ການເລື່ອນເວລາແມ່ນຜົນຂອງການລົບກວນຕ່ອງໂສ້ການສະໜອງສິນຄ້າ, ແຕ່ໃນວັນພະຫັດວານນີ້ທ່ານໄດ້ກ່າວຕື່ມວ່າ ການຫຼ້າຊ້າແມ່ນຍ້ອນບັນຫາຊອຟແວຄວບຄຸມການບິນ
ອຸດສາຫະກໍາດ້ານການທ່ອງທ່ຽວຂອງໄທຫວັງວ່າ ຈະໄດ້ຮັບການຟື້ນຟູຢ່າງວ່ອງໄວ ໃນຂະແຫນງການສ້າງລາຍໄດ້ທີ່ສໍາຄັນຂອງປະເທດ
ບໍລິສັດ Microsoft ໄດ້ເນັ້ນໜັກໃສ່ ເກາະກວມ ຊຶ່ງເປັນດິນແດນຂອງສະຫະ ລັດຢູ່ໃນມະຫາສະໝຸດປາຊີຟິກ ໂດຍມີຖານທັບທີ່ສຳຄັນໆ ຊຶ່ງເປັນນຶ່ງໃນເປົ້າໝາຍຂອງການໂຈມຕີ ແຕ່ໄດ້ກ່າວວ່າ ມີກິດຈະກຳທີ່ “ປອງຮ້າຍ” ຍັງໄດ້ຖືກກວດພົບຢູ່ແຫ່ງອື່ນ ໃນສະຫະລັດນຳດ້ວຍ
ຜູ້ຕ້ອງສົງໄສສາມຄົນນັ້ນ ແມ່ນບໍ່ສາມາດຕິດຕໍ່ເພື່ອຂໍຄຳເຫັນ ແລະ ທະນາຍຄວາມຂອງເຂົາເຈົ້າ ກໍບໍ່ສາມາດເຂົ້າຫາໄດ້ໃນທັນທີ
ເກົາຫຼີເໜືອຄວບຄຸມພະນັກງານໄອທີ ຫຼາຍພັນຄົນຢູ່ໃນທົ່ວໂລກ ຕົ້ນຕໍແລ້ວແມ່ນຢູ່ໃນຈີນ ແລະຣັດເຊຍ "ທີ່ສ້າງລາຍໄດ້ ປະກອບສ່ວນເຂົ້າໃນໂຄງການອາວຸດທີ່ມີອະນຸພາບຮ້າຍແຮງ ແລະລູກສອນໄຟ" ອີງຕາມກະຊວງການເງິນສະຫະລັດ
ການເຊັນຂໍ້ຕົກລົງພັນທະມິດໄດ້ມີຂຶ້ນໃນວັນຄົບຮອບ 9 ປີຂອງການກໍ່ລັດຖະປະຫານເມື່ອປີ 2014 ຂອງໄທ
ເພື່ອເປັນການຮັດແໜ້ນການພົວພັນລະຫວ່າງສອງປະເທດພັນທະມິດທີ່ໃກ້ຊິດທີ່ສຸດຂອງອາເມຣິກາໃນເອເຊຍ, ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ໄດ້ພົບປະກັບນາຍົກລັດຖະມົນຕີຍີ່ປຸ່ນ ທ່ານຟູມິໂອະ ກິຊິດະ ແລະ ປະທານາທິບໍດີເກົາຫລີໃຕ້ ທ່ານຢູນ ຊຸກ ຢອລ
ພັກກ້າວໄກ ໄດ້ຊະນະການເລືອກຕັ້ງຢ່າງບໍ່ໜ້າເຊື່ອ ຊຶ່ງໄດ້ຮັບບ່ອນນັ່ງໃນສະພາຫຼາຍທີ່ສຸດ ດ້ວຍການຊ່ອຍເຫຼືອຈາກພວກຊາວໜຸ່ມຜູ້ມີສິດອອກສຽງ ທີ່ຕື່ນເຕັ້ນກັບວາລະຂອງພັກ ທີ່ເຮັດໃຫ້ພັກຂັດແຍ້ງກັບຜົນປະໂຫຍດຕ່າງໆຂອງທຸລະກິດໃຫຍ່ບາງສ່ວນ ແລະສະຖາບັນຕ່າງໆ ທີ່ມີຫົວອະນຸລັກນິຍົມ
ທ່ານບລິງເກັນ ເດີນທາງໄປ ປອດມໍເຣສບີ ແທນປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ທີ່ໄດ້ຕັດເວລາໃນການຢ້ຽມຢາມເຂດເອເຊຍປາຊີຟິກໃຫ້ສັ້ນລົງ ແລະກັບວໍຊິງຕັນ ເພື່ອເຈລະຈາເລື້ອງເພດານໜີ້ ຂອງສະຫະລັດ
ຄວາມຂັດແຍ້ງທາງທະຫານລະຫວ່າງອິນເດຍແລະຈີນ, ເຊິ່ງເຮັດໃຫ້ມີການສົ່ງທະຫານຫຼາຍສິບພັນຄົນໄປເຂດຊາຍແດນພູຫິມະໄລ (Himalayan), ໄດ້ກ້າວເຂົ້າສູ່ປີທີສີ່ແລ້ວ
ພັກກ້າວໄກ ໄດ້ປະກາດເປັນຜູ້ຊະນະເລີດຢ່າງບໍ່ເປັນທາງການ ໃນການເລືອກ ຕັ້ງເມື່ອວັນອາທິດທີ່ຜ່ານມາ
ຄະນະກຳມາທິການເລືອກຕັ້ງຂອງປະເທດໄທ ກຳລັງຊັ່ງຊາ ໃນນາທີສຸດທ້າຍ ຕໍ່ການທ້າທາຍທາງດ້ານກົດໝາຍ ຕໍ່ຜູ້ນິຍົມປະຊາທິປະໄຕ ທີ່ມີຄະແນນນຳໜ້າ ໃນການແຂ່ງຂັນ ເປັນນາຍົກລັດຖະມົນຕີຂອງປະເທດ
ໂຫລດຕື່ມອີກ
No live streaming currently available