ຫຼັງຈາກການພົບປະທີ່ປັກກິ່ງກັບເອກອັກຄະລັດຖະທູດສະຫະລັດ ທ່ານນິໂກລັສ ເບີຣ໌ນສ ລັດຖະມົນຕີຕ່າງປະເທດຈີນ ທ່ານ ຈິນ ກາງ ໄດ້ຕຳໜິສະຫະລັດ ໃນອັນທີ່ທ່ານອະທິບາຍວ່າ ເປັນຄວາມພະຍາຍາມຢ່າງຕໍ່ເນື່ອງ ທີີ່ຈະ "ສະກັດກັ້ນ" ປະເທດຂອງທ່ານ
ປະທານາທິບໍດີໂຈໂກ ວີໂດໂດ ບໍ່ໄດ້ໃຫ້ລາຍລະອຽດ ກ່ຽວກັບເຫດຮ້າຍນີ້ ແຕ່ກ່າວວ່າ ມັນຈະບໍ່ສາມາດຂັດຂວາງຕໍ່ຄວາມພະຍາຍາມຂອງອິນໂດເນເຊຍ ແລະອາຊຽນ ເພື່ອຊຸກຍູ້ໃຫ້ມີສັນຕິພາບໃນມຽນມາ
ກະຊວງການຕ່າງປະເທດຂອງອິນໂດເນເຊຍ ໄດ້ກ່າວໃນຖະແຫລງການ ເມື່ອວັນອາທິດວານນີ້ ຢູ່ທີ່ສະຖານທູດຂອງຕົນ ໃນນະຄອນຢາງກຸ້ງ ດ້ວຍການຊ່ອຍເຫຼືອຈາກເຄືອຂ່າຍຕ່າງໆໃນທ້ອງຖິ່ນທີ່ໄດ້ກຳກັບນຳການປ່ອຍຕົວ ພວກຜູ້ເຄາະຮ້າຍທັງຫຼາຍ ຈາກເມືອງມຽວວັດດີ ແລະໄດ້ນຳເອົາພວກເຂົາເຈົ້າໄປຍັງເຂດຊາຍແດນຂອງໄທ
ການໃຫ້ຄວາມເຫັນຂອງນາຍົກລັດຖະມົນຕີຍີ່ປຸ່ນ ທ່ານຟູມີໂອະ ກິຊິດະ ໄດ້ມີການເຝົ້າຕິດຕາມຢ່າງໃກ້ຊິດ ຢູ່ໃນເກົາຫຼີໃຕ້ ບ່ອນທີ່ຫຼາຍໆຄົນຍັງມີຄວາມບໍ່ພໍໃຈຢ່າງແຮງ ຕໍ່ການຢຶດຄອງແຫຼມເກົາຫຼີ ຂອງຍີ່ປຸ່ນ ແຕ່ປີ 1910 ຫາ 1945
ສະຫະລັດໄດ້ກ່າວຫາວ່າ ທ່ານ ແດນຽລ ດັກແກນ (Daniel Duggan) ຝຶກອົບຮົມນັກບິນລົບຂອງຈີນ ໂດຍການລະເມີດກົດໝາຍວ່າດ້ວຍການຄວບຄຸມການສົ່ງອອກອາວຸດ. ອະດີດນັກບິນມາຣີນທ່ານນີ້ ໄດ້ຖືກຄວບຄຸມໂຕ ນັບຕັ້ງແຕ່ຖືກຈັບໃນເດືອນຕຸລາທີ່ຜ່ານມາ ໃນລັດ New South Wales ຂອງອອສເຕຣເລຍ
ປະຊາຊົນຢູ່ໃນທ້ອງຖິ່ນຫວັງວ່າ ບັນດານັກລົງທຶນຊາວຈີນ ຈະກັບຄືນມາອີກຄັ້ງ
ການໂຈມຕີໃດໆກໍຕາມໃນທະເລຈີນໃຕ້ ຕໍ່ກຳປັ່ນສາທາລະນະ ເຮືອບິນ ຫຼືກອງກຳລັງ ຂອງຟີລິບປິນ ຊຶ່ງລວມທັງໜ່ວຍຍາມຝັ່ງ ຈະເປັນການບັງຄັບໃຊ້ຂໍ້ຜູກພັນໃນຄຳໝັ້ນສັນຍາການປ້ອງກັນປະເທດດັ່ງກ່າວ
ປະຊາຄົມສາກົນໄດ້ຫຼີກລ່ຽງການເຮັດຂໍ້ຕົກລົງກັບກຸ່ມຕາລີບານ ຍ້ອນນະໂຍບາຍສາສະໜາທີ່ເຄັ່ງຄັດທີ່ແນເປົ້າໃສ່ແມ່ຍິງ ອັຟການິສຖານແລະ ອື່ນໆ
ຜູ້ນໍາຮົງກົງໄດ້ເປີດເຜີຍແຜນການທີ່ຈະລົບລ້າງບ່ອນນັ່ງຂອງສະມາຊິກ ທີ່ຖືກເລືອກຕັ້ງໂດຍກົງ ສ່ວນໃຫຍ່ໃນສະພາເຂດທ້ອງຖິ່ນ
ທ່ານຈິນ ຍັງໄດ້ຮຽກຮ້ອງໃຫ້ປັບປຸງ “ໃນການຮັກສາຄວາມໂດດເດັ່ນ ແລະສະຖຽນລະພາບ ແລະປາບປາມແບບເດັດຂາດຕໍ່ກິດຈະກຳທີ່ຜິດກົດໝາຍຂ້າມຊາຍແດນ”
ທ່ານ ໝ່າ ຈະດໍາເນີນການຄົ້ນຄວ້າກ່ຽວກັບລະບົບກະສິກໍາ ແລະການຜະລິດສະບຽງອາຫານທີ່ຍືນຍົງ, ພ້ອມທັງຈະ ແບ່ງປັນປະສົບການຄວາມຮັ່ງມີຂອງທ່ານ ແລະການບຸກເບີກຄວາມຮູ້ ກ່ຽວກັບການເປັນຜູ້ປະກອບການ, ການຈັດການກຸ່ມບໍລິສັດ ແລະນະວັດຕະກໍາ ກັບບັນດານັກ ສຶກສາ ແລະຄະນະພາກວິຊາຕ່າງໆ
ທ່ານໄບເດັນກ່າວວ່າ “ສະຫະລັດຍັງຍຶດໝັ້ນໃນຄຳໝັ້ນສັນຍາຂອງພວກເຮົາຕໍ່ການປ້ອງກັນປະເທດຂອງຟີລິບປິນ, ລວມທັງຢູ່ທະເລຈີນໃຕ້, ແລະພວກເຮົາຈະສືບຕໍ່ສະໜັບສະໜູນເປົ້າໝາຍການຫັນທາງທະຫານຂອງຟີລິບປິນໃຫ້ທັນສະໄໝ"
ໂຫລດຕື່ມອີກ
No live streaming currently available