ໜັງສືພິມຂອງພັກຄອມມູນິສ ຊື່ວ່າ The People’s Daily, ໄດ້ກ່າວໃນບົດ ບັນນາທິການວ່າ ຈີນ ຕ້ອງ “ປະຕິບັດນະໂຍບາຍຢ່າງເດັດຂາດ”
ການສູ້ລົບໄດ້ເລີ້ມຂຶ້ນອີກ ໃນພາກຕາເວັນຕົກສຸດຂອງມຽນມາ ລະຫວ່າງກອງທັບມຽນມາ ແລະກຸ່ມກະບົດທີ່ມີອິດທິພົນກຸ່ມນຶ່ງ
ກອງປະຊຸມສຸດຍອດ ເຂດເອເຊຍຕາເວັນອອກ ເປັນກຸ່ມຂອງສະມາຄົມບັນດາປະເທດຊາດໃນເຂດເອເຊຍຕາເວັນອອກສຽງໃຕ້ ຫຼື ອາຊຽນ ແລະບັນດາຄູ່ຮ່ວມໃນການເຈລະຈາຂອງຕົນ ທີ່ປະກອບດ້ວຍ ອອສເຕຣເລຍ ຈີນ ອິນເດຍ ຍີ່ປຸ່ນ ນິວຊີແລນ ເກົາຫຼີໃຕ້ ຣັດເຊຍ ແລະສະຫະລັດ
ທ່ານຮີເຈີດ ມາຣິສ ກ່າວວ່າ ອະດີດທະຫານທີ່ກິນບໍານານ ມີ “ຂໍ້ຜູກມັດທີ່ຍືນຍົງ” ເພື່ອປົກປ້ອງຄວາມລັບຂອງປະເທດ ແລະ “ການເປີດເຜີຍຄວາມລັບເຫຼົ່ານັ້ນ ຖືເປັນອາຊະຍາກຳ”
ຜູ້ປົກຄອງ ອົງການທ່ອງທ່ຽວແຫ່ງປະເທດໄທ ຫຼື TAT ທ່ານຍຸດທະສັກ ສຸປາສອນ ໄດ້ກ່າວວ່າ ຊ່ວງເວລາທີ່ຫຍຸ້ງຍາກໄດ້ຜ່ານພົ້ນແລ້ວ
ຕະຫຼອດໄລຍະນຶ່ງປີຜ່ານມາ ເກົາຫຼີເໜືອ ໄດ້ເອົາແນວທາງທີ່ເປັນປໍລະປັກຫຼາຍຂຶ້ນຕໍ່ສະຫະລັດ ແລະບັນດາພັນທະມິດຂອງສະຫະລັດ. ເກົາຫຼີເໜືອຍັງໄດ້ຍິງລູກສອນໄຟເກີນກວ່າ 70 ລູກ
ເຈົ້າໜ້າທີ່ ໄດ້ຂັງຄຸກນາງເຕຍຣີ ແສງ, ລຸນຫຼັງການພິຈາລະນາຄະດີຄັ້ງໃຫຍ່ໃນນະຄອນຫຼວງພະນົມເປັນ ກ່ຽວກັບບັນດານັກເຄື່ອນໄຫວຝ່າຍຄ້ານ ແລະຜູ້ທີ່ເຫັນຕ່າງ
ບັນດາຜູ້ນຳເອເຊຍຕາເວັນອອກສຽງໃຕ້ ທີ່ເຕົ້າໂຮມກັນຢູ່ນະຄອນຫລວງກຳປູເຈຍ ໃນວັນພະຫັດມື້ນີ້ ປະເຊີນກັບການທ້າທາຍເພື່ອພະຍາຍາມທີ່ຈະຫຼຸດຜ່ອນ ການເພີ້ມຄວາມຮຸນແຮງຢູ່ໃນມຽນມາ
ເກົາຫຼີເໜືອ ໄດ້ຍິງລູກສອນໄຟຂີປະນາວຸດ ໃນວັນພຸດມື້ນີ້ ອີງຕາມການລາຍງານຂອງກອງທັບເກົາຫລີໃຕ້ ເພີ້ມໃສ່ການຍິງຂອງພຽງຢາງ ແບບທີ່ບໍ່ເຄີຍມີມາກ່ອນ ຊຶ່ງໄດ້ໃຫ້ເກີດຄວາມເຄັ່ງຕືງທາງທະຫານ ຢູ່ໃນພາກຕາເວັນອອກສຽງເໜືອຂອງເອເຊຍ
ເກົາຫຼີເໜືອກ່າວວ່າ ການຍິງລູກສອນໄຟຂອງພວກເຂົາ ເປັນການຈໍາລອງໂຈມຕີໃສ່ສະຫະລັດ ແລະເກົາຫຼີໃຕ້ ເນື່ອງຈາກປະເທດທັງສອງໄດ້ດໍາເນີນການຮ່ວມກັນໃນສິ່ງທີ່ຮ້ອງວ່າ “ການຊ້ອມລົບທາງສົງຄາມທີ່ອັນຕະລາຍ”
ມາຮອດເດືອນສິງຫາ 2022, ມັນມີ 49 ປະເທດທີ່ໄດ້ລົງນາມໃນຂໍ້ຕົກລົງສັນຕິພາບດັ່ງກ່າວ, ລວມທັງ ຣັດເຊຍ, ຈີນ, ສະຫະລັດ ແລະ ສະຫະພາບຢູໂຣບ
ຂະບວນແຫ່ຂອງກຳປັ່ນລົບ ໃນອ່າວຊາກາມິ (Sgami Bay) ໃກ້ກັບນະຄອນຫຼວງໂຕກຽວ ລວມທັງໝົດມີ 38 ລຳ ໃນນັ້ນ 18 ລຳມາຈາກປະເທດເພື່ອນມິດ ເຊັ່ນ ສະຫະລັດ ເກົາຫຼີໃຕ້ ອັງກິດ ອອສເຕຣເລຍ ສິງກະໂປ ອິນເດຍ ແລະໄທ
ໂຫລດຕື່ມອີກ
No live streaming currently available