ປະຊາຊົນທ້ອງຖິ່ນທີ່ອາໄສຢູ່ໃນເມືອງສີຫານຸກວີລ ຮ້ອງມັນວ່າ ຕຶກອາຄານຜີ, ແລະມັນກໍມີຫຼາຍຮ້ອຍອາຄານ ເຊິ່ງໄດ້ຖືກປະຖິ້ມໂດຍບັນດານັກລົງທຶນຊາວຈີນ
ພວກເຈົ້າໜ້າທີ່ໄທກ່າວວ່າ ເຂົາເຈົ້າໄດ້ຍຶດເກັດຫລິ່ນ ຫລາຍກວ່ານຶ່ງໂຕນ ຊຶ່ງມີມູນຄ່າ 50 ລ້ານກວ່າບາດ ($1.4 million) ທີ່ເຊື່ອກັນວ່າ ໄດ້ສົ່ງອອກນອກປະເທດ ຜ່ານທາງຊາຍແດນທີ່ເປັນໜ້າດິນ
ທ່ານ ຫຼີ ໄດ້ພົບປະກັບຜູ້ມີອຳນາດສູງສຸດປະທານາທິບໍດີ ອາເລັກແຊນເດີ ລູກາເຊັນໂກ ໃນນະຄອນຫຼວງ ມິນສ໌
ທ່ານເທີກຄ໌ ໄດ້ໃຫ້ຂໍ້ສັງເກດເຖິງການກົດຂີ່ທີ່ມີຊື່ສຽງບໍ່ຄ່ອຍດີຂອງປະເທດທີ່ແຮງເພີ້ມຫຼາຍຂຶ້ນຕື່ມ ນັບຕັ້ງແຕ່ຊາຍແດນໄດ້ຖືກປິດລົງ ເມື່ອຕົ້ນປີ 2020 ຂະນະທີ່ມີໂຣກລະບາດຂອງພະຍາດໂຄວິດ-19 ທີ່ໄດ້ແຜ່ລະບາດໃນເອເຊຍ
ເຈົ້າໜ້າທີ່ມາເລເຊຍກ່າວວ່າ ບໍ່ໄດ້ຮັບການໂທຫາສຸກເສີນໃດໆ
ຈີນ ກໍາລັງກໍ່ສ້າງທາງແລ່ນຂອງເຮືອບິນ ຢູ່ເທິງເກາະທີ່ຍັງໄດ້ຖືກອ້າງສິດໂດຍ ຫວຽດນາມ ແລະໄຕ້ຫວັນ ເຊັ່ນກັນ
ເດັກນ້ອຍຄົນນຶ່ງອາຍຸ 9 ປີ ໄດ້ເສຍຊີວິດ ແລະຊາວບ້ານອີກຫ້າຄົນໄດ້ຮັບບາດ ເຈັບ ເວລາກຳລັງທະຫານມຽນມາ ທີ່ປ້ອງກັນບໍ່ແຮ່ ທີ່ຈີນເປັນເຈົ້າຂອງ ໄດ້ຍິງປືນໃສ່ພວກພົນລະເຮືອນຢູ່ເມືອງຊາລິງຢີ ຢູ່ທາງພາກຕາເວັນຕົກສຽງເໜືອຂອງປະເທດ
ໃນຕອນທ້າຍຂອງກອງປະຊຸມສຸດຍອດ ປະທານາທິບໍດີ ໂຈ ໄບເດັນ, ປະທານາທິບໍດີ ຢຸນ ຊຸກ ຢອລ ຂອງເກົາຫຼີໃຕ້ ແລະ ນາຍົກລັດຖະມົນຕີ ຟູມີໂອະ ກີຊິດະ ຂອງຍີ່ປຸ່ນ ຄາດວ່າ ຈະປະກາດແຜນການທີ່ຈະຈັດກອງປະຊຸມຕາມປົກກະຕິ ແລະເອົາມາດຕະການເພື່ອເສີມຂະຫຍາຍການຮ່ວມມືດ້ານຄວາມໝັ້ນຄົງເກີນກວ່າການສະກັດກັ້ນໄພຄຸກຄາມຂອງເກົາຫຼີເໜືອ
ພຽງຢາງກຳລັງສືບສວນ ພົນທະຫານຊັ້ນສອງ ຂອງກອງທັບ ສຳລັບ "ການບຸກລຸກຢ່າງຜິດກົດໝາຍ" ຂອງລາວ ເຂົ້າໄປໃນເກົາຫຼີເໜືອ, ສື່ມວນຊົນຂອງທາງການ KCNA ກ່າວໃນວັນພຸດວານນີ້, ໂດຍກ່າວຕື່ມວ່າ ທ້າວຄິງ "ໄດ້ສາລະພາບ" ວ່າໄດ້ຮັບແຮງຈູງໃຈຈາກ "ການປະຕິບັດທີ່ໄຮ້ມະນຸດສະທຳ ແລະ ການເລືອກປະຕິບັດທາງເຊື້ອຊາດ ພາຍໃນກອງທັບສະຫະລັດ"
"ຄວາມຄິດເຫັນທາງດ້ານກົດຫມາຍທີ່ພວກເຮົາໄດ້ຮັບ ສະແດງໃຫ້ເຫັນວ່າການປະຕິເສດການສຶກສາຂອງເດັກຍິງຊາວອັຟການິສຖານ ແລະການຈ້າງງານຂອງແມ່ຍິງຊາວອັຟການິສຖານ ແມ່ນການຈໍາແນກທາງເພດ, ເຊິ່ງຄວນຖືວ່າເປັນອາຊະຍາກໍາຕໍ່ມະນຸດຊາດ, ແລະຄວນຈະຖືກດໍາເນີນຄະດີໂດຍສານອາຍາສາກົນ"
ອົງການຂ່າວ KCNA ລາຍງານວ່າ ພຽງຢາງ ກໍາລັງດໍາເນີນການສືບສວນພົນທະຫານຊັ້ນ 2 ກ່ຽວກັບການບຸກລຸກທີ່ຜິດກົດໝາຍ ເພື່ອເຂົ້າໄປໃນເກົາຫຼີເໜືອຂອງລາວ
ພວກນັກວິເຄາະກ່າວວ່າ ການປະພຶດແບບກ້າວລ້າວຫຼືຮຸກຮານຂອງປັກກິ່ງ ຢູ່ໃນຂົງເຂດ ຈະຊຸກຍູ້ໃຫ້ມະນີລາອຽງໄປຫາສະຫະລັດຫຼາຍຂຶ້ນ ໃນຂະນະທີ່ກໍ່ໃຫ້ເກີດຄວາມວິຕົກກັງວົນຫຼາຍຂຶ້ນ ໃນບັນດາປະເທດເອເຊຍຕາເວັນອອກສຽງໃຕ້
ໂຫລດຕື່ມອີກ
No live streaming currently available