ຊາວໄທຈະພາກັນໄປປ່ອນບັດໃນວັນທີ 14 ພຶດສະພານີ້ ໃນການເລືອກຕັ້ງທີ່ບັນດາພັກສະໜັບສະໜູນປະຊາທິປະໄຕກ່າວວ່າ ເປັນເລື້ອງສຳຄັນສຳລັບການຟື້ນຟູການເມືອງຂອງລາດຊະອານາຈັກແຫ່ງນັ້ນ
ຜູ້ນຳສະມາຊິກທີ່ຫ້າວຫັນຂອງສະມາຄົມບັນດາປະຊາຊາດເຂດເອເຊຍຕາເວັນອອກສຽງໃຕ້ 9 ປະເທດ ຮຽກຮ້ອງໃຫ້ຢຸດຕິຄວາມຮຸນແຮງໃນມຽນມາ ໃນມື້ທຳອິດຂອງກອງປະຊຸມສຸດຍອດເປັນເວລາ 2 ມື້ ທີ່ອິນໂດເນເຊຍ ໃນວັນພຸດມື້ນີ້
ນັກຊ່ຽວຊານອິດສະຫຼະຢູ່ຫວຽດນາມ ກ່າວວ່າ ປັກກິ່ງ ປາກົດວ່າໄດ້ໃຊ້ກຳລັງທະຫານບ້ານ ເພື່ອຂົ່ມຂູ່ ແລະລົບກວນ ການຊ້ອມລົບທາງທະເລດັ່ງກ່າວ
ປາປົວນິວກີເນຍ ແມ່ນພວມໄດ້ຮັບການເອົາອົກເອົາໃຈ ທັງຈາກຈີນ ແລະຈາກສະຫະລັດພ້ອມກັບພັນທະມິດ
ພຽງແຕ່ສອງສາມເດືອນ ພວກເຈົ້າໜ້າທີ່ສະຫະລັດ ໄດ້ຫັນປ່ຽນຈາກການເຕືອນຢ່າງເປີດເຜີຍຕໍ່ຈີນ ບໍ່ໃຫ້ສະໜອງອຸບປະກອນສະໜັບສະໜູນການເຮັດສົງຄາມຢູ່ໃນຢູເຄຣນ ໃຫ້ແກ່ຣັດເຊຍ ເພື່ອຮັບຮູ້ວ່າຍັງມີບົດບາດສຳລັບຈີນທີ່ຈະຫລີ້ນ ໃນການເປັນຜູ້ໄກ່ເກ່ຍການເຈລະຈາສັນຕິພາບ
ຫຼັງຈາກການພົບປະທີ່ປັກກິ່ງກັບເອກອັກຄະລັດຖະທູດສະຫະລັດ ທ່ານນິໂກລັສ ເບີຣ໌ນສ ລັດຖະມົນຕີຕ່າງປະເທດຈີນ ທ່ານ ຈິນ ກາງ ໄດ້ຕຳໜິສະຫະລັດ ໃນອັນທີ່ທ່ານອະທິບາຍວ່າ ເປັນຄວາມພະຍາຍາມຢ່າງຕໍ່ເນື່ອງ ທີີ່ຈະ "ສະກັດກັ້ນ" ປະເທດຂອງທ່ານ
ປະທານາທິບໍດີໂຈໂກ ວີໂດໂດ ບໍ່ໄດ້ໃຫ້ລາຍລະອຽດ ກ່ຽວກັບເຫດຮ້າຍນີ້ ແຕ່ກ່າວວ່າ ມັນຈະບໍ່ສາມາດຂັດຂວາງຕໍ່ຄວາມພະຍາຍາມຂອງອິນໂດເນເຊຍ ແລະອາຊຽນ ເພື່ອຊຸກຍູ້ໃຫ້ມີສັນຕິພາບໃນມຽນມາ
ກະຊວງການຕ່າງປະເທດຂອງອິນໂດເນເຊຍ ໄດ້ກ່າວໃນຖະແຫລງການ ເມື່ອວັນອາທິດວານນີ້ ຢູ່ທີ່ສະຖານທູດຂອງຕົນ ໃນນະຄອນຢາງກຸ້ງ ດ້ວຍການຊ່ອຍເຫຼືອຈາກເຄືອຂ່າຍຕ່າງໆໃນທ້ອງຖິ່ນທີ່ໄດ້ກຳກັບນຳການປ່ອຍຕົວ ພວກຜູ້ເຄາະຮ້າຍທັງຫຼາຍ ຈາກເມືອງມຽວວັດດີ ແລະໄດ້ນຳເອົາພວກເຂົາເຈົ້າໄປຍັງເຂດຊາຍແດນຂອງໄທ
ການໃຫ້ຄວາມເຫັນຂອງນາຍົກລັດຖະມົນຕີຍີ່ປຸ່ນ ທ່ານຟູມີໂອະ ກິຊິດະ ໄດ້ມີການເຝົ້າຕິດຕາມຢ່າງໃກ້ຊິດ ຢູ່ໃນເກົາຫຼີໃຕ້ ບ່ອນທີ່ຫຼາຍໆຄົນຍັງມີຄວາມບໍ່ພໍໃຈຢ່າງແຮງ ຕໍ່ການຢຶດຄອງແຫຼມເກົາຫຼີ ຂອງຍີ່ປຸ່ນ ແຕ່ປີ 1910 ຫາ 1945
ສະຫະລັດໄດ້ກ່າວຫາວ່າ ທ່ານ ແດນຽລ ດັກແກນ (Daniel Duggan) ຝຶກອົບຮົມນັກບິນລົບຂອງຈີນ ໂດຍການລະເມີດກົດໝາຍວ່າດ້ວຍການຄວບຄຸມການສົ່ງອອກອາວຸດ. ອະດີດນັກບິນມາຣີນທ່ານນີ້ ໄດ້ຖືກຄວບຄຸມໂຕ ນັບຕັ້ງແຕ່ຖືກຈັບໃນເດືອນຕຸລາທີ່ຜ່ານມາ ໃນລັດ New South Wales ຂອງອອສເຕຣເລຍ
ປະຊາຊົນຢູ່ໃນທ້ອງຖິ່ນຫວັງວ່າ ບັນດານັກລົງທຶນຊາວຈີນ ຈະກັບຄືນມາອີກຄັ້ງ
ການໂຈມຕີໃດໆກໍຕາມໃນທະເລຈີນໃຕ້ ຕໍ່ກຳປັ່ນສາທາລະນະ ເຮືອບິນ ຫຼືກອງກຳລັງ ຂອງຟີລິບປິນ ຊຶ່ງລວມທັງໜ່ວຍຍາມຝັ່ງ ຈະເປັນການບັງຄັບໃຊ້ຂໍ້ຜູກພັນໃນຄຳໝັ້ນສັນຍາການປ້ອງກັນປະເທດດັ່ງກ່າວ
ໂຫລດຕື່ມອີກ
No live streaming currently available