ້ຕົກລົງທີ່ຈະທົບທວນຄືນລະບຽບການຕ່າງໆໃນການເປີດຕະຫຼາດໃຫ້ມີປະລິມານຂອງສັດປີກ ປາ ແລະໝາກໄມ້ຫຼາຍຂຶ້ນກວ່າເກົ່າ
ທັງສອງທ່ານກ່າວໃນຂໍ້ຄວາມຕ່າງກັນຂອງວັນອາທິດແລ້ວນີ້ວ່າ ເຈົ້າໜ້າທີ່ຕຳຫຼວດກຳລັງສອບຖາມຜູ້ຄົນທີ່ຕິດຕາມພວກເຂົາເຈົ້າຢູ່ໃນສື່ສັງຄົມອອນລາຍ ແລະໄດ້ຮຽກຮ້ອງໃຫ້ຜູ້ຕິດຕາມເຂົາເຈົ້າຈົ່ງລະມັດລະວັງ
ໂຫລດຕື່ມອີກ
No live streaming currently available