ພັກກ້າວໄກ ໄດ້ຊະນະການເລືອກຕັ້ງຢ່າງບໍ່ໜ້າເຊື່ອ ຊຶ່ງໄດ້ຮັບບ່ອນນັ່ງໃນສະພາຫຼາຍທີ່ສຸດ ດ້ວຍການຊ່ອຍເຫຼືອຈາກພວກຊາວໜຸ່ມຜູ້ມີສິດອອກສຽງ ທີ່ຕື່ນເຕັ້ນກັບວາລະຂອງພັກ ທີ່ເຮັດໃຫ້ພັກຂັດແຍ້ງກັບຜົນປະໂຫຍດຕ່າງໆຂອງທຸລະກິດໃຫຍ່ບາງສ່ວນ ແລະສະຖາບັນຕ່າງໆ ທີ່ມີຫົວອະນຸລັກນິຍົມ
ທ່ານບລິງເກັນ ເດີນທາງໄປ ປອດມໍເຣສບີ ແທນປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ທີ່ໄດ້ຕັດເວລາໃນການຢ້ຽມຢາມເຂດເອເຊຍປາຊີຟິກໃຫ້ສັ້ນລົງ ແລະກັບວໍຊິງຕັນ ເພື່ອເຈລະຈາເລື້ອງເພດານໜີ້ ຂອງສະຫະລັດ
ຄວາມຂັດແຍ້ງທາງທະຫານລະຫວ່າງອິນເດຍແລະຈີນ, ເຊິ່ງເຮັດໃຫ້ມີການສົ່ງທະຫານຫຼາຍສິບພັນຄົນໄປເຂດຊາຍແດນພູຫິມະໄລ (Himalayan), ໄດ້ກ້າວເຂົ້າສູ່ປີທີສີ່ແລ້ວ
ພັກກ້າວໄກ ໄດ້ປະກາດເປັນຜູ້ຊະນະເລີດຢ່າງບໍ່ເປັນທາງການ ໃນການເລືອກ ຕັ້ງເມື່ອວັນອາທິດທີ່ຜ່ານມາ
ຄະນະກຳມາທິການເລືອກຕັ້ງຂອງປະເທດໄທ ກຳລັງຊັ່ງຊາ ໃນນາທີສຸດທ້າຍ ຕໍ່ການທ້າທາຍທາງດ້ານກົດໝາຍ ຕໍ່ຜູ້ນິຍົມປະຊາທິປະໄຕ ທີ່ມີຄະແນນນຳໜ້າ ໃນການແຂ່ງຂັນ ເປັນນາຍົກລັດຖະມົນຕີຂອງປະເທດ
ພັກກົກມິນຕັງ ແມ່ນໄດ້ເພິ່ງພາຫຼາຍວິທີທີ່ທ່ານ ຮູ ແມ່ນ ແຕກຕ່າງຈາກຜູ້ລົງແຂ່ງຂັນເປັນປະ ທານາທິບໍດີຂອງເຂົາເຈົ້າຫຼາຍຄົນ, ອີງຕາມ ການກ່າວຂອງນັກວິເຄາະ.
ນາຍົກລັດຖະມົນຕີອິນເດຍ ທ່ານນາເຣນດຣາ ໂມດີ ຈະໄປຢ້ຽມຢາມ ປາປົວນິວກີເນຍ ໃນທ້າຍອາທິດນີ້ ເພື່ອແນໃສ່ຮັດແໜ້ນການເຊື່ອມໂຍງຂອງອິນເດຍ ກັບບັນດາປະເທດໝູ່ເກາະ ປາຊີຟິກ, ພ້ອມກັບແນໃສ່ຕ້ານການຂະຫຍາຍອິດທິພົນຂອງຈີນ ໃນຂົງເຂດປາຊີຟິກ
ເຈົ້າໜ້າທີ່ຂອງລັດຖະບານທ່ານໄບເດັນ ຕ້ອບໂຕ້ຕໍ່ການຕ້ອງຕິ ທີ່ໄດ້ມີການເລື່ອນເວລາ ໃນການເດີນທາງໄປຢ້ຽມຢາມປາປົວນິວກີນີ ແລະອອສເຕຣເລຍນັ້ນວ່າ ເປັນຂອງຂວັນສຳລັບປັກກິ່ງ
ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານຟູມິໂອະ ກິຊິດະ ຈະພົບປະກັບ ປະທານາທິບໍດີເກົາຫຼີໃຕ້, ທ່ານຢູນ ຊຸກ ຢອລ ໃນວັນອາທິດ ຈະມາເຖິງນີ້
ທ່ານແອນດຣູສ໌ ໄດ້ກ່າວຕໍ່ບັນດານັກຂ່າວຢູ່ໃນກອງປະຊຸມຖະແຫລງຂ່າວ ທີ່ສຳນັກງານໃຫຍ່ຂອງອົງການສະຫະປະຊາຊາດ ວ່າ ອາວຸດຍຸໂທປະກອນ ໄດ້ສະໜອງໂດຍພວກຜູ້ສົ່ງອອກຂອງຣັດເຊຍ ທີ່ອາດເປັນໄປໄດ້ວ່າ ໄດ້ເຄີຍກໍ່ອາຊະຍາກຳສົງຄາມ ແລະອາຊະຍາກຳຕໍ່ມະນຸດຊາດໃນມຽນມາ
ໃນວັນອາທິດທີ່ຜ່ານມາ ຊາວໄທຫລາຍລ້ານຄົນ ໄດ້ໄປລົງຄະແນນສຽງເລືອກຕັ້ງທົ່ວໄປ ເພື່ອເລືອກເອົາພັກການເມືອງ ແລະນາຍົກລັດຖະມົນຕີ ທີ່ເຂົາເຈົ້າຕ້ອງການເພື່ອນຳພາລັດຖະບານຊຸດຕໍ່ໄປ
ທະຫານຂອງມຽນມາໄດ້ຮວບຮວມເອົາການຄວບຄຸມພວກສະໜອງການບໍລິການມືຖືຂອງປະເທດ, ເຮັດໃຫ້ ພວກນັກເຄື່ອນໄຫວ, ສະມາຊິກຝ່າຍຄ້ານ ແລະນັກຂ່າວມີຄວາມສ່ຽງຫຼາຍຂຶ້ນຕໍ່ ການຖືກເຝົ້າຕິດຕາມ
ໂຫລດຕື່ມອີກ
No live streaming currently available