ການປະທ້ວງທັງຫຼາຍ ໄດ້ເກີດຂຶ້ນຢູ່ໃນພື້ນທີ່ແຫ່ງຕ່າງໆທົ່ວປະເທດ ຊຶ່ງປາກົດວ່າ ເປັນການບົ່ງບອກເຖິງພວກຊາວຈີນຫຼາຍໆຄົນ ເລີ້ມມີຄວາມເບື່ອໜ່າຍກັບການກັກໂຕທີ່ຍາວນານ ແລະການກວດຫາພະຍາດທີ່ແຜ່ຫຼາຍ
ບັນດາມະຫາວິທະຍາໄລຕ່າງໆຂອງປະເທດຈີນ ສົ່ງພວກນັກສຶກສາກັບຄືນບ້ານ ໃນຂະນະທີ່ພັກຄອມມູນິສ ຊຶ່ງເປັນພັກລັດຖະບານທີ່ປົກຄອງປະເທດ ຄວບຄຸມການຕໍ່ຕ້ານໄວຣັສຢ່າງເຄັ່ງຄັດ
ກຳລັງເຈົ້າໜ້າທີ່ຕຳຫຼວດຈີນ ໄດ້ຖືກສົ່ງໄປປະຈຳການຢູ່ຖະໜົນຫົນທາງຂອງນະຄອນຫຼວງປັກກິ່ງແລະນະຄອນຊຽງໄຮ້ ໃນວັນຈັນວານນີ້ ໃນຄວາມພະຍາ ຍາມເພື່ອສະກັດກັ້ນບໍ່ໃຫ້ມີການປະທ້ວງຕໍ່ຕ້ານຂໍ້ຈຳກັດດ້ານໂຄວິດຂອງລັດຖະ ບານ ເພີ້ມຂຶ້ນຕື່ມ
ເຫດໄຟໄໝ້ຮ້າຍແຮງໃນອາທິດແລ້ວ ຢູ່ນະຄອນອູຣຸມຈີນ ເມືອງເອກຂອງເຂດຊີນຈຽງ ທາງພາກຕາເວັນຕົກຂອງຈີນ ໄດ້ກາຍເປັນຈຸດ ທີ່ພາໃຫ້ປະຊາຊົນໂກດແຄ້ນ
ທ່ານອານວາ ໄດ້ສາບານຕົວເຂົ້າຮັບຕຳແໜ່ງໃນພິທີທີ່ງ່າຍດາຍ ຢູ່ທີ່ພະລາດຊະວັງແຫ່ງຊາດ ທີ່ຖ່າຍທອດອອກອາກາດທາງໂທລະພາບແຫ່ງຊາດ
ເຫດແຜ່ນດິນໄຫວດັ່ງກ່າວໄດ້ສັງຫານຢ່າງໜ້ອຍ 268 ຄົນ ແລະ ບາດເຈັບຫຼາຍກວ່າ 1000 ຄົນ. ປະຊາຊົນຫຼາຍກວ່າ 58,000 ຄົນບໍ່ມີບ່ອນຢູ່ອາໄສ ແລະ ເຮືອນ 22,000 ຫຼັງ ໄດ້ຮັບຄວາມເສຍຫາຍ.
ໃນເອກະສານ ໄດ້ອະທິບາຍກ່ຽວກັບວິທີການຂອງເຈົ້າໜ້າທີ່ກໍາປູເຈຍ ທີ່ໄດ້ອະນຸຍາດໃຫ້ບັນດານາຍຈ້າງທັງຫຼາຍຂ້າມຜ່ານລະບຽບຂໍ້ບັງຄັບດ້ານແຮງງານຕ່າງໆ ພ້ອມທັງດໍາເນີນການປະຕິບັດແບບບໍ່ເປັນທໍາ
ອົງການບັນເທົາໄພພິບັດໄດ້ກ່າວວ່າການຄົ້ນຫາຜູ້ລອດຊີວິດທີ່ຕິດຄ້າງຢູ່ໃນຊາກຫັກພັງຈະສືບຕໍ່ໄປຕະຫຼອດຄືນ
ທ່ານນາງ ແຮຣິສ ແລະ ທ່ານ ມາຄອສ ໄດ້ປຶກສາຫາລື ກ່ຽວກັບ ຫຼາຍໂຄງການໃໝ່ລວມທັງການສ້າງຕັ້ງສະຖານທີ່ປ້ອງກັນເພີ່ມເຕີມໃນທົ່ວ ຟີລິບປິນ
ຖະແຫລງການຈາກປະທານຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ທີ່ມີສະມາຊິກຈາກ 15 ປະເທດນີ້ ແມ່ນຂັ້ນຕອນອັນນຶ່ງຕ່ຳກວ່າມະຕິຕົກລົງ ແລະຕ້ອງໄດ້ຮັບການເຫັນດີເຫັນພ້ອມຢ່າງເປັນເອກກະສັນຂອງບັນດາສະມາຊິກທັງໝົດ
ເກົາຫຼີໃຕ້ສາມາດເອົາບົດບບາດທີ່ສຳຄັນ ເພື່ອຊ່ວຍຕ່າວປີ້ນຄວາມລົ້ມແຫຼວຂອງນາໆຊາດ ໃນການແກ້ໄຂວິກິດການໃນມຽນມາ ອີງຕາມນັກຊ່ຽວຊານສະຫະປະຊາຊາດ
ເກົາຫຼີເໜືອ ໄດ້ກ່າວວ່າການທົດລອງຂອງເຂົາເຈົ້າແມ່ນການຕອບໂຕ້ຕໍ່ການ ຊ້ອມລົບຂອງ ສະຫະລັດ ກັບ ເກົາຫຼີໃຕ້
ໂຫລດຕື່ມອີກ
No live streaming currently available