ພາຍໃນບັນດາເປົ້າໝາຍຂອງເຄື່ອງມືທັງຫຼາຍນັ້ນ ອັນເປັນທີ່ຊັດເຈນກໍແມ່ນວ່າ ສະໜອງໂດຍບໍລິສັດທີ່ໄດ້ຖືກກະທົບ ຄື I-Soon ທີ່ເປັນກຸ່ມຊົນເຜົ່າແລະພວກທີ່ເຫັນຕ່າງໃນເຂດຕ່າງໆຂອງຈີນ ທີ່ໄດ້ເຫັນການປະທ້ວງຕໍ່ຕ້ານລັດຖະບານຢ່າງຫຼວງຫຼາຍ ຄືກັບ ຮົງກົງ ຫຼື ຊິນຈຽງ
ນ້ອງສາວຜູ້ມີອິດທິພົນຂອງຜູ້ນຳເກົາຫຼີເໜືອ ທ່ານກິມ ຈົງ ອຶນ ກ່າວວ່າ ພຽງຢາງແມ່ນເປີດກວ້າງທີ່ຈະປັບປຸງຄວາມສຳພັນກັບໂຕກຽວ ແລະເປີດໂອກາດສຳລັບການພົບປະສຸດຍອດ ກັບນາຍົກລັດຖະມົນຕີຍີ່ປຸ່ນ
ການຢ້ຽມຢາມຂອທ່ານໄມຄ໌ ກາລັກເກີ ແລະສະມາຊິກສະພາຄົນອື່ນໆອີກ 4 ທ່ານ ຈະສິ້ນສຸດລົງໃນວັນເສົາ ຊຶ່ງທ່ານແມ່ນພັນທະມິດທີ່ເຂັ້ມແຂງຂອງໄຕ້ຫວັນ ແລະຜູ້ຕ້ອງຕິຈີນຢ່າງແຂງຂັນ
ບັນດານັກວິເຄາະກ່າວວ່າ ການພົວພັນທາງການທູດທີ່ສ້າງຂຶ້ນໃໝ່ ຂອງ ໂຊລ ກັບຮາວານາ ແມ່ນເປັນຄວາມລົ້ມແຫຼວທາງການທູດຂອງເກົາຫລີເໜືອ ຊຶ່ງເບິ່ງວ່າຄິວບາ ເປັນປະເທດອ້າຍນ້ອງ
ເຫດການໃນວັນຈັນແລ້ວນີ້ ມີຂຶ້ນສອງມື້ຫຼັງຈາກຊາວປະມົງຈີນ 2 ຄົນ ຈົມນໍ້າເສຍຊີວິດ ລຸນຫຼັງເຮືອຂອງພວກເຂົາເຈົ້າຫຼົ້ມ ໃນຂະນະທີ່ກຳລັງຫຼົບໜີການໄລ່ຈັບຂອງໜ່ວຍຍາມຝັ່ງໄຕ້ຫວັນ
ມາດຕະການດັ່ງກ່າວ ມີມາເຖິງປີ 2010 ແຕ່ຍັງບໍ່ທັນໄດ້ດໍາເນີນງານ ຈົນຮອດອາທິດທີ່ຜ່ານມານີ້ ຈຶ່ງໄດ້ທໍາການປະກາດໃຊ້
ນາຍົກລັດຖະມົນຕີເຈມສ໌ ມາຣາພີ ໄດ້ປະກາດແຜນການ ໃນວັນຈັນວານນີ້ ເພື່ອໃຫ້ອຳນາດແກ່ພວກທະຫານ ໃນການຈັບກຸມ ຫຼັງຈາກການຕໍ່ສູ້ ທີ່ເຮັດໃຫ້ມີຜູ້ເສຍຊີວິດຫຼາຍສິບຄົນ
ຄະນະກຳມະການອົງການໂອລິມປິກສາກົນ ຫຼື IOC ຈະບໍ່ປ່ຽນແປງກົດລະບຽບຕ່າງໆຂອງຕົນ ເພື່ອໃຫ້ນັກມວຍທີ່ຢອດຢ້ຽມ ກໍຄື ແມນນີ ແຟັກກ້ຽວ ແຂ່ງຂັນໄດ້ຢູ່ ເກມ ປາຣີສ໌ ຜູ້ທີ່ມີອາຍຸເກີນກວ່າຂີດຈຳກັດຂອງການເຂົ້າແຂ່ງເຖິງ 5 ປີ.
ນັກວິເຄາະບາງຄົນກ່າວວ່າ ປັກກິ່ງ ກໍາລັງພະຍຍາມທໍາລາຍການຄວບຄຸມຂອງໄຕ້ຫວັນ ຢູ່ບໍລິເວນຊາຍຝັ່ງຂອງບັນເກາະຕ່າງໆ ແລະຍັງຄົງກົດດັນຕໍ່ລັດຖະບານໃໝ່ ທີ່ກໍາລັງເຂົ້າມາກໍາອໍານາດ
ຄະນະໄອຍະການຂອງໄທ ຈະທຳການສືບສວນສອບສວນຕື່ມອີກວ່າ ອະດີດນາຍົກລັດຖະມົນຕີ ທ່ານທັກສິນ ຊິນນະວັດ ໄດ້ລະເມີດກົດໝາຍວ່າດ້ວຍການໝິ່ນປະໝາດກະສັດ ຫຼື ບໍ່
ນັກຂ່າວຊາວຝຣັ່ງຄົນນຶ່ງທີ່ເອີ້ນ ອິນເດຍວ່າບ້ານມາເປັນເວລາຫຼາຍກວ່າ 2 ທົດສະວັດ ໄດ້ຖືກບັງຄັບໃຫ້ກັບຄືນປະເທດຝຣັ່ງ ຫຼັງຈາກເຈົ້າໜ້າທີ່ອິນເດຍ ໄດ້ກ່າວຫານາງວ່າ ຂຽນບົດລາຍງານທີ່ “ມີຈຸດປະສົງບໍ່ດີ ແລະມີລັກສະນະວິພາກວິຈານ”, “ທີ່ບໍ່ເປັນຜົນດີຕໍ່ອະທິປະໄຕ ແລະສິດອັນຊອບທຳຂອງອິນເດຍ.”
ດ້ວຍການນຳໃຊ້ເທັກໂນໂລຈີດາວທຽມ ແລະ ເຄື່ອງຈັກທີ່ສະຫຼຽວສະຫຼາດ, ບັນດານັກວິທະຍາສາດທາງທະເລ ໄດ້ສ້າງແຜນທີ່ໃໝ່ ກ່ຽວກັບ ປະກາລັງຂອງໂລກ
ໂຫລດຕື່ມອີກ
No live streaming currently available