ວິດີໂອທີ່ຖືກເຜີຍແຜ່ອອນໄລນ໌ ໄດ້ສະແດງໃຫ້ເຫັນຜູ້ໄປງານດັ່ງກ່າວໄດ້ແອອັດກັນຢູ່ໃນທາງຍ່າງແຄບໆ, ໃນຂະນະທີ່ຝູງຄົນໄດ້ເຄື່ອນໄປໜ້າຢ່າງຊ້າໆ, ຫຼາຍ ຮ້ອຍຄົນແມ່ນໄດ້ຕິດຄ້າງ
ເກົາຫຼີເໜືອໄດ້ຍິງລູກສອນໄຟຂີປະນາວຸດສອງລູກ ໃນວັນສຸກມື້ນີ້, ອີງຕາມ ກອງທັບເກົາຫຼີໃຕ້ກ່າວ, ຊຶ່ງເປັນການເຄື່ອນໄຫວຄັ້ງຫຼ້າສຸດຂອງພຽງຢາງທີ່ໄດ້ເຮັດໃຫ້ຄວາມເຄັ່ງຕຶງກັບສະຫະລັດ ແລະພັນທະມິດຂອງປະເທດນີ້ ເພີ້ມຂຶ້ນ
ນັບຕັ້ງແຕ່ທະຫານໄດ້ຍຶດອຳນາດ ການນຳຂອງທະຫານໄດ້ຫາທາງປາບປາມການປະທ້ວງ ແລະປິດປາກປິດສຽງພວກນັກວິຈານ, ຈັບກຸມຄຸມຂັງພວກ ນັກຂ່າວ, ສະມາຊິກອົງການສັງຄົມພົນລະເຮືອ, ພວກປົກປ້ອງສິດທິມະນຸດ ແລະພວກນັກການເມືອງຝ່າຍຄ້ານ
ພາຍໃຕ້ການກຳອຳນາດຂອງທ່ານ ສີ ເປັນເວລາທົດສະວັດນຶ່ງ ຈີນໄດ້ມີການປ່ຽນແປງຢ່າງເລິກເຊິ່ງ, ທັງພາຍໃນປະເທດ ແລະພາຍໃນສະພາບການທົ່ວໂລກ
ຊາວຮົງກົງ 2 ຄົນ ໄດ້ຖືກພົບເຫັນວ່າ ມີຄວາມຜິດໃນຂໍ້ຫາກໍ່ຄວາມວຸ້ນວາຍ ໃນ ວັນພະຫັດວານນີ້ ຫຼັງຈາກເຂົາເຈົ້າໄດ້ຕົບມື ແລະຕຳໜິຕິຕຽນຜູ້ພິພາກສາ ໃນລະຫວ່າງການໄຕ່ສວນຄະດີຄັ້ງກ່ອນກ່ຽວກັບການໄປໄວ້ອາໄລຢູ່ຈະຕຸລັດ ທຽນອັນເໝິນ ທີ່ຖືກຫ້າມຢູ່ໃນເມືອງນັ້ນ
ເຈົ້າໜ້າທີ່ໜ່ວຍງານຜູ້ອົບພະຍົບຂອງອົງການສະຫະປະຊາຊາດລາຍງານວ່າ ມາເລເຊຍໄດ້ສົ່ງປະຊາຊົນຊາວມຽນມາກັບເມືອປະເທດຫຼາຍຮ້ອຍຄົນ ໂດຍທີ່ພວກເຂົາເຈົ້າບໍ່ໄດ້ເຕັມໃຈ
ກຳປັ່ນນອດ ຊຶ່ງເປັນກຳປັ່ນທີ່ມີມູນຄ່າ 500 ລ້ານໂດລາ ທີ່ມີການເຊື່ອມໂຍງກັບມະຫາເສດຖີຣັດເຊຍ ອາເລັກເຊ ມໍດາສຊອຟ ໄດ້ໃຊ້ ເວລາຫຼາຍກວ່າສາມອາທິດ ຢູ່ໃນດິນແດນຂອງຈີນ ກ່ອນທີ່ມັນຈະອອກຈາກບ່ອນນັ້ນໄປ ໃນວັນພະຫັດຜ່ານມາ
ຜູ້ໂດຍສານ 162 ຄົນ ແລະ ລູກເຮືອ 11 ຄົນ ໄດ້ອອກມາຈາກເຮືອບິນດ້ວຍຕະລູດສຸກເສີນໂດຍປາສະຈາການບາດເຈັບທີ່ຮ້າຍແຮງໃດໆ.
ການສືບສວນສອບສວນອຸບັດຕິເຫດຂອງ ຟີລິບປິນ ແມ່ນກຳລັງດຳເນີນຢູ່.
ກອງທັບເກົາຫຼີໃຕ້ກ່າວວ່າ ຕົນໄດ້ຍິງລູກປືນເຕືອນຕໍ່ກຳປັ່ນການຄ້າຂອງເກົາຫຼີເໜືອ ທີ່ຂ້າມເສັ້ນຈຳກັດພາກເໜືອ ຫລື NLL ຊຶ່ງເປັນເຂດຊາຍແດນທະເລທີ່ແທ້ຈິງ ຂອງເກົາຫຼີໃຕ້ ໃນເວລາ 3:42 ໂມງເຊົ້າຂອງວັນຈັນມື້ນີ້
ການເຈລະຈາຂອງທ່ານນາງເຊີແມນ ຈະກວມເອົາເລື້ອງຄວາມໝັ້ນຄົງຕ່າງໆໃນພາກພື້ນ ທີ່ລວມມີການຍິງລູກສອນໄຟຂອງເກົາຫຼີເໜືອ ແລະໄຕ້ຫວັນນຳດ້ວຍ
ສາມມື້ກ່ອນພັກຄອມມີວນິສຈີນຈະຈັດກອງປະຊຸມໃຫຍ່ຄັ້ງທີ 20 ນັ້ນ ຜູ້ຊາຍອາຍຸ 48 ປີ ຄົນນຶ່ງໄດ້ເອົາປ້າຍໂຄສະນາປະທ້ວງແຂວນໃສ່ຂົວຊີທົງຂອງນະຄອນຫລວງປັກກິ່ງ
ໂຫລດຕື່ມອີກ
No live streaming currently available